Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

Posted on 19/02/202119/02/2021 By ປະກາດ Pakaad No Comments on ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ວັນທີ 16 ແລະ17 ກຸມພາ 2021 ນີ້ ຜູ້ລົງຮັບສະໝັກ ເລືອກຕັ້ງເປັນ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຈຳນວນ 9ທ່ານ, ຍີງ1ທ່ານ ໄດ້ພ້ອມກັນລົງເຄື່ອນໄຫວ ສະເໜີປະຫວັດ, ຜົນງານໂດຍຫຍໍ້ ຕໍ່ປະຊາຊົນບ້ານນາໄຊສະຫວ່າງ, ບ້ານໜອງພູນໄຊ,ບ້ານນໍ້າຊາວ ແລະ ບ້ານນາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ,

ນຳພາໂດຍ ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງໄຊສົມບູນ ຜູ້ລົງຮັບສະໝັກໝາຍເລກ1 ຊື່ງການລົງເຄື່ອນໄຫວສະເໜີໂຕໃນຄັ້ງນີ້ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈເຖີງມາດຖານເງື່ອນໄຂ, ຊື່ສຽງລະດັບການສຶກສາ, ການເຄື່ອນໄຫວວຽກງານ ໃນແຕ່ລະໄລຍະຜ່ານມາໂດຍຫຍໍ້ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງເລືອກໄດ້ ສສຊ ທີ່ຕົນເອງມັກ ແລະ ເລືອກເອົາຜູ້ທີ່ມີບົດຮຽນປະສົບການເຮັດວຽກທີ່ດີ, ມີຄວາມໂປງໃສ່ ຍຸຕິທຳ, ມີຄວາມໜັກແໜ້ນ, ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍ ແລະ ເອົາໃຈໃສ່ປົກປັກຮັກສາ, ສ້າງສາພັດທະນາບ້ານເມືອງ ເຮັດໃຫ້ຊີວິດຂອງປະຊາຊົນບັນດາເຜົ່ານັບມື້ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ ສົມເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຢູ່ໃນສະພາແຫ່ງຊາດ.

32321 ShareLikeCommentShare

ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ
Next Post: ມີອາຫານມາຈາກທຸກພາກຂອງປະເທດ ທີ່ງານ ເທດສະການອາຫານລາວ 2021

Related Posts

ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ Featured
ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ Featured
ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021 Featured
ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ Uncategorized
ແຂວງຫົວພັນເພີ່ມມາດຕະການໃໝ່ຢ່າງເດັດຂາດ Featured
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme