Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສໍາເລັດໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ແຕ່ບ້ານວັງຊຽ ຫາ ບ້ານນາແຈ່ນເມືອງໂພນທອງ

Posted on 21/11/202021/11/2020 By ປະກາດ Pakaad No Comments on ສໍາເລັດໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ແຕ່ບ້ານວັງຊຽ ຫາ ບ້ານນາແຈ່ນເມືອງໂພນທອງ

ຫລວງພຣະບາງ: ວັນທີ 17 ພະຈິກ 2020 ນີ້ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງໂພນທອງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງປັບປຸງ ແລະຂະຫຍາຍເສັ້ນທາງ ບ້ານວັງຊຽງ ຫາ ບ້ານນາແຈ່ນ ກຸ່ມໂພນທອງ ໂດຍເປັນປະທານຂອງ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງ, ມີ ທ່ານ ບູນລອດ ຜູ້ປະສານງານໂຄງການກອງທຶນຫຼຸດຜອນຄວາມທຸກຍາກຂັ້ນເມືອງ, ທ່ານ ບຸນຍົງ ຮອງປະເສີດ ຕ່າງໜ້າບໍລິສັດຮັບເໝົາກໍ່ສ້າງ ແລະຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ ພ້ອມດ້ວຍ ປະຊາຊົນພາຍໃນບ້ານນາແຈ່ນເຂົ້າຮ່ວມ.

ພິທີ ທ່ານ ວຽງຄຳ ຜູ້ປະສານງານ ກຸ່ມບ້ານໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການ ໂດຍການມີສ່ວນຮ່ວມຂອງຊູມຊົນ ໄດ້ເປັນເຈົ້າການ ປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້ໃນສັນຍາ. ໂຄງການກໍ່ສ້າງປັບປຸງ ແລະຂະຫຍາຍເສັ້ນທາງແຕ່ບ້ານວັງຊຽງ ຫາ ບ້ານນາແຈ່ນເມືອງໂພນທອງ ແມ່ນທຶນສົມທົບຂອງລັດຖະບານ ມູນຄ່າການກໍ່ສ້າງ 111.620.000 ກ່ວາກີບ, ໃນນີ້ ທຶນປະກອບສ່ວນຂອງຊຸມຊົນທັງໝົດ 11.864.000 ກ່ວາກີບ ມີຄວາມຍາວ 3 ກິໂລແມັດ ກວ້າງ 3 ແມັດ, ໃນນັ້ນ ວາງທໍ່ລອດທາງທາງ 2 ຈຸດ ເລີ່ມລົງມື້ກໍ່ສ້າງ-ສ້ອມແປງ ແຕ່ວັນທີ 14 ຕຸລາ 2020 ມາຮອດ ວັນທີ 6 ພະຈິກ ປີ 2020 ແມ່ນສຳເລັດ 100% ໃຊ້ເວລາທັງໝົດ 30 ວັນ.

ຈາກນັ້ນ ທ່ານ ບູນຈັນ ປານຟອງ ໄດ້ກ່າວມອບເສັ້ນທາງ ໃຫ້ອົງການປົກຄອງບ້ານ ແລະປະຊາຊົນບ້ານນາແຈ່ນ, ໂດຍຮຽກຮ້ອງໃຫ້ປະຊາຊົນ ຊ່ວຍກັນໃນການປົກປັກຮັກສາ ແລະຄຸ້ມຄອງເສັ້ນທາງ ໃຫ້ໄດ້ນຳໃຊ້ແບບຍຶນຍົງ ທັງມີຜົນປະໂຫຍດສູງ ໂດຍສະເພາະແມ່ນ ນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ດີຂື້ນເປັນກ້າວໆ, ພ້ອມນີ້ ທ່ານເຈົ້າເມືອງໂພນທອງ ໄດ້ມອບ ຊີມັງ 1 ໂຕນ ແລະເຄືອງນຸ່ງຮົ່ມອີກຈຳນວນໜື່ງ ໃຫ້ ອົງການປົກຄອງບ້ານ ຕື່ມອີກ.

ຂ່າວ: ສົມເພັດ ໄຊມີກອນ ນັກຂ່າວ ເມືອງໂພນທອງ ແຂວງຫຼວງພະບາງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ
Next Post: ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ

Related Posts

ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured
ຄົນຕິດເຊື້ອ ໂຄວິດ-19 ຜູ່ທີ່ 20 ສັນຊາດ ເກົາຫຼີ ກວດພົບໃນຂະນະທີ່ຢູ່ໃນໄລຍະກັກຕົວ ທີ່ໂຮງແຮມ ຂ່າວສານບ້ານເມືອງ
ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ! Featured
ໂສມໜ້າເຈົ້າຂອງຍຶດເຄື່ອງຂອງຢູ່ເຮືອນອີກຫຼາຍລາຍການ Featured
ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme