Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສຸດປະທັບໃຈ ເກັບຄໍາໄດ້ສາມບາດ ສົ່ງຄືນເຈົ້າຂອງ

Posted on 27/12/202027/12/2020 By ປະກາດ Pakaad No Comments on ສຸດປະທັບໃຈ ເກັບຄໍາໄດ້ສາມບາດ ສົ່ງຄືນເຈົ້າຂອງ

ຜູ່ໃຊ້ເຟສບຸກ Alin St ໄດ້ໂພດເລື່ອງລາວທີ່ປະທັບໃຈໃນວັນທີ່ 26/12/2020 ວ່າ: ນ້ອງນ້ອຍຄົນນີ້ຄືຄົນດີຂອງສັງຄົມ, ນ້ອງເປັນເດັກກຳພ້າ ເຂົ້າໂຮງຮຽນເດັກກຳ່ພ້າ ຢູ່ບ້ານນາຊາງເມືອງຫລວງພະບາງ(ຈື່ຊື່ນ້ອງບໍ່ໄດ້ແລ້ວ, ເພາະຂ້ອຍດື່ມເບຍໄປຫລາຍ)

ມື້ຄືນນີ້ ນ້ອງໄປເປັນເດັກເສີບນຳ້ກ້ອນໃນງານ ເກັບໄດ້ສາຍແຂນຄຳເຮ່ຍ 3 ບາດ ຢູ່ງານດອງ (ງານໃກ້ຈະເລີກແລ້ວ ເຈົ້າຂອງສາຍແຂນກໍ່ກັບຮອດບ້ານປ່ຽນເຄື່ອງແລ້ວ, ເມື່ອບໍ່ເຫັນສາຍແຂນ ກໍ່ໄດ້ກັບມາ) ຖາມຂ້ອຍວ່າເຫັນສາຍແຂນເຮ່ຍແດ່ບໍ່? ຂ້ອຍກໍ່ວ່າບໍ່ເຫັນ

ຂ້ອຍກໍ່ໄດ້ໄປເລາະຊອກຊ່ວຍ, ຂ້ອຍໄດ້ຖາມນ້ອງຢູ່ແຖວນັ້ນວ່າ ມີຜູ້ໃດເຫັນສາຍແຂນເຮ່ຍແດ່ບໍ່? ນ້ອງຄົນນີ້ຕອບທັນທີເລີຍວ່າ ເຫັນ ແລະໄດ້ຈົກສາຍແຂນອອກມາຍື່ນໃຫ້ຂ້ອຍ ຂ້ອຍກ່າຮີບແລ່ນໄປບອກເຈົ້າຂອງວ່າເຫັນແລ້ວ

ຕອນນີ້ສາຍແຂນຢູ່ກັບເຈົ້າຂອງແລ້ວ. ເຈົ້າຂອງໄດ້ສົມມະນາຄຸນໃຫ້ນ້ອງ 500000 ກີບ ຫ້າແສນກີບ. ນ້ອງວ່າບໍ່ເອົາວ່າຊັ້ນ ແຕ່ພວກເຮົາກໍ່ ບອກໃຫ້ນ້ອງເກັບໄວ້ຊື້ຂະຫນົມກິນ. ໂອ່ຍຫາໃສໄດ້ອີກນໍຄົນດີໆແນວນີ້ຂໍໃຫ້ນ້ອງມີແຕ່ຄວາມຈະເລີນຮຸ່ງເຮືອງ ກ້າວຫນ້າ.

ທ່ານໃຫ້ຮູ້ຊື່ນ້ອງກໍ່ໂພດບອກແດ່ເດີ.

Featured, ແຮງບັນດານໃຈ

Post navigation

Previous Post: ລະບຽບໃນການໃຊ້ທາງດ່ວນ ວຽງຈັນວັງວຽງ
Next Post: ເຕືອນໄພ ໃຜມີລູກນ້ອຍມັກຫຼິ້ນຢາງບ້ວງ

Related Posts

ປະກາດດ່ວນ! ທ່ານໃດໄປຕະຫຼາດ ຫຼັກ 2 ແລະ ຫຼັກ 3 ເມືອງທ່າແຂກ ຂໍໃຫ້ໄປກວດຫາເຊື້ອ ໂຄວິດ-19 Featured
ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ Featured
ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ) Featured
ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ Featured
ຕິດເພີ່ມ 2​ ຄົນໃນຊຸມຊົນ ນະຄອນຫຼວງວຽງຈັນ Featured
ແມ່ຕູ້ອາຍຸ 114 ປີ ຕິດໂຄວິດ ເສຍຊີວິດທີ່ໄຊຍະບູລີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme