Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບຮັບຢ່າງເປັນທາງການແລ້ວວັກຊິກຫ້າແສນກວ່າໂດສຈາກໂຄແວັກ

Posted on 03/11/202103/11/2021 By ປະກາດ Pakaad No Comments on ມອບຮັບຢ່າງເປັນທາງການແລ້ວວັກຊິກຫ້າແສນກວ່າໂດສຈາກໂຄແວັກ

ວັກຊີນ ອາສຕຣາ ເຊເນກາ (Astra Zeneca/Oxford) ຈໍານວນ 523,200 ໂດສ໌ ໄດ້ຖືກ ມອບ-ຮັບ ຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຕອນບ່າຍຂອງວັນທີ 2 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ

ໂດຍການເຂົ້າຮ່ວມຂອງ ພະນະທ່ານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ດຣ. ເກົ່າ ຈຸ້ນ, ຜູ້ຕາງໜ້າອົງການ ອານາໄມໂລກ ປະຈໍາ ສປປ ລາວ; ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ.

ການສົ່ງມອບວັກຊີນໃໝ່ນີ້ຈະຊ່ວຍເລັ່ງໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກຢາກັນພະຍາດໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ 2021, ນອກຈາກນັ້ນ ວັກຊີນດັ່ງກ່າວຈະຖືກນໍາໃຊ້ກັບກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບ.

ກຸ່ມບູລິມະສິດສຳລັບການສັກຢາກັນພະຍາດໂຄວິດ-19 ເເມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ.

Featured, ໂຄວິດ-19

Post navigation

Previous Post: ເກີດແຜ່ນດິນໄຫວໃນບໍລິເວນແຂວງຜົ້ງສາລີແລະແຂວງໄຊຍະບູລີ
Next Post: ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ

Related Posts

ລາຄານໍ້າມັນໃໝ່ທົ່ວປະເທດເລີ່ມມື້ນີ້ Featured
ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured
ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ Featured
ໂຄວິດມື້ນີ້ເພີ່ມ 467ຄົນ Featured
ຕິດເຊື້ອເພີ່ມ 305 ຄົນ ມີໃນຊຸມຊົນ 20 ໃນ 5 ແຂວງ Featured
ນະຄອນຫຼວງວຽງຈັນສູງທີ່ສຸດແລະທົ່ວປະເທດພັນກວ່າຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme