Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາຍລະອຽດການຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ ແລະ ອີກ 6 ແຂວງ

Posted on 26/08/202126/08/2021 By ປະກາດ Pakaad No Comments on ລາຍລະອຽດການຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ ແລະ ອີກ 6 ແຂວງ

ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:

ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື: ບ້ານສິມມະໂນເຫນຶອ 2, ສິມມະໂນໃຕ້ 2, ດອນດູ່ 6, ຫນອງແວງ 2, ດົງໂພແຮ່ 1 ຄົນ, ເຫຼືອນັ້ນ ແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ.

ແຂວງ ຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ.

ແຂວງອຸດົມໄຊ 1 ຄົນ, ເປັນເພດຍິງ, ອາຍຸ 49 ປີ, ພະນັກງານທະຫານ, ບ້ານນຳ້ອຸ່ນ, ເມືອງຮຸນ, ມີປະຫວັດເດີນທາງໄປບ້ານນາຝາຍ, ເມືອງນານ ແຂວງຫລວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນ ດ້ວຍລົດສ່ວນຕົວ ຊື່ງມີຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ຊື່ງປະຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍແຂວງແລ້ວ.

ແຂວງບໍ່ແກ້ວ 15 ຄົນ, ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ, 1 ຄົນແມ່ນເດັກ 1 ເດືອນ, 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງ ຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດຈະເດີນທາງກັບບ້ານ, 1 ຄົນ ບ້ານດອນສະຫວັນ ເມືຶອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອ ທີ່ລາຍງານມື້ກ່ອນ).

ແຂວງຫຼວງພະບາງ 3 ຄົນ, ເພດຊາຍ ອາຍຸ 29 ປີ, ອາຊີບ ທະຫານ, ບ້ານໂຄມຂວາງ, ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອ ທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ, ສ່ວນ ອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ.

ແຂວງໄຊຍະບູລີ 2 ຄົນ, ຜູ້ທີ 1 ແມ່ນເປັນ ເພດຊາຍ ອາຍຸ 37 ປີ, ຜູ້ທີ 2 ເພດຍິງ ອາຍຸ 35 ປີ, ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ.

ແຂວງສະຫວັນນະເຂດ 9 ຄົນ, ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ, ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາ ທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນຫນ້ານັ້ນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ປິດ! ທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ
Next Post: ພະຍາກອນອາກາດ ເວລາ 7 ໂມງ ຂອງວັນທີ 27 ສິງຫາ 2021

Related Posts

ແຂວງຄໍາມ່ວນອອກຄໍາສັ່ງສະບັບໃໝ່ຮັບມືໂຄວິດ Featured
ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ Featured
ລະວັງຟ້າຝົນລົມ ພະຍາກອນອາກາດປະຈຳວັນ 26 ມິຖຸນາ 2022 Featured
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022 Featured
ແມ່ຕູ້ອາຍຸ78ປີຕິດໂຄວິດເສຍຊີວິດທີ່ນະຄອນຫລວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme