Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປກສ ເມືອງໄຊເສດຖາ ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນປີ 2021

Posted on 03/03/202103/03/2021 By ປະກາດ Pakaad No Comments on ປກສ ເມືອງໄຊເສດຖາ ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນປີ 2021

ໃນຕອນເຊົ້າວັນທີ 1 ມີນາ 2021 ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ນວ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ຢູ່ສະໂມສອນ ປກສ ເມືອງໄຊເສດຖາ ໂດຍການເປັນປະທານຂອງ ພັທ ໜູໄກ ອ່ອນມາວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ນວ, ໃຫ້ກຽດເຂົ້າຮ່ວມຂອງ ພັທ ສີເພັດ ພີມມະສອນ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ນວ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ນັກຮົບ 109 ສະຫາຍ, ຍິງ 7 ສະຫາຍ ເຂົ້າຮ່ວມ.

ພັທ ສີຊົມພູ ລາສະສີ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປີ2020 ແລະ ວາງທິດທາງແຜນການ ປີ2021 ວ່າ: ໃນປີນີ້ (2021) ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈະສືບຕໍ່ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖ້ອຍລົງຄື: ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມໝັກແໜ້ນທາງດ້ານການເມືອງ;, ຂຶ້ນບັນຊີເປົ້າໝາຍຢາເສບຕິດຢູ່ແຕ່ລະກຸ່ມບ້ານ ໂດຍແບ່ງປະເພດເປົ້າໝາຍ ແລະ ຂັ້ນຄຸມຄອງ; ສືບຕໍ່ລົງໂຄສະນາກົດລະບຽບການສັນຈອນຢູ່ 3 ແຍກ, 4 ແຍກ ແລະ ບ່ອນທີ່ມີການສັນຈອນແອອັດ ເພື່ອຫຼຸດຜ່ອນການສັນຈອນແອອັດ ແລະ ບັນຫາອຸບັດຕິເຫດ; ສຶກສາອົບຮົມນັກໂທດຕ້ອງຫາຢູ່ໃນຄຸມຂັງ ໃຫ້ກາຍເປັນພົນລະເມືອງດີ, ພ້ອມທັງ ກວດກາຄ້າຍຄຸມຂັງ ໃຫ້ເປັນປົກກະຕິ ເພື່ອບໍ່ໃຫ້ນັກໂທດໂຕນໜີ ຫຼື ແຫກຄຸກ; ຫັນກຳລັງລົງຮາກຖານການເມືອງ, ກຸ່ມບ້ານ, ເກັບກໍາເປົ້າໝາຍ ແລະ ສ້າງສໍານວນ-ສໍາເນົາເປົ້າໝາຍເພື່ອຊັນນະສູດ, ສ້າງເປັນລາຍຄະດີສະເພາະຕິດຕາມແກ້ໄຂ; ລົງເກັບກຳສະຖິຕິຮ້ານກິນດື່ມ, ຮ້ານບັນເທິງທີ່ມີຄວາມສ່ຽງການຄ້າມະນຸດ; ສ້າງບຸກຄະລາກອນ ແລະ ເປີດຝຶກອົບຮົມວຽກງານວິຊາສະເພາະ ໃຫ້ແກ່ພະນັກງານວິຊາການເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານສືບສວນ-ສອບສວນ ໃຫ້ມີຄວາມຮູ້ ແລະ ມີຄວາມສໍານານງານ; ສືບຕໍ່ເປີດກວ້າງຂະຫຍາຍຜົນບັນດາຄະດີທີ່ພົ້ນເດັ່ນ ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອນໍາຕົວເປົ້າໝາຍມາສືບສວນ-ສອບສວນ ລົງໂທດຕາມລະບຽບກົດໝາຍ.

ສໍາລັບຜົນງານທີ່ພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ນວ ຍາດມາໄດ້ໃນປີ 2020, ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ນວ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 372 ເລື່ອງ, ແກ້ໄຂໄດ້ 286 ເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 234 ຄົນ, ຍິງ 29 ຄົນ, ໃນນີ້ເດັ່ນກວ່າໝູ່ແມ່ນ ບັນຫາລັກຊັບພົນລະເມືອງ ເກີດຂຶ້ນ 185 ເລື່ອງ, ແກ້ໄຂໄດ້ 59 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 64 ຄົນ ແລະ ບັນຫາຢາເສບຕິດ ເກີດຂຶ້ນທັງໝົດ 64 ເລື່ອງ, ແກ້ໄຂໄດ້ 64 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 94 ຄົນ, ຍິງ 8 ຄົນ, ສາມາດເກັບກູ້ຂອງກາງຄືນໄດ້ມີ: ລົດໃຫຍ່ 8 ຄັນ, ລົດຈັກ 48 ຄັນ, ເງິນບາດເກືອບ 1 ແສນບາດ, ເງິນໂດລາ 35 ພັນໂດລາ, ເງິນກີບ 44 ກວ່າລ້ານກີບ, ບັດເຕີມໂທລະສັບມູນຄ່າ 2ລ້ານກວ່າກີບ, ປືນສັ້ນ 1 ກະບອກ ພ້ອມລູກປືນ 42 ລູກ, ຢາເສບຕິດປະເພດຢາບ້າຈໍານວນ 31.772 ເມັດ, ຢາໄອສ 2 ຖົງນ້ອຍ ແລະ ອື່ນໆ.

ປກສ ນະຄອນຫຼວງວຽງຈັນ

ລັດຖະບານ

Post navigation

Previous Post: ຍົກກາໝາຍຊາດໃສ່ຫໍສະພາແຫ່ງຊາດຫລັງໃໝ່ແລ້ວ
Next Post: ທ່ານ ລັດສະໝີ ຄໍາຜຸຍ ພ້ອມຄອບຄົວ ແລະຍາດພີ່ນ້ອງ ຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ 2 ເຄື່ອງ

Related Posts

2 ທັນວາ ຄົບຮອບ 46 ປີ ໝັ້ນຍືນ Featured
ອົດທົນນໍາກັນເດີພີ່ນ້ອງສືບຕໍ່ມາດຕະການໄປອີກ15ວັນ Featured
ເຈົ້າແຂວງສະຫວັນນະເຂດ ອອກຄໍາສັ່ງສະບັບໃໝ່ ມື້ນີ້! ໃນການຮັບມື ໂຄວິດ-19 Featured
ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ ຂ່າວສານບ້ານເມືອງ
ແຂວງຈໍາປາສັກສັ່ງເດັດຂາດ ຕ້ອງປັບໃໝ ແລະ ລົງໂທດ ຜູ້ລະເມີດມາດຕະການ Featured
ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme