Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຮືອບ້ານດົງເກາະໂລງຄວ້າແຊ້ມໜ້ານໍ້ານະຄອນປາກເຊ

Posted on 22/10/202123/10/2021 By ປະກາດ Pakaad No Comments on ເຮືອບ້ານດົງເກາະໂລງຄວ້າແຊ້ມໜ້ານໍ້ານະຄອນປາກເຊ

ນະຄອນ ປາກເຊ 22 ຕຸລາ 2021: ບຸນຊ່ວງເຮືອນະຄອນປາກເຊມີເຮືອເຂົ້າແຂ່ງຂັນ 4 ລຳ ເພື່ອຮັກສາຮີດຄອງປະເພນີ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ19 ຢ່າງເຂັ້ມງວດ

ບຸນຊ່ວງເຮືອນະຄຶນປາກເຊມີເຮືອເຂົ້າແຂ່ງຂັນ 4 ລຳ ເພື່ອຮັກສາຮີດຄອງປະເພນີ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ19ຢ່າງເຂັ້ມງວດເພື່ອເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາວແຂວງຈຳປາສັກກໍ່ຄືຊາວນະຄອນປາກເຊ ເພື່ອຮີດບໍ່ໃຫ້ໝອງຄອງບໍ່ໃຫ້ເສົ້າ.

ທາງນະຄອນປາກເຊຈິ່ງໄດ້ຈັດການແຂ່ງຂັນຊ່ວງເຮືອປະຈຳປີ 2021 ຂື້ນຢູ່ທີ່ປາກແມ່ນ້ຳເຊໂດນ ນະຄອນປາກເຊ,ໂດຍທ່ານ ໂສມ ບຸດຕະກຸນ ຮັກສາການເຈົ້າແຂວງໆຈຳປາສັກ, ມີຄະນະນຳນະຄອນປາກເຊແລະມວນຊົນຊາວນະຄອນປາກເຊເຂົ້າຮ່ວມ.

ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ປະທານຈັດງານຊ່ວງເຮືອໄດ້ໃຫ້ສຳພາດວ່າ ການຈັດການແຂ່ງຂັນຊ່ວງເຮືອໃນປີນີ້ ຈະບໍ່ຄຶກຄື້ນຄືກັບທຸກປີທີ່ບໍ່ມີການລະບາດພະຍາດໂຄວິດ 19 ເພາະປີນີ້ມີພຽງ 4 ລຳເທົ່ານັ້ນທີ່ໃຫ້ເຂົ້າຮ່ວມແຂ່ງຂັນ ເພື່ອປະຕິບັດຕາມຮີດຕາມຄອງທີ່ເຄີຍປະຕິບັດກັນຜ່ານມາ ເຊິ່ງບັນດາທ່ານທີ່ເຂົ້າຮ່ວມຕະຫຼອດຮອດສີພາຍເຮືອຊ່ວງກໍ່ໄດ້ປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ19ຢ່າງເຄັ່ງຄັດ .

ປະຊາຊົນຫຼາຍພາກສ່ວນທີ່ເຂົ້າຮັບຊົມການແຂ່ງຂັນຊ່ວງເຮືອຄັ້ງນີ້ໄດ້ສະແເງຄວາມຮູ້ສຶກດີໃຈທີ່ໄດ້ເຂົ້າຮ່ວມເຖິງວ່າຈະມີການນັ້ນກໍ່ຕ້ອງຕົນເອງ້ປັນຢ່າງດີ. ການແຂ່ງຂັນຊ່ວງເຮືອໃນໂອການບຸນອອກພັນສາປະວໍລະນາໃນປີນີ້ ມີເຮືອ 4 ລຳແມ່ນເຮືອທີ່ມາຈາກນະຄອນປາກເຊທັງໝົດ.

ຈາກການແຂງຜົນປະກົດວ່າ ຊະນະເລີດແມ່ນເຮືອບ້ານດົງເກາະໂລງ, ຮອງຊະນະເລີດ ແມ່ນເຮືອບ້ານ ດອນເຂາະ, ທີ 3 ເຮືອບ້ານຫ້ວຍເລົາແລະ ທີ 4 ແມ່ນເຮືອບ້ານຊົ້າໃຫ່ຍ ໂດຍການມອບລາງວັນຊະນະເລີດ ຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າອຂວງໆຈຳປາສັກ,ຮອງຊະນະເລີດແລະລ າງວັນຊົມເຊີຍແມ່ນ ທ່ານບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊເປັນຜູ້ມອບ.

ຂຽນ : ນ. ປະພິດ ສີສົມບູນ, ພາບ:ທ. ຂຽວສົມພອນ ອ່ອນບຸນຜາ

Featured, ທ່ອງທ່ຽວ, ບຸນປະເພນີ

Post navigation

Previous Post: ນະຄອນຫຼວງວຽງຈັນ 289ຄົນ ທົ່ວປະເທດ 520ຄົນ
Next Post: ແຈ້ງການປິດບ້ານປິດເມືອງຫຼວງນໍ້າທາຮອດ 1 ພະຈິກ 2021

Related Posts

ສປປ ລາວ ກຽມເປີດປະເທດແລ້ວ Featured
ຂ່າວດ່ວນ ປັບລາຄານໍ້າມັນຂຶ້ນທົ່ວປະເທດ ເລີ່ມ 2/4/2022 Featured
ກະຊວງ ຖວທ ໃຫ້ບຸລິມະສິດການເຜີຍແຜ່ ໂຄສະນາ ຕ້ານຢາເສບຕິດ Featured
ແຂວງຄໍາມ່ວນຫຼາຍກວ່າໝູ່ມື້ນີ້ Featured
ສປປລາວ ມີຍອດສະສົມຄົນຕິດເຊື້ອກາຍສອງແສນຄົນແລ້ວ Featured
ຂ່າວເສົ້າຈາກແຂວງຫຼວງພະບາງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme