Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຫຼຸບບັນຫາອັກຄີໄພ ປີ 2020 ທົ່ວປະເທດ ມີອັດຕາຫຼຸດລົງ ແຕ່ມູນຄ່າຄວາມເສຍຫາຍເພີ່ມຂຶ້ນ

Posted on 18/02/202118/02/2021 By ປະກາດ Pakaad No Comments on ສະຫຼຸບບັນຫາອັກຄີໄພ ປີ 2020 ທົ່ວປະເທດ ມີອັດຕາຫຼຸດລົງ ແຕ່ມູນຄ່າຄວາມເສຍຫາຍເພີ່ມຂຶ້ນ

ປີ 2020 ຜ່ານມາ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງ ໝົດ 203 ຄັ້ງ, ມູນຄ່າການເສຍຫາຍທັງໝົດ 143.751.000.000 ກີບ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ, ບາດເຈັບ 13 ຄົນ, ເຮືອນຖືກໄຟໄໝ້ 115 ຫລັງ, ເຮືອນຖືກໄຟລວກ 29 ຫລັງ, ເຮືອນຄົວ 4 ຫລັງ, ໂຮງງານ 3 ແຫ່ງ, ໂຮງເຟີນີເຈີ 2 ຫລັງ, ຕະຫລາດ 1 ແຫ່ງ, ຫໍພັກ 10 ຫ້ອງ, ລົດໃຫຍ່ 30 ຄັນ ແລະ ອື່ນໆ.

ພັນໂທ ສຸລິສັກ ສິມມະໂນໄຕ, ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ຈຳນວນອັກ ຄີໄພທີ່ເກີດຂຶ້ນໃນປີ 2020 ທຽບໃສ່ປີ 2019 ຜ່ານມາ ແມ່ນຫລຸດລົງ 24 ຄັ້ງ ແຕ່ມູນຄ່າການເສຍຫາຍເພີ່ມຂຶ້ນ 89.369.000.000 ກີບ ຍ້ອນສະຖານ ທີ່ເກີດອັກຄີໄພເປັນໂຮງງານ, ຕະຫລາດ, ສາງເຄື່ອງ ແລະ ອື່ນໆ ທີ່ມີມູນຄ່າສູງ. ໃນນີ້ ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ ຈຳນວນ 57 ຄັ້ງ.

ສ່ວນສາເຫດຂອງການເກີດອັກຄີໄພຫລາຍກວ່າໝູ່ແມ່ນໄຟຟ້າລັດວົງຈອນ 97 ຄັ້ງ, ເລິ້ນເລີ້ຂາດສະຕິ 45 ຄັ້ງ ( ໄຕ້ທູບທຽນບູ ຊາ 14 ຄັ້ງ, ໄຕ້ທຽນເຍືອງແສງສະຫວ່າງ 1 ຄັ້ງ, ດັງໄຟແຕ່ງກັນ 7 ຄັ້ງ…..). ນອກຈາກນີ້ ແມ່ນຄົນຈູດ 20 ຄັ້ງ, ຜິດ ພາດທາງເຕັກນິກ 2 ຄັ້ງ, ຍ້ອນການລະເບີດຂອງວັດຖຸລະ ເບີດ ແລະ ອື່ນໆ. ສໍາລັບອັກຄີໄພທີ່ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຫລາຍກວ່າໝູ່ແມ່ນເຫດການໄຟໄໝ້ໂຮງງານຈໍາປາແດງຂາເຂົ້າ-ຂາອອກ ຈຳກັດຜູ້ດຽວຢູ່ບ້ານສົມສະອາດ, ເມືອງຄົງເຊໂດນ, ແຂວງສາລະວັນ ໃນເວລາ 8 ໂມງ 40 ນາທີ ມູນຄ່າການເສຍຫາຍເຖີງ 38.472.700.000 ກີບ ສາເຫດແມ່ນຍ້ອນຄົນຈູດ.

ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີ ໄພ ຍັງໃຫ້ຮູ້ກ່ຽວກັບການກະກຽມຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ທີ່ຈະຈັດຂຶ້ນພ້ອມກັນທົ່ວປະເທດໃນັວນທີ 21 ກຸມພາ 2021 ວ່າ: ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ອອກແຈ້ງການແນະນໍາໃຫ້ຂະແໜງການກ່ຽວຂ້ອງຢູ່ແຕ່ລະແຂວງທົ່ວປະເທດກະກຽມດ້ານອຸປະກອນ, ພາຫະນະ, ຈຳ ນວນພົນ ແລະ ອື່ນໆ ໃຫ້ກຽມພ້ອມຕະຫລອດ 24 ຊົ່ວ ໂມງ ໂດຍເອົາໃຈໃສ່ເປັນພິເສດຕໍ່ຈຸດສ່ຽງຈະເກີດອັກຄີໄພ ໂດຍສະເພາະເຂດຊຸມຊົນແອອັດຕ່າງໆ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກຄົນໃນທົ່ວປະເທດ, ນັບທັງຊາວຕ່າງປະເທດທີ່ອາໃສຢູ່ລາວ ຈົ່ງເພີ່ມສະຕິເອົາໃຈໃສ່ສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ສູງຂຶ້ນກວ່າເກົ່າ ເພາະໄລຍະນີ້ແມ່ນຢູ່ໃນໄລຍະຍາມແລ້ງທີ່ອາກາດແຫ້ງເຊີ່ງອາດຈະເຮັດໃຫ້ເກີດອັກຄີໄພໄດ້ງ່າຍ. ສະນັ້ນ ການຊົມໃຊ້ໄຟຟ້າ ແລະ ໄຟດັງ ຕ້ອງເອົາໃຈໃສ່ເປັນພິເສດ ເພື່ອຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ.

ພາບ: ບຸນຕຽງ ຈັນທະວົງພາບ: ພັກສະຫວັນ

ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ເປີດຕົວ Lao SME Association ຢ່າງເປັນທາງການ
Next Post: ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ

Related Posts

ລາຄານໍ້າມັນຂຶ້ນອີກແລ້ວຂຶ້ນຫຼາຍທີ່ສຸດເດີຮອບນີ້ Featured
ອ່ານດ່ວນລະບຽບການຂີ່ລົດໄຟລາວ-ຈີນ Featured
ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19 ລົງວັນທີ 31/8/2021 Featured
ແຈ້ງການດ່ວນທີ່ສຸດ! ຊອກຫາແຮງງານຈາກ ສາມຫຼ່ຽມຄໍາ ລັກເຂົ້າມາຫຼວງພະບາງ Featured
ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19 Featured
ການນໍາແຂວງຈໍາປາສັກລົງຕິດຕາມສະພາບນໍ້ານອງທີ່ເມືອງບາຈຽງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme