Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຈໍາປາສັກຈັດກິດຈະກໍາຂີ່ລົດຖີບສົ່ງເສີມການທ່ອງທ່ຽວແບບ ລາວທ່ຽວລາວ

Posted on 06/12/202006/12/2020 By ປະກາດ Pakaad No Comments on ແຂວງຈໍາປາສັກຈັດກິດຈະກໍາຂີ່ລົດຖີບສົ່ງເສີມການທ່ອງທ່ຽວແບບ ລາວທ່ຽວລາວ

ສະໂມສອນລົດຖີບ,ຮ່ວມກັບພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ )ແຂວງຈໍາປາສັກຈັດກິດຈະກໍາຂີ່ລົດຖີບສົ່ງເສີມການທ່ອງທ່ຽວພາຍໃຕ້ຫົວຂໍ້”ລາວທ່ຽວລາວ“ ຂຶ້ນໃນຕອນເຊົ້າວັນທີ 5 ທັນວາ 2020 .

ໃຫ້ກຽດກ່າວເປີດງານໂດຍທ່ານ ໂສມ ບຸດຕະກູນ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ,ມີທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ,ທ່ານ ຄໍາໝັ້ນ ແກ້ວວິໄລສັກ ປະທານສະໂມສອນລົດຖີບແຂວງຈໍາປາສັກ,ບັນດາ ຮອງປະທານ,ຄະນະ ແລະ ສະມາຊິກສະໂມສອນລົດຖີບແຂວງຈໍາປາສັກ ຈໍານວນ 70 ກ່ວາຄົນ ແລະມີນັກກິລາລົດຖີບຈາກສະຫະພັນກິລາລົດຖີບແຫ່ງຊາດ,ຈາກນະຄອນຫຼວງ,ແຂວງຄໍາມ່ວນ,ສະຫວັນນະເຂດ ແລະອັດຕະປືເຂົ້າຮ່ວມເກືອບ 300 ຄົນ.

ທ່ານ ຄໍາໝັ້ນ ແກ້ວວິໄລສັກ ປະທານສະໂມສອນລົດຖີບແຂວງຈໍາປາສັກ ໄດ້ໃຫ້ສໍາພາດວ່າ:ຈຸດປະສົງໃນການຈັດກິດຈະກໍາໃນຄັ້ງນີ້ ນອກຈາກເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VIII,ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ,ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລ້ວ ແມ່ນແນໃສ່ ສົ່ງເສີມການທອງທ່ຽວແບບລາວທ່ຽວລາວໃຫ້ມີການຂະຫຍາຍຕົວກ້ວາງຂວາງຫຼາຍຂຶ້ນ ໄປຄຽງຄູ່ກັນກັບການປຸກລະດົມທົ່ວສັງຄົມໃຫ້ຫັນມາສົນໃຈການຂີ່ລົດຖີບອອກກໍາລັງກາຍ ເພື່ອເຮັດໃຫ້ສຸຂະພາບເຂັ້ມແຂງ ແລະ ກ້າວໄປສູ່ການເປັນນັກກິລາ ເຂົ້າຮ່ວມລາຍການແຂ່ງຂັນຕ່າງໆໃນຕໍ່ໜ້າ.

ທ່ານ ຄໍາໝັ້ນ ແກ້ວວິໄລສັກ ກ່າວອີກວ່າ: ໃນການຂີ່ລົດຖີບລາວທ່ຽວລາວຢູ່ແຂວງຈໍາປາສັກ ໃນຄັ້ງນີ້,ເຖິິງຈະເປັນຄັ້ງທໍາອິດແຕ່ກໍໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກທາງພາກລັດໂດຍສະເພາະພະແນກ ຖວທ ແຂວງ ແລະບັນດາບໍລິສັດ ເອກະຊົນ,ນິຕິບຸກຄົນ ຕະຫຼອດຮອດນັກກິລາຜູ້ທີ່ຮັກມັກໃນການຂີ່ລົດຖີບ ອັນໄດ້ເຮັດໃຫ້ມີຜູ້ລົງທະບຽນເຂົ້າຮ່ວມເຖິງ 300 ກ່ວາຄົນ.
ກິດຈະກໍາຂີ່ລົດຖີບສົ່ງເສີມການທ່ອງທ່ຽວແບບລາວທ່ຽວລາວໃນຄັ້ງນີ້,ຫຼັງຈາກເປີດພິທີແລ້ວ ບັນດານັກຂີ່ລົດຖີບກໍໄດ້ປັ່ນລົດຖີບຈາກຈຸດເລີ່ມຕົ້ນແຕ່ ພະແນກ ຖວທ ແຂວງ(ຫຼັກ KM 3) ນະຄອນປາກເຊ ມຸ່ງໜ້າສູ່ເມືອງປາກຊ່ອງ,ເຂົ້າແວ່ຊົມທໍາມະຊາດຕາດຟານ,ຕາດຄູ່ ແລະ ຈະພົບປະສ້າງສັນ,ສະຫຼຸບກິດຈະກໍາຢູ່ທີ່ແຫຼ່ງທ່ອງທ່ຽວ ທີ່ນີ້ປາກຊ່ອງ ຫຼັກ 42 ເພື່ອສໍາພັດກັບທໍາມະຊາດ ແລະອາກາດໜາວເຢັນໜ້າພັກຜ່ອນແລະທ່ຽວຊົມ ອີກແຫ່ງໜຶ່ງຂອງເມືອງປາກຊ່ອງ ແຂວງຈໍາປາສັກ.

ພາບແລະຂ່າວ: ເກດສະໜາ ແກ້ວສຸວັນນະແສງ

ກິລາ, ທ່ອງທ່ຽວ

Post navigation

Previous Post: ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII
Next Post: ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 9 ຈຸດປະກາຍຄວາມໄຝ່ຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ

Related Posts

ສານອວຍພອນປີໃໝ່ລາວ ຈາກປະທານປະເທດ Featured
ຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະ ຕັດເຫຼືອ 25 ປະເພດກິລາ Featured
ແສງທອງອັດສະດົງທີ່ບຶງທາດຫຼວງ Featured
Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ Featured
ດັ່ງແດນເທບນິຍາຍ ປ່າດົງດິບ ພູເບ້ຍ Featured
U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme