Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສຳເລັດການຍົກລະດັບຄວາມຮູ້ ຫລັກສູດ ການດູແລເບິ່ງແຍງ ຜູ້ສູງອາຍຸ ລຸ້ນທີ I

Posted on 01/03/202101/03/2021 By ປະກາດ Pakaad No Comments on ສຳເລັດການຍົກລະດັບຄວາມຮູ້ ຫລັກສູດ ການດູແລເບິ່ງແຍງ ຜູ້ສູງອາຍຸ ລຸ້ນທີ I

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ປະຈຳລາວ (IV-JAPAN) ໄດ້ຈັດພິທີປິດຝຶກອົບຮົມການດູແລເບິ່ງແຍງຜູ້ສູງອາຍຸ ລຸ້ນທີ I ພາຍໃຕ້ໂຄງການຝຶກອົບຮົມວິຊາຊີບ ການດູແລເບິ່ງແຍງຜູ້ສູງອາຍຸ ໃຫ້ຊາວໜຸ່ມ, ແມ່ຍິງ ແລະ ຜູ້ດ້ອຍໂອກາດ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ທີ່ສູນຝຶກອົບ ຮົມວິຊາຊີບ ເມືອງນາຊາຍທອງ ນະຄອນຫລວງວຽງວຽງຈັນ.

ທ່ານ ຮິໂຣຍູກິ ຫົວໜ້າໂຄງການ ອົງການອາສາສະໜັກນາໆຊາດຍີ່ປຸ່ນ ປະຈຳລາວ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້, ໄດ້ເລີ່ມຝຶກອົບຮົມແຕ່ຕົ້ນເດືອນທັນວາ ແລະ ສຳເລັດລົງໃນທ້າຍເດືອນກຸມພາ, ຜ່ານການຮ່ຳຮຽນດັ່ງກ່າວ ສຳມະນາກອນໄດ້ຮຽນຮູ້ກ່ຽວກັບຈະລິຍະທຳ, ການດູແລເບິ່ງແຍງ ແລະ ການຍ່ອມຮັບຜູ້ສູງອາຍຸ; ສິ່ງແວດລ້ອມ, ການປ່ຽນແປງທາງດ້ານຮ່າງກາຍ ແລະ ເຄັດລັບການດູແລເບິ່ງແຍງ; ການກວດຮ່າງກາຍໃນເບື້ອງຕົ້ນ; ການອາບນໍ້າ, ການສະຜົມ ແລະ ການປ່ຽນເຄື່ອງນຸ່ງຢູ່ເທິງຕຽງ; ການປູຕຽງ ແລະ ການອະນາໄມ້ຫລັງຂັບຖ່າຍ; ການປ້ອນອາຫານຜູ້ສູງອາຍຸ; ການລຸກ, ຢືນ, ການນັ່ງ ແລະ ການຍ່າງ; ການຊ່ວຍເຫລືອຜູ້ສູງອາຍຸນັ່ງລໍ້; ການຮັບມືກັບພາວະສຸກເສີນ, ການຊ່ວຍບໍລິຫານຮ່າງກາຍສ່ວນຕ່າງໆ ຂອງຜູ້ສູງອາຍຸ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການອາສາສະໝັກນາໆຊາດຍີ່ປຸ່ນ ປະຈຳລາວ ທີ່ເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານພັດທະນາທາງດ້ານຊັບພະຍາກອນມະນຸດ ແລະ ການຍົກລະດັບສີມືແຮງງານລາວ ໃຫ້ມີຄຸນນະພາບ, ພ້ອມທັງຮຽກຮ້ອງໃຫ້ສຳມະນາກອນ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຮຽນ ນຳກັບໄປພັດທະນາວຽກງານຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ກິດຕາ

Featured, ການສຶກສາ

Post navigation

Previous Post: ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ
Next Post: ຮອງເລຂາພັກແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພທີ່ເມືອງລະຄອນເພັງ

Related Posts

ດ່ວນ! ປິດຕຶກເຂດນອກ ໂຮງໝໍແຂວງຄໍາມ່ວນ 14 ວັນ Featured
ລຸ້ນນີ້ແນະນໍາເລີຍ! OPPO Reno5 ສະເປັກແຮງ ສວຍງາມ ລາຄາຖືກໃຈ Featured
USAID ຊ່ວຍເຫຼືອ 2,4 ລ້ານໂດລາເພື່ອສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນ ໂຄວິດ-19 ໃນ ສປປ ລາວ Featured
ສະພາບໂຄວິດມື້ນີ້ ຕິດເຊື້ອເພີ່ມ 537 ແລະ ປົວດີ 610 Featured
ມອບ-ຮັບ ປະທານອົງການກວດສອບແຫ່ງລັດ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ Featured
ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme