Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

Posted on 07/07/202107/07/2021 By ປະກາດ Pakaad No Comments on ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ໃນປີ 2021 ນີ້ ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດ ດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການ ທ່ອງທ່ຽວ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະມີຜົນປະໂຫຍດຮ່ວມກັນ.

ສອງຝ່າຍ ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບ ອາຊຽນ-ຣັດເຊຍ, ປີນີ້ ແມ່ນຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ຣັດເຊຍ ແລະ25 ປີ ແຫ່ງການເປັນຄູ່ຮ່ວມເຈລະນາ ອາຊຽນ-ຣັດເຊຍ, ເຊິ່ງໄລຍະຜ່ານມາ ຣັດເຊຍ ໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຂອງອາຊຽນ ກໍຄືການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຄ້າ ແລະການລົງທຶນ, ພະລັງງານ ແລະ ການຕ້ານໄພພິບັດ ປະກອບສ່ວນຊ່ວຍໃຫ້ອາຊຽນ ຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະສິ່ງທ້າທາຍຕ່າງໆ. ພ້ອມນີ້, ສອງຝ່າຍ ໄດ້ລົງນາມຮ່ວມກັນໃນແຜນການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະ ເທດ ລາວ-ຣັດເຊຍ.

ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອສ້າງຊັບພະຍາກອນມະນຸດ ແລະອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະວັກຊິນ ສະປຸດນິກວີ ຂອງຣັດເຊຍ.

ພ້ອມກັນນີ້, ທ່ານ ເຊຣເກ ລາວະຣົບ ຍັງໄດ້ປະດັບຫລຽນໄຊມິດຕະພາບໃຫ້ແກ່ ທ່ານ ສະເຫລີມ ໄຊກົມມະສິດ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະເສີມຂະຫຍາຍຢ່າງຕັ້ງໜ້າຕະຫລອດໄລຍະຊຸມປີຜ່ານມາ.

ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

Cr: Lao National Radio

Featured, ລັດຖະບານ

Post navigation

Previous Post: “ 3 ວິທີແກ້ໄຂ ລູກນ້ອຍບໍ່ຍອມນອນ ຕື່ນກາງເດິກຕະຫຼອດ?”
Next Post: “ ກຽມພ້ອມຮັບມືກັບອາການແພ້ທ້ອງຖືພາ?”

Related Posts

ອາກາດຍັງຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ Featured
ກູ້ໄພແຂວງຄໍາມ່ວນ ມອບເຄື່ອງຈັກພົ່ນຢາຂ້າເຊື້ອໃຫ້ແກ່ ເມືອງໄຊບົວທອງ Featured
ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ Featured
ແຈ້ງການດ່ວນທີ່ສຸດ! ຊອກຫາແຮງງານຈາກ ສາມຫຼ່ຽມຄໍາ ລັກເຂົ້າມາຫຼວງພະບາງ Featured
ຜູ້ຊາຍທີ່ລົ້ມແລະຊັກຢູ່ກັບພື້ນຢູ່ສູນຈໍາກັດບໍລິເວນແຂວງຄຳມ່ວນປອດໄພແລ້ວ Featured
ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme