Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນັກຮຽນ ມສ ວຽງຈັນ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ

Posted on 30/03/202130/03/2021 By ປະກາດ Pakaad No Comments on ນັກຮຽນ ມສ ວຽງຈັນ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ

ໃນວັນທີ 29 ມີນາ 2021, ໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ, ໄດ້ສົມທົບກັບຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ຜົນກະທົບຂອງຢາສູບໄຟຟ້າ-ຊີຊ່າ ແລະ ປຸມເປົ້າອັດແກັສໄນຕັດ N2O ຢູ່ຫ້ອງປະຊຸມຂອງໂຮງຮຽນ ໃຫ້ນັກຮຽນຊັ້ນມັດທະຍົມສຶກສາ ມສ ວຽງຈັນ ເພື່ອເປັນການສະກັດກັ້ນບໍ່ໃຫ້ນ້ອງນັກຮຽນໄປພົວພັນກັບສິ່ງເສບຕິດ,

ໂດຍໃຫ້ກຽດເປັນປະທານ ຂອງ ພັທ ປານີ ສຸກສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ, ມີ ພັທ ນາງ ຄໍາກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຈ ທອງພັນ ອຸໄລທອນ ອໍານວຍການໂຮງຮຽນມສ ວຽງຈັນ ມີຄູ-ອາຈານ ແລະ ນ້ອງນັກຮຽນຈໍານວນ 181 ຄົນ, ຍິງ 57 ຄົນຮັບຟັງ.

.

ໃນການເຜີຍແຜ່ ຮອ ແສງປະເສີດ ສຸວັນດອນ ຮອງຫົວໜ້າໜ່ວຍງານ ໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ອະທິບາຍໃຫ້ນ້ອງນັກຮຽນຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ຜົນກະທົບຂອງຢາສູບໄຟຟ້າ-ຊີຊ່າ ແລະ ປຸມເປົ້າອັດແກັສໄນຕັດ N2O

ໂດຍສະເພາະແມ່ນມີຜົນກະທົບຕໍ່ຜູ້ເສບ ເມື່ອເສບເຂົ້າໄປແລ້ວຈະເກີດອັນຕະລາຍຕໍ່ຈິດປະສາດ, ເຮັດໃຫ້ສະໝອງຖືກທໍາລາຍ ເປັນບ້າເສຍຈິດ, ມັກໃຊ້ຄວາມຮຸນແຮງທໍາລາຍຕົນເອງ ແລະ ຄົນອ້ອມຂ້າງ; ທັງເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບສຸກ ແລະ ກໍ່ໃຫ້ເກີດສິ່ງຫຍໍ້ທໍ້ໃນສັງຄົມ ສິ່ງສໍາຄັນຖ້າຫາກເສບຢາເສບຕິດເຂົ້າໄປຫຼາຍອາດເຮັດໃຫ້ເສຍຊີວິດໄດ້, ສ່ວນຄົນຂາຍ ແມ່ນຖືກຈັບດໍາເນີນຄະດີຮັບໂທດຕາມກົດໝາຍ.

ນາງ ເພັດ ມະໂນລິນ ປັນຍາວິສະຈິດ ນັກຮຽນຊັ້ນ ມ 7 / 12 ຂອງໂຮງຮຽນມສ ວຽງຈັນ ໄດ້ກ່າວວ່າ: ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດແລ້ວຈາກເຈົ້າໜ້າທີ່ໜ່ວຍງານໂຄສະນາພະແນກກວດກາ ແລະ ຄວບຄຸມຢາເສບຕິດ ນ້ອງເອງສາມາດຮັບຮູ້ໄດ້ເຖິງຜົນຮ້າຍ ແລະ ຜົນເສຍຂອງຢາເສບຕິດ ຖ້າຫາກຜູ້ໃດຫາກເສບຢາເສບຕິດເຂົ້າໄປ ມັນຈະເຂົ້າໄປທໍາລາຍຮ່າງກາຍຂອງຄົນເຮົາ, ເຮັດໃຫ້ຮ່າງກາຍຈ່ອຍຜ່ອມ, ເປັນບ້າເສຍຈິດ ແລະ ສ້າງຄວາມວຸ້ນວາຍໃຫ້ກັບຄອບຄົວ,

ເຮັດໃຫ້ເກີດມີສິ່ງຫຍໍ້ທໍ້ເປັນຕົ້ນແມ່ນ: ຂີ້ລັກ-ງັດແງະ, ປຸ້ນຈີ້-ຊີງຊັບ, ອາລະວາດຕີກັນ ແລະ ອື່ນໆ; ສິ່ງທີ່ໄດ້ຮັບຟັງໃນມື້ນີ້, ນ້ອງເອງຈະນໍາເອົາໄປເຜີຍແຜ່ບອກຕໍ່ໝູ່ເພື່ອນ ແລະ ອ້າຍ, ເອື້ອຍນ້ອງໃນຄອບຄົວຂອງຕົນ, ເພື່ອໃຫ້ມີສະຕິບໍ່ໃຫ້ໄປພົວພັນກັບສິ່ງເສບຕິດ ເພາະມັນເປັນສິ່ງທີ່ບໍ່ດີ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ແຂວງຫົວພັນ ເປີດຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ
Next Post: ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money

Related Posts

ແຈ້ງການໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ຂອງພຣະສົງ Featured
ປັບຂຶ້ນອີກຄັ້ງ ລາຄານໍ້າມັນ ຂ່າວສານບ້ານເມືອງ
ພົບຄວາມເສຍຫາຍ1860ຕື້ກວ່າກີບຈາກ39ເປົ້າໝາຍ Featured
ເຕືອນໄພ! ກຽມຮັບມືໄພພິບັດ 24-26 ກັນຍານີ້ Featured
ຄະນະສະເພາະກິດແຈ້ງ ສປ ຈີນ ແລະ ອັງກິດ ຈະຊ່ວຍວັກຊິນແກ່ ສປປ ລາວ ອີກ 1.415.000 ໂດສ Featured
ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme