Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ

Posted on 23/06/202123/06/2021 By ປະກາດ Pakaad No Comments on ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ

ມາຮອດວັນທີ 22 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1,294 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 9 ຄົນ, ຈາກນະຄອນຫຼວງ 6 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ.

ສຳລັບນະຄອນຫຼວງວຽງຈັນ 6 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 2 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ດັ່ງນັ້ນ, ມື້ນີ້ມີການຕິດເຊື້ອໃໝ່ 9 ກໍລະນີ, ບໍ່ມີການເສຍຊີວິດໃໝ່ 0 ຄົນ, ກຳລັງປິ່ນປົວ 112 ຄົນ.

ລາຍລະອຽດ ກ່ຽວກັບ 6 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:

  • ຄົນທີ 1: ເພດຍິງ, ອາຍຸ 24 ປີ, ສັນຊາດລາວ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ບ້ານໂນນແກ້ວ ແລະ ຜົນກວດພົບເຊື້ອ.
  • ຄົນທີ 2: ເພດຊາຍ, ອາຍຸ: 24 ປີ, ສັນຊາດລາວ, ບ້ານໂພນຕ້ອງສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 3: ເພດຊາຍ, ອາຍຸ: 25 ປີ, ສັນຊາດລາວ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 4: ເພດຍິງ, ອາຍຸ: 48 ປີ, ສັນຊາດລາວ, ບ້ານດອນດູ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້, ໄອ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູນກຍ້ອຍ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 5: ເພດຊາຍ, ອາຍຸ 4 ປີ, ສັນຊາດລາວ, ບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 6: ເພດຊາຍ, ອາຍຸ: 26 ປີ, ສັນຊາດລາວ, ບ້ານວາທ່າ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ
Next Post: ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

Related Posts

ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ! Featured
ວັກຊິນໄຟເຊີ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາຮອດ ສປປລາວ ແລ້ວ Featured
ຊົມເຊີຍ! ປະຊາຊົນບ້ານໂພນຄໍາ ສ້າງຂົວໄມ້ຊ່ວຍກັນ Featured
ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ Featured
ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເສຍຊີວິດ 700 ຄົນແລ້ວ Featured
ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍຮ້ອຍປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme