ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII ໄດ້ດຳເນີນເປັນເວລາ 2 ວັນ ນັບແຕ່ວັນທີ 3-4 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ໄດ້ມີຜູ້ແທນເຂົ້າຮ່ວມທັງໝົດ 495 ສະຫາຍ ໃນນີ້ ມີຜູ້ ແທນສົມບູນຈຳນວນ 400 ສະຫາຍ, ຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກຳມະບານທັງໝົດ 227.718 ສະຫາຍ, ຍິງ 103.696 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາບັນຫາສຳຄັນກ່ຽວກັບການພັດທະນາວຽກງານກຳມະບານຢ່າງຮອບດ້ານ, ພາວະວິໃສ ແລະ ໄດ້ເປັນເອກະ ສັນກັນຮັບຮອງເອົາວຽກງານສຳຄັນດັ່ງນີ້:
ກອງປະຊຸມໃຫຍ່ເຫັນດີເປັນເອກະພາບ ຮັບຮອງເອົາຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ VII ໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນຳ ແຕ່ປີ 2015-2020 ເປັນຕົ້ນແມ່ນການປັບປຸງການຈັດຕັ້ງກຳມະບານທາງດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການເຄື່ອນ ໄຫວ, ການພັດທະນາວຽກງານກຳມະບານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງດ້ານປະລິມານ ແລະ ຄຸນນະພາບ, ສາມາດຢັ້ງຢືນໄດ້ວ່າ ສະຫະພັນກຳມະບານລາວ ເປັນການຈັດຕັ້ງມະຫາຊົນທີ່ໜັກ ແໜ້ນ, ຊື່ສັດ, ຈົ່ງຮັກພັກດີຕໍ່ພັັກ, ຕໍ່ລະບອບໃໝ່ຂອງພວກເຮົາ,

ຮັບຮອງທິດທາງແຜນການ 5 ປີໃນຕໍ່ໜ້ານັບແຕ່ປິ 2021-2025 ຊຶ່ງເປັນບາດລ້ຽວອັນສຳຄັນໃນການນຳພາ-ຊີ້ນຳວຽກງານກຳມະບານ ໂດຍສະ ເພາະແມ່ນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງກຳມະບານ, ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງ ງານ, ຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ VII ຊຶ່ງໄດ້ສະແດງໃຫ້ເຫັນຜົນງານ ໃນການນຳພາ-ຊີ້ນຳວຽກງານໃນໄລຍະ 5 ປີຜ່ານມາ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ກອງປະຊຸມໄດ້ເປັນເອກະສັນພິຈາລະນາຮັບຮອງເອົາຮ່າງກົດລະບຽບສະໄໝທີ VIII ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ຊຶ່ງໄດ້ມີການປັບ ປຸງເນື້ອໃນຈຳນວນໜຶ່ງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານ. ພ້ອມນີ້ ຍັງໄດ້ຮັບຟັງບົດປະກອບຄຳເຫັນ ຈາກສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ, ບັນດາສະຫະພັນກຳມະບານແຂວງ, ນະ ຄອນຫຼວງວຽງຈັນ, ສະຫະພັນກຳມະບານກະຊວງ-ອົງ ການ ແລະ ບັນດາກຳມະບານຮາກຖານຈຳນວນໜຶ່ງ ທີ່ເປັນການຢັ້ງຢືນເພິ່ມເຕີມໃຫ້ແກ່ການເຕີບໃຫຍ່ຂະຫາຍຕົວອັນພົ້ນເດັ່ນໃນຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຕະຫລອດໄລຍະ 5 ປີທີ່ຜ່ານມາ.

ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ VIII ຈຳນວນ 57 ສະຫາຍ, ຍິງ 11 ສະຫາຍ ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານກຳມະບານໃນ 5 ປີຕໍ່ໜ້າ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວສະ ໄໝທີ VIII ໄດ້ເປັນເອກະສັນກັນຢ່າງສົມບູນເລືອກຕັ້ງເອົາຄະນະປະ ທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຈຳນວນ 4 ສະຫາຍ ມີດັ່ງນີ້:
- 1) ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
- 2) ສະຫາຍ ພອນສານ ວິໄລ້ເມັ້ງ
- 3) ສະຫາຍ ນາງ ອາລິຍາວັນ ອັກຄະວົງ
- 4) ສະຫາຍ ວິໄລ ວົງຂະເສີມ.

– ກອງປະຊຸມໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະ ໄໝທີ VIII ດັ່ງນີ້:
- 1) ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນປະທານຄະນະບໍລິຫານງານ.
- 2) ສະຫາຍ ພອນສານ ວິໄລ້ເມັ້ງ ເປັນຮອງປະທານຄະນະບໍລິຫານງານ.
- 3) ສະຫາຍ ນາງ ອາລິຍາວັນ ອັກຄະວົງ ເປັນຮອງປະທານຄະນະບໍລິຫານງານ.
- 4) ສະຫາຍ ວິໄລ ວົງຂະເສີມ ເປັນຮອງປະທານຄະນະບໍລິຫານງານ.
– ກອງປະຊຸມໄດ້ເລືອກຕັ້ງເອົາຄະນະກວດກາ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະກອບມີ:
- 1) ສະຫາຍ ພອນສານ ວິໄລ້ເມັ້ງ ເປັນປະທານ
- 2) ສະຫາຍ ທອງພິມ ວົງລະພາ ເປັນຮອງປະທານ
- 3) ສະຫາຍ ແສງທອງ ຊາວພູວົງ ເປັນຮອງປະທານ

ກອງປະຊຸມຄັ້ງນີ້ ໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບສະຫາຍ ພົທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຊຶ່ງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບ ອຸ່ນ, ສະໜິດສະໜົມຂອງການນຳພັກ-ລັດ ແລະ ປະຊາຊົນບັນດາເຜົ່າເຖິງຜູ້ແທນກອງປະຊຸມໃຫຍ່ກໍ່ຄືສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວໃນທົ່ວປະເທດ. ພ້ອມນັ້ນ ທ່ານຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຊຶ່ງທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງຄະ ນະບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ VII ພ້ອມທັງຍົກໃຫ້ເຫັນບັນຫາທີ່ສຳຄັນຫຼາຍດ້ານ ຊຶ່ງບັນດາທິດຊີ້ນຳດັ່ງກ່າວ ໄດ້ສະ ແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງກົມການເມືອງສູນກາງພັກ, ລັດຖະ ບານ ຕໍ່ວຽກງານກຳມະບານ ເພື່ອສືບຕໍ່ນຳເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ.

ນອກຈາກນີ້ ກອງປະຊຸມໃຫຍ່ຮຽກຮ້ອງມາຍັງສະຫະ ພັນກຳມະບານລາວທຸກຂັ້ນ, ສະມາຊິກກຳມະບານທຸກສະຫາຍ, ຕະຫຼອດຮອດກຳມະກອນ ແລະ ຜູ້ອອກແຮງ ງານລາວໃນທົ່ວປະເທດຈົ່ງສາມັກຄີເປັນປືກແຜ່ນແໜ້ນ ໜາຢູ່ອ້ອມຂ້າງພັກ, ສູ້ຊົນ ບຸກບືນ, ອົດທົນ, ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດ ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ພ້ອມນີ້ ຍັງໄດ້ມອບຄວາມຮັບຜິດ ຊອບອັນສຳຄັນ ແລະ ໜ້າທີ່ອັນມີກຽດສະຫງ່າໃຫ້ຄະນະບໍລິ ຫານງານສູນກາງສະຫະ ພັນກຳມະບານລາວ ສະໄໝທີ VIII ສືບຕໍ່ນຳພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ.