Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຍີ່ປຸ່ນ ໃຫ້ການຊ່ວຍເຫລືອອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ແກ່ ສປປ ລາວ ມູນຄ່າ 3 ລ້ານກວ່າໂດລ້າສະຫະລັດ

Posted on 18/12/202018/12/2020 By ປະກາດ Pakaad No Comments on ຍີ່ປຸ່ນ ໃຫ້ການຊ່ວຍເຫລືອອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ແກ່ ສປປ ລາວ ມູນຄ່າ 3 ລ້ານກວ່າໂດລ້າສະຫະລັດ

ຕອນເຊົ້າວັນທີ 18 ທັນວາ 2020 ທີ່ສູນລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນການແພດໃຫ້ ສປປ ລາວ ເຊິ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ19, ອຸປະກອນດັ່ງກ່າວປະກອບດ້ວຍ ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ ເຊິ່ງແມ່ນພາກສ່ວນໜຶ່ງ ທີ່ລັດຖະບານຍີ່ປຸ່ນສັນຍາວ່າຈະໃຫ້ການຊ່ວຍເຫລືອທັງໝົດ ມູນຄ່າ3.084.480 ໂດລາສະຫະລັດ.

ທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະລັດຖະທູດແຫ່ງຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ ອຸປະກອນການແພດເຫຼົ່ານີ້ ສາມາດເພີ່ມຄວາມເຂັ້ມແຂງຂອງປະເທດລາວ ໃນການຮັບມືກັບພະຍາດໂຄວິດ-19, ນອກຈາກນັ້ນ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງຍີ່ປຸ່ນໃນການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ.

ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກ່າວວ່າ: ການສະໜອງເຄື່ອງມືທີ່ຈຳເປັນໃຫ້ຫ້ອງວິເຄາະຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ ເປັນວຽກງານໜື່ງທີ່ສຳຄັນ ຍ້ອນວ່າ ໝໍວິເຄາະປຽບເໝືອນແນວໜ້າຂອງລະບົບສາທາລະນະສຸກໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ເດືອນທັນວາ 2020 ນີ້ ອົງການ UNOPS ໄດ້ສຳເລັດການຈັດຊື້ອຸປະກອນທີ່ຮັບໃຊ້ໃນຫ້ອງວິເຄາະ ເປັນຕົ້ນແມ່ນ: ຕູ້ອົບຂ້າເຊື້ອ, ຕູ້ປອດເຊື້ອ, ຂາຕັ້ງຫຼອດພິແພັດ, ໂຕະ, ຕັ່ງ ແລະ ຕູ້ຕິດຝາ ເຊີ່ງອຸປະກອນເຫຼົ່ານີ້ຈະຖືກສົ່ງໄປຊ່ວຍເຫລືອຫ້ອງວິເຄາະທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ພາຍໃນເດືອນກຸມພາ ປີ 2021. ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ແມ່ນເພື່ອສະໜອງເຄື່ອງມື ແລະ ອຸປະກອນການແພດຢ່າງຮີບດ່ວນໃຫ້ບັນດາໂຮງໝໍ ແລະ ສູນວິເຄາະໃນ ສປປ ລາວ ເພື່ອປີ່ນປົວ ແລະ ຊ່ວຍຊີວິດຄົນເຈັບ.

ລາຍງານໂດຍ: Lao National Radio

Featured, ການກຸສົນ, ລັດຖະບານ

Post navigation

Previous Post: ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ
Next Post: ລະບຽບໃນການໃຊ້ທາງດ່ວນ ວຽງຈັນວັງວຽງ

Related Posts

ສ້າງອະນາຄົດທີ່ສວຍງາມດ້ວຍນະວັດຕະກຳທັນສະໄໝໄປກັບ ໄອຊີບີຊີ Featured
ໄລອອກຣັອກໃກ້ມາແລ້ວຂ່າວດີແມ່ນເລີ່ມອ່ອນກໍາລັງລົງ ແຕ່ໃຫ້ລະມັດລະວັງ Featured
ດ່ວນທີ່ສຸດພີ່ນ້ອງ! ອອກມາແລ້ວ ມາດຕະການຜ່ອນຜັນໃຫມ່ ແຕ່ວັນທີ 01-31 ຕຸລາ 2020 Featured
ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ຝົນຍັງຕົກໃນທຸກພາກຂໍໃຫ້ລະມັດລະວັງ Featured
ອາກາດໜາວເຢັນແລ້ວໂດຍສະເພາະພາກເໜືອ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme