Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ

Posted on 19/02/202119/02/2021 By ປະກາດ Pakaad No Comments on ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ

ວັນທີ 18 ກຸມພາ 2021, ຂະບວນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງ ຂອງຜູ້ລົງຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1ນະຄອນຫລວງວຽງຈັນ ໄດ້ແບ່ງອອກເປັນ 4ກຸ່ມ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງຢູ່ຈຸດຕ່າງໆ ໃນນະຄອນຫລວງວຽງຈັນ ສະເພາະຕອນເຊົ້າມີກະຊວງການຕ່າງປະເທດ, ສະຖາບັນການເມືອງ ການປົກຄອງແຫ່ງຊາດ, ກະຊວງສຶກສາທິການ ແລະກິລາ, ແລະກະຊວງຖະແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວ.

ສະເພາະກະຊວງຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຜູ້ລົງຮັບສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ເຂດ 1 ນະຄອນຫລວງວຽງຈັນ ກຸ່ມ4 ໄດ້ລົງໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ຫໍວັດທະນະທໍາແຫ່ງຊາດ, ກະຊວງຖະແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວ ນໍາໂດຍທ່ານເກດແກ້ວ ສີຫາລາດ ຜູ້ສະໝັກໝາຍເລກ 5 ພອ້ມດ້ວຍຜູ້ລົງຮັບສະໝັກລົງເລືອກຕັ້ງໝາຍເລກ 7 ທ່ານຄໍາໄຊ ອຸ່ນມີໄຊ, ໝາຍເລກ12 ທ່ານນາງສົມພຽນ ວົງໄຊ , ໝາຍເລກ16 ທ່ານຄໍາຟອງ ແສງສະຫວ່າງ, ໝາຍເລກ17 ທ່ານແອງພອນ ແພງສຸວັນ ແລະໝາຍເລກ23 ທ່ານນາງໄຊທານີ ຈັນທະວົງສາ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ທ່ານໂພສີ ແກ້ວມະນີວົງ ຜູ້ອໍານວຍການໃຫ່ຍ ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍພະນັກງານລັດຖະກອນ ທົ່ວກະຊວງຖະແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວ.

ໃນພິທີຜູ້ລົງຮັບສະໝັກເລືອກຕັ້ງແຕ່ລະທ່ານ ໄດ້ແນະນໍາຕົນເອງ ແລະສະເໜີປະຫວັດການສຶກສາ ແລະການເຄື່ອນໄຫວເຮັດວຽກງານ ປະກອບສ່ວນເຂົ້າໃນພາລະກິດຂອງຊາດຕາມພາລະບົດບາດແລະໜ້າທີ່ຮັບຜິດຊອບຂອງຕົນ ແລະໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ກໍຄືສັງຄົມ ເພື່ອໃຫ້ເຮັດໜ້າທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນເຂົ້າໄປຢູ່ໃນສະພາ.

ສ່ວນຕອນບ່າຍ ຜູ້ລົງຮັບສະໝັກເລືອກຕັ້ງແຕ່ລະກຸ່ມ ໄດ້ແບ່ງກັນລົງເຄື່ອນໄຫວຢູ່ 4ຈຸດ ຄື: ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະທະນາຄານແຫ່ງ ສປປ ລາວ. ນະຄອນຫລວງວຽງຈັນ ມີພົນລະເມືອງທັງໝົດ 871.462ຄົນ, ເປັນເພດຍິງ 438.122ຄົນ, ມີຜູ້ມີສິດເລືອກຕັ້ງທັງໝົດ 600.288ຄົນ. ໃນນັ້ນເປັນເພດຍິງ304.528ຄົນ, ມີໜ່ວຍເລືອກຕັ້ງທັງໝົດ 839ໜ່ວຍ ມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 23ທ່ານ ເລືອກເອົາ 18ທ່ານ.

ທີ່ມາ: Lao National Radio

16161 ShareLikeCommentShare

ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ສະຫຼຸບບັນຫາອັກຄີໄພ ປີ 2020 ທົ່ວປະເທດ ມີອັດຕາຫຼຸດລົງ ແຕ່ມູນຄ່າຄວາມເສຍຫາຍເພີ່ມຂຶ້ນ
Next Post: ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

Related Posts

ຂ່າວດ່ວນ! ເສຍຊິວິດ ກໍລະນີທໍາອິດ ທີ່ ສະຫວັນນະເຂດ (ກໍລະນີທີ 5 ທົ່ວປະເທດ) Featured
ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ Featured
ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ Featured
ປິດ! ທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ Featured
ຄໍາມ່ວນລົງທຶນ ສ້າງຊົນລະປະທານ ຮັບໃຊ້ການຜະລິດ Featured
ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme