Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງການເລື່ອນງານ Vangvieng Fest 6 ຢ່າງເປັນທາງການ

Posted on 16/12/202016/12/2020 By ປະກາດ Pakaad No Comments on ແຈ້ງການເລື່ອນງານ Vangvieng Fest 6 ຢ່າງເປັນທາງການ

ແຈ້ງການເລື່ອນງານ Vangvieng Fest 6 ຢ່າງເປັນທາງການ ອີງຕາມ

  • 1. ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ່ 452/ຖວທ ວັນທີ 16 ທັນວາ
  • 2. ໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.

ທາງຜູ້ຈັດງານຈະໄດ້ປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ

  • – ເລື່ອນງານ “ ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ “
  • – ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ “ ສ່ວນວັນເວລາ ສະຖານທີ່ ຮັບເງິນຄືນແມ່ນຈະປະກາດໃຫ້ໄວທີ່ສຸດ “
  • – ສຳລັບພໍ່ຄ້າແມ່ຄ້າຊາວຂ້າຍທີ່ຈອງ Booth ຂາຍອາຫານແລະເຄື່ອງດື່ມຖ້າບໍ່ສະດວກຂາຍໃນງານຫນ້າ ພວກເຮົາຍິນດີຄືນເງິນ 100%
  • 🙏🏻ຜູ້ຈັດງານມີຄວາມເຫັນໃຈ
  • – ຜູ້ທີ່ຄອງຄອຍມາຮ່ວມງານພວກເຮົາ
  • – ຜູ້ປະກອບການ ພໍ່ຄ້າຊາວຂາຍ ເມື່ອງວຽງວັງທີ່ກະກຽມຕ້ອນຮັບນັກທ່ອງທ່ຽວ
  • – ສິລະປີນທຸກຄົນທີ່ຕັ້ງໃຈສ້າງສັນຜົນງານເພື່ອມາສະແດງໃນງານພວກເຮົາ ລວມເຖິງ
  • ທີມງານທຸກພາກສ່ວນທີ່ທຸມເທແຮງກາຍແຮງໃຈຈົນຮອດມື້ນີ້ໄດ້90%ແລ້ວ

ດັ່ງນັ້ນ, ພວກເຮົາຈິ່ງຂໍອະໄພໃນຄວາມບໍ່ສະດວກມາໃນຄັ້ງນີ້ດ້ວຍ, ແລະ ຂໍສັນຍາວ່າຈະກັບມາຈັດງານເທດສະການດົນຕີຂອງຄົນລາວ ເພື່ອມອບຄວາມສຸກໃຫ້ຄົນລາວໃຫ້ເຕັມທີ່ດັ່ງເດີມໃຫ້ໄດ້ໄວທີ່ສຸດຢ່າງແນ່ນອນ.

ບັນດາແຟນໆງານ ວັງວຽງເຟສ 2020 ພາກັນອົກຫັກ ເພາະ ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ສັ່ງເລື່ອນງານ ວັງວຽງ ເຟສ 2020 ທີ່ມີແຜນຈະຈັດໃນວັນທີ່ 18-19 ທັນວານີ້.

ດ່ວນ! ກະຊວງ ຖວທ ແຈ້ງໃຫ້ເລື່ອນການຈັດງານວັງວຽງເຟສ ອອກໄປກ່ອນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງ ທ່ານເຈົ້າແຂວງ ແຂວງວຽງຈັນ ຊາບຕາມຄຳເຫັນຂັ້ນເທິງ: ກ່ຽວກັບການຈັດງານ VangVieng fest 2020.

ໂດຍອີງຕາມທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແມ່ນເຫັນດີໃຫ້ເລື່ອນການຈັດງານ VangVieng fast 2020 ໄປກ່ອນເນື່ອງຈາກການຈັດງານດັ່ງກ່າວ ມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງເຊື້ອພະຍາດ Covid-i9, ເຊິ່ງໃນໄລຍະນີ້ພະຍາດດັ່ງກ່າວໄດ້ແຜ່ລະບາດເຂົ້າມໄຂດຊາຍແດນທາງພາກເໜືອຂອງລາວ ແລະ ມີການ ແຜ່ລະບາດຢູ່ບັນດາປະເທດໃກ້ຄຽງ.

ສະນັ້ນ, ຈຶ່ງມອບໃຫ້ທາງແຂວງສົມທົບກັບ ບໍລິສັດສາມາດ ອີເວັນ ອໍແກນນາຍເຊີ້ ຄົ້ນຄວ້າເລື່ອນການຈັດງານໄປກ່ອນຈົນກວ່າຈະມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄດ້.

ດັ່ງນັ້ນ, ຈິ່ງແຈ້ງການມາຍັງທ່ານ ເພື່ອຊາບ ແລະ ດຳເນີນການຕາມທິດຊີ້ນໍາດັ່ງກ່າວດ້ວຍ.

.

.

Featured, ທ່ອງທ່ຽວ, ທຸລະກິດ, ບັນເທີງ

Post navigation

Previous Post: ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ
Next Post: ຄໍາແນະນໍາ ຂັ້ນຕອນລະອຽດ ໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

Related Posts

ແຂວງຈໍາປາສັກ ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ Featured
ຕິດເພີ່ມ 1209 ເສຍຊີວິດ 5 ປົວດີ 488 Featured
ພະຍາກອນອາກາດປະຈໍາວັນ 5/10/2021 Featured
ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມບ້ານຫ້ວຍແສງ ເມືອງເລົ່າງາມ Featured
ຂ່າວໂຄວິດປະຈໍາວັນສະຖານະການໜ້າເປັນຫ່ວງ Featured
ດຳລັດ ວ່າດ້ວຍ ຂໍ້ມູນຂ່າວສານ ແລະ ຕະຫຼາດແຮງງານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme