ເພື່ອເປັນການຊຸກຍູ້ໃຫ້ຄົນລາວຄົ້ນຫາປະເທດລາວຕື່ມ ແລະ ຊ່ວຍສະໜັບສະໜູນ ເສດຖະກິດທ້ອງຖິ່ນ Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ

ມື້ນີ້ 9/12/2020 Facebook ໄດ້ເປີດໂຕແຄມເປນ #ລາວຊ່ວຍລາວ ທີ່ມີການເນັ້ນໜັກໄປທີ່ການເຮັດ ວິດີໂອ ຢູ່ ສປປ ລາວ. ໂດຍມີການເຮັດວຽກຮ່ວມກັບ 3 ນັກສ້າງວິດີໂອອັນດັບຕົ້ນໆຂອງເມືອງລາວ ເພື່ອສ້າງເນື້ອຫາກ່ຽວກັບປະສົບການການທ່ອງທ່ຽວພາຍໃນປະເທດ ທີ່ຈະຊ່ວຍສົ່ງເສີມການຟື້ນຟູເສດຖະກິດໃນໄລຍະທ້າຍປີນີ້.
ທ່ານ ແພັກເດ ເຮັງ (Phaekdey Heng), ຫົວໜ້ານະໂຍບາຍສາທາລະນະ ກຳປູເຈຍ ແລະ ສປປ ລາວ ໄດ້ກ່າວເປີດແຄມເປນ ຜ່ານທາງອອນລາຍ ໂດຍທ່ານໄດ້ເວົ້າເຖິງແນວຄວາມຄິດຫຼັກ ພາຍໃຕ້ໂຄງການ #ລາວຊ່ວຍລາວ ວ່າ “ນອກຈາກ ຄວາມພະຍາຍາມຢ່າງຕໍ່ເນື່ອງທີ່ເຮົາມີ ເພື່ອຊ່ວຍຮັກສາຄວາມປອດໄພຂອງປະຊາຊົນ ແລະ ສະໜອງຂໍ້ມູນທີ່ແທ້ຈິງ ໃນໄລຍະເວລາທີ່ລຳບາກນີ້, Facebook ມີຄວາມມຸ້ງໝັ້ນ ທີ່ຈະໃຫ້ການສະໜັບສະໜູນ ທຸລະກິດ ແລະ ຊຸມຊົນທ້ອງຖິ່ນໃນລາວໃຫ້ໄດ້ຫຼາຍທີ່ສຸດ. ພວກເຮົາຮູ້ວ່າທຸລະກິດຫຼາຍແຫ່ງ ກຳລັງປະສົບກັບສິ່ງທ້າທາຍທີ່ບໍ່ຄາດຄິດ ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ເຊິ່ງແມ່ນຖືກກະທົບໂດຍກົງ ແລະ ໜັກທີ່ສຸດ.

ອີງຕາມຂໍ້ມູນຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ອຸດສາຫະກຳການທ່ອງທ່ຽວ ສາມາດສ້າງລາຍໄດ້ຫຼາຍກວ່າ 800 ລ້ານໂດລາສະຫະລັດ ໃຫ້ປະເທດ ໃນປີ 2018, ເຊິ່ງເທົ່າກັບ 4.6 ສ່ວນຮ້ອຍ ຂອງ Gross Domestic Product (GDP) ຂອງປີດຽວກັນ, ໃນຂະນະທີ່ເດືອນ ມິຖຸນາ 2020, ລາຍງານຈາກ ທະນາຄານພັດທະນາອາຊີ (Asian Development Bank) ຜົນກະທົບຂອງ COVID-19 ຕໍ່ວິສາຫະກິດການທ່ອງທ່ຽວໃນສປປ ລາວ, ໄດ້ແຈ້ງວ່າ ການທ່ອງທ່ຽວສາກົນຖືກຈັດຢູ່ໃນອັນດັບທີ 3 ການສ້າງລາຍໄດ້ສູງສຸດຂອງ ສປປລາວ ໃນປີທີ່ຜ່ານມາ, ເຊິ່ງມີມູນຄ່າເຖິງ 934 ລ້ານໂດລາສະຫະລັດ.

ແຄມເປນອອນລາຍ #ລາວຊ່ວຍລາວ ຈະໄດ້ເຜີຍແຜ່ເນື້ອຫາວິດີໂອທີ່ຜະລິດ ແລະ ແຕ່ງໂດຍນັກສ້າງວິດີໂອການທ່ອງທ່ຽວຊັ້ນນຳໃນ Facebook ຂອງລາວ ປະກອບມີ: “ເພຈ ປີລະທ່ຽວ” ແລະ “ເພຈ ໝໍແຂ້ວພາທ່ຽວ” ພ້ອມກັບ ຊ່ຽວຊານທາງດ້ານອາຫານ ແລະ ນັກສ້າງວິດີໂອຄື “ເພຈ ທ້ອງແຕກ” ຜ່ານ Facebook Watch – ແຫຼ່ງວິດີໂອ ໃນແພັດຟອມ Facebook, ໂດຍແຕ່ລະເພຈຈະມີການນຳສະເໜີເນື້ອຫາທີ່ແຕກຕ່າງກັນໄປ ໃນຮູບແບບຂອງຕົນ, ເຊິ່ງມີການທ່ຽວຊົມ ສະຖານທີ່ທ່ອງທ່ຽວພາຍໃນທ້ອງຖິ່ນ, ສະຖານທີ່ເໝາະກັບການຖ່າຍຮູບລົງ Instagram, ລວມທັງອາຫານ ແລະ ເຄື່ອງດື່ມ ຈົນເຖິງທຸລະກິດຂະໜາດນ້ອຍທີ່ທຸກຄົນສາມາດຄົ້ນຫາໃນ Facebook.

“ຈຸດປະສົງແມ່ນເພື່ອກະຕຸ້ນຊຸມຊົນໃຫ້ສະໜັບສະໜູນ ທຸລະກິດທ້ອງຖິ່ນ ແລະ ເຊື່ອມຕໍ່ພວກເຂົາໂດຍຜ່ານ ເນື້ອຫາວິດີໂອທີ່ໜ້າສົນໃຈ. ການເບິ່ງວິດີໂອ ເປັນປະກົດການທີ່ທົ່ວໂລກ ເຮົາສັງເກດເຫັນວ່າເປັນທີ່ນິຍົມຫຼາຍ, ໃນນັ້ນກໍມີປະເທດລາວ ເຊິ່ງວ່າປະຊາຊົນຫຼາຍກ່ວາ 1,25 ພັນລ້ານຄົນ ກໍາລັງເຂົ້າເບິ່ງ Facebook Watch ແລະ ຫຼາຍກວ່າ 720 ລ້ານຄົນທົ່ວໂລກ ໃຊ້ເວລາເປັນຢ່າງຕໍ່າໜຶ່ງນາທີຕໍ່ເດືອນໃນການເບິ່ງວິດີໂອໃນ Facebook.

ເພາະເເນວນັ້ນ, ພວກເຮົາຈຶ່ງມີຄວາມຕື່ນເຕັ້ນທີ່ຈະເຮັດວຽກກັບນັກສ້າງວີດີໂອໃນລາວ ແລະ ໄວລຸ້ນຍຸກໃໝ່ຄືກັບ ປີລະທ່ຽວ, ໝໍແຂ້ວພາທ່ຽວ ແລະ ທ້ອງແຕກ” ທ່ານ ແພັກເດ ເຮັງ ໄດ້ກ່າວ.

“ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ໄດ້ເຂົ້າຮ່ວມ ໃນແຄມເປນວິດີໂອຂອງ Facebook ແລະເປັນສ່ວນໜຶ່ງ ໃນການຊ່ວຍເຫຼືອຊຸມຊົນຂອງພວກເຮົາ. ພວກເຮົາຫວັງທີ່ຈະສົ່ງຂໍ້ຄວາມທີ່ສ້າງແຮງບັນດານໃຈໃຫ້ຜູ້ຊົມ ເພື່ອເປັນກຳລັງໃຈ ແລະ ເປັນການສະໜັບສະໜູນ ທຸລະກິດ SME ໃນຂະແໜງການທ່ອງທ່ຽວຂອງພວກເຮົາ, ໂດຍການຊ່ວຍຊື້ສິນຄ້າ ແລະ ການບໍລິການຂອງພວກເຂົາ, ພ້ອມທັງສະໜັບສະໜູນ ສະຖານທີ່ທ່ອງທ່ຽວໃນທ້ອງຖິ່ນອີກຕື່ມ.” ວິນລີ້ ປີລະທ່ຽວ ກ່າວ“ພວກເຮົາຂໍເຊີນຊວນບັນດາທ່ານຜູ້ຊົມທາງບ້ານ, ລວມທັງແຟນເພຈ ແລະ ຜູ້ຕິດຕາມຜົນງານຂອງພວກເຮົາທຸກຄົນ ໃຫ້ມາເປັນສ່ວນໜຶ່ງໃນແຄມເປນ ລາວ ຊ່ວຍ ລາວ ໂດຍການໂພສຮູບ ຫຼື ວິດີໂອຂອງຕົນທີ່ເປັນການ ຊ່ວຍເຫຼືອຄົນລາວນຳກັນນັ້ນ ລົງໃນ Facebook ແລະ Instagram ຂອງຕົນ”

ແຄມເປນວິດີໂອ #ລາວຊ່ວຍລາວ ຂອງ Facebook ແມ່ນໄດ້ມີສື່ມວນຊົນອອນລາຍອັນດັບຕົ້ນ ເຂົ້າຮວມເຊັ່ນ InsideLaos ແລະໂທລະພາບແຫ່ງຊາດລາວ ເຊິ່ງຈະເປັນພາກສ່ວນທີ່ຈະນຳສະເໜີ ເນື້ອຫາວິດີໂອຕື່ມອີກ ແລະ ພ້ອມທັງສອນທັກສະທາງດ້ານດີຈີຕອນ ແລະ ໃຫ້ຕົວຢ່າງດີໆ ພ້ອມໃຫ້ທັງເຄັດລັບຕ່າງໆໃນການຊ່ວຍໃຫ້ SME ທ້ອງຖິ່ນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມສາມາດນຳໃຊ້ເຄື່ອງມືທາງທຸລະກິດໃນ Facebook ໃຫ້ເປັນຜົນປະໂຫຍດຫຼາຍທີ່ສຸດ.

ທຸກຄົນສາມາດມ່ວນຊື່ນ ແລະ ຕິດຕາມແຄມເປນອອນລາຍ #LaoHelpLao ເຊິ່ງຈະເລີ່ມຕັ້ງແຕ່ວັນທີ 9 ທັນວາ ເຖິງ 26 ທັນວາ ໂດຍການຕິດຕາມຜ່ານ ເພຈ Pee La Thiao, ເພຈ Dentist Adventure, ເພຈ Thong Taek ໃນ Facebook ແລະ http://www.facebook.com/hashtag/laohelplao.

ຊາວລາວທຸກຄົນຍັງສາມາດເຂົ້າມາມີສ່ວນຮ່ວມໃນແຄມເປນດ້ວຍການໂພສຮູບພາບ ແລະ ວິດີໂອກ່ຽວກັບສະຖານທີ່, ຜະລິດຕະພັນ ຫຼື ການບໍລິການໃນທ້ອງຖິ່ນທີ່ມັກລົງໃນ Facebook ຫຼື Instagram ພ້ອມດ້ວຍ hashtag #LaoHelpLao ແລະ #ລາວຊ່ວຍລາວ.