Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021

Posted on 16/03/202116/03/2021 By ປະກາດ Pakaad No Comments on ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ຢູ່ຫ້ອງປະຊຸມສະພາແຫ່ງຊາດ ຫລັງໃໝ່ (ທາດຫລວງ) ນະຄອນຫລວງວຽງຈັນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ໄດ້ລາຍງານໃຫ້ຮູ້ ໃນວັນທີ 16 ມີນາ 2021 ນີ້ວ່າ: ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນພື້ນຖານຂອງຊາດ ເຊັ່ນ:

  • ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX;
  • ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະ ພາແຫ່ງຊາດ ຊຸດທີ IX ເປັນຕົ້ນ:
  • ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX ຕາມການສະເໜີຂອງຄະ ນະປະຈໍາສະພາແຫ່ງຊາດ ຊຸດທີ VIII;
  • ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີ ຂອງປະທານສະພາແຫ່ງຊາດ ຊຸດທີ IX;
  • ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ ຕາມການສະເໜີ ຂອງຄະນະປະຈໍາສະພາແຫ່ງຊາດ;
  • ເລືອກຕັ້ງປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ;
  • ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານ ເປັນຕົ້ນ: ເລືອກຕັ້ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະ ເທດ; ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
  • ເລືອກຕັ້ງບຸກຄະລາກອນ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
  • ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີ ຂອງປະທານປະເທດ;
  • ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ເລືອກຕັ້ງປະທານອົງ ການກວດສອບແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
  • ເລືອກຕັ້ງປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
  • ພິຈາລະນາ, ຮັບຮອງບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020); ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025);
  • ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ;
  • ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ;
  • ພິຈາລະນາ, ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025); ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.

ໃນໄລຍະດຳເນີນກອງປະຊຸມ ສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ ຜ່ານທາງໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານໝາຍເລກ: 021 413528, ຫລື ສາມາດ ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ສົ່ງອີເມວ: nalao.156@gmail.com.

ຂ່າວ: ທະນູທອງ
ພາບ: ເກດສະໜາ

Featured, ລັດຖະບານ

Post navigation

Previous Post: ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ໂຄວິດ-19
Next Post: ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money

Related Posts

ມີເສື້ອກັນໜາວແລ້ວບໍ່ ເພາະອາກາດສືບຕໍ່ເຢັນລົງທົ່ວທຸກພາກ Featured
ປັບປຸງກົດໝາຍຄຸ້ມຄອງເງິນຕາ ສະພາພິຈາລະນາຮັບຮອງ Featured
ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77 Featured
ພົນເອກ ຄົນທີ່ 4 ຂອງ ສປປ ລາວ Featured
ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ Featured
ລາຍງານຕິດເຊື້ອໃໝ່ເກືອບທົ່ວປະເທດຍົກເວັ້ນແຂວງໄຊສົມບູນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme