Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

Posted on 02/02/202102/02/2021 By ປະກາດ Pakaad No Comments on ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

ວຽງຈັນ, ວັນທີ 2 ກຸມພາ 2020: ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7. ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖີງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ.

ພວກເຮົາ ເຄືອຂ່າຍທີພລັດ(TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂື້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ.

ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ.

ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ. ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຄະນະດຽວກັນ ສີເຫຼືອງ-ດໍາ ກໍ່ເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ເຄືອຂ່າຍທີພລັດ/ເບີຫຼັກ 7, ຮູ້ຈັກກັນໂດຍທົ່ວໄປວ່າເປັນເສືອແຫ່ງວົງການໂທລະຄົມໃນ ສ ປປ ລາວ. ສີເຫຼືອງ-ດໍາ ເປັນສີທີີ່ຈື່ໄດ້ງ່າຍ, ເປັນສັນຍາລັກຂອງຄວາມແຂງແກ໋ງ ແລະ ການຮ່ວມມືອັນຊົງພະລັງທີ່ຈະຊ່ວຍນໍາພາແຮງບັນດານໃຈມາສູ່ຄົນລາວຮຸ້ນໃໝ່-ບັນດາແຟນໆຂອງເຄື່ອຂ່າຍທີພລັດ ແລະ ແຟນໆຂອງສະໂມສອນດ໋ອດມູນໃນ ສປປ ລາວ.

ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອໍານວຍການຂອງບໍລິສັດ ທີພລັດ ດິຈິຕອນຈໍາກັດຜູ້ດຽວໄດ້ໃຫ້ຄໍາເຫັນວ່າ: ໃນນາມຂອງບໍລິສັດ ທີພລັດ/ເບີຫຼັກ 7, ຂ້າພະເຈົ້າມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ນໍາສະເໜີການຮ່ວມມືກັນລະຫວ່າງເຄືອຂ່າຍຂອງພວກເຮົາ ກັບສະໂມສອນບານເຕະຊັ້ນນໍາຈາກປະເທດເຢຍລະມັນ ກໍ່ຄື ສະໂມສອນໂບຣັດຊີອາ ດ໋ອດມູນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການຈັບມືກັນຂອງພວກເຮົາໃນຄັ້ງນີ້ຈະກາຍເປັນຮາກຖານສໍາຄັນທີ່ຈະຊ່ວຍສ້າງຄວາມເປັນໄປໄດ້ໃນການພັດທະນາກິລາບານເຕະ ແລະ ນັກກິລາບານເຕະໃນ ສປປ ລາວ ໄປຕັ້ງແຕ່ລະດັບໜຸ່ມນ້ອຍ. ສິ່ງທີ່ກ່າວມານີ້ຖືວ່າເປັນຂໍ້ຄວາມອັນດີສົ່ງຕົງເຖິງແຟນໆຂອງໂບຣັດຊີອາ ດ໋ອດມູນ (BVB) ໃນ ສປປ ລາວ ໂດຍສະເພາະແມ່ນບັນດາເຍົາວະຊົນຄົນຮຸ້ນໃໝ່ເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ ເຄືອຂ່າຍທີພລັດຂອງພວກເຮົາຮູ້ສຶກຍິນດີສະເໝີທີ່ໄດ້ມອບໂອກາດ ແລະ ປະສົບການສຸດພິເສດແກ່ບັນດາທ່ານທີ່ເຊື່ອໝັ້ນ ແລະ ເປັນແຟນຄລັບເຄືອຂ່າຍທີພລັດຂອງພວກເຮົາ.

ນອກຈາກນີ້ ທ່ານ ເພັດສະຫວັນ ເຄີນວິໄລ ຍັງໄດ້ກ່າວເພີ່ມເຕີມອີກວ່າ: ການຈັບມືກັບສະໂມສອນໂບລັດຊີອາ ດ໋ອດມູນເປັນພຽງສ່ວນໜື່ງຂອງບັນດາກິດຈະກໍາດີໆ ຈາກເຄືອຂ່າຍຂອງພວກເຮົາ, ໃນຄວາມຈິງແລ້ວພວກເຮົາຍັງມີກິດຈະກໍາອື່ນໆດີໆອີກຫຼາຍຢ່າງທີ່ພວກເຮົາກໍາລັງວາງແຜນຈະມອບໃຫ້ແກ່ລູກຄ້າຂອງພວກເຮົາຕະຫຼອດທັງປີ.

ພ້ອມນີ້ກໍາມະການຜູ້ຈັດການຂອງສະໂມສອນໂບຣັດຊີອາ ດ໋ອດມູນ ປະຈໍາພາກພື້ນອາຊີປາຊິຟິກ, ທ່ານ Suresh Letchmanan ໄດ້ກ່າວເສີມວ່າ: “ພວກເຮົາຮູ້ສຶກປະທັບໃຈວິທີການສົ່ງເສີມກິລາບານເຕະຂອງທີພລັດ ແລະ ຂໍສະແດງຄວາມຍິນດີທີ່ທາງເຄືອຂ່າຍມີການພັດທະນາຂະຫຍາຍໂຕ ກາຍເປັນແບຼນທີ່ມີນະວັດຕະກໍາ ແລະ ເປັນທີ່ໜ້າຈັບຕາໃນເວທີທຸລະກິດດ້ານໂທລະຄົມຢ່າງວ່ອງໄວ”. “ທີ່ສໍາຄັນອີກຄື ສີເຫຼືອງ-ດໍາຕ່າງກໍ່ເປັນສັນຍາລັກຂອງທັງເຄືອຂ່າຍທີພລັດ ແລະ ສະໂມສອນພວກເຮົາ ເຊິ່ງກໍ່ແນ່ນອນວ່າມັນເປັນອົງປະກອບທີ່ເໝາະກັນທີ່ສຸດກັບພວກເຮົາ ໂບຣັດຊີອາ ດ໋ອດມູນ (BVB)”. ສະນັ້ນໃນໂອກາດນີ້ຂາພະເຈົ້າຂໍໃຊ້ຄໍາວ່າ ຍິນດີຕ້ອນຮັບເຂົ້າສູ້ການເປັນຄອບຄົວດຽວກັນກັບພວກເຮົາໂບຣັດຊີອາ ດ໋ອດມູນ (BVB).

Featured, ກິລາ

Post navigation

Previous Post: “All-New Isuzu D-Max” ໄດ້ຮັບລາງວັນ ASEAN NCAP ຄວາມປອດໄພລະດັບ 5 ດາວ ຕອກຢໍ້າຄວາມເປັນຜູ້ນຳແຫ່ງໂລກກະບະໂຕຈິງ!
Next Post: ລຸ້ນນີ້ແນະນໍາເລີຍ! OPPO Reno5 ສະເປັກແຮງ ສວຍງາມ ລາຄາຖືກໃຈ

Related Posts

ຂໍຂອບໃຈ ແລະ ຮູ້ບຸນຄຸນ ສປ.ຈີນ ມອບວັກຊິນ ຊີໂນຟາມ ແກ່ ສປປ ລາວ ອີກ 1.000.000 ໂດສ Featured
ຂົນລັງເບຍບັງໜ້າທາງໃນຍັດຢາຫຼາຍສິບລ້ານເມັດທີ່ບໍ່ແກ້ວ (ມີຄລິບ) Featured
ໂສມໜ້າເຈົ້າຂອງຍຶດເຄື່ອງຂອງຢູ່ເຮືອນອີກຫຼາຍລາຍການ Featured
ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ Featured
ນະຄອນຫຼວງວຽງຈັນໜັກແທ້ໆເພີ່ມ 716 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme