Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແກ່ 39 ໜ່ວຍພັກ ປກສ ນະຄອນຫລວງວຽງຈັນ

Posted on 10/11/202010/11/2020 By ປະກາດ Pakaad No Comments on ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແກ່ 39 ໜ່ວຍພັກ ປກສ ນະຄອນຫລວງວຽງຈັນ

ນະຄອນຫລວງວຽງຈັນ: ໃນກອງປະຊຸມເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ແລະ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນວັນທີ 05 ພະຈິກ 2020, ທີ່ສະໂມສອນ ປກສ ນວ ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ຄະນະປະຈໍາພັກ ນວ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນວ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2019 ໃຫ້ບັນດາ 39 ໜ່ວຍພັກ ທີ່ຂຶ້ນກັບກອງບັນຊາການ ປກສ ນວ, ມີ ສະຫາຍ ພັອ ຈັນຫອມ ແກ້ວສຸລະໄຊ ຄະນະປະຈໍາພັກ ປກສ ນວ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ນວ, ມີຄະນະພັກ-ຄະນະບັນຊາ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 9 ເມືອງເຂົ້າຮ່ວມ.

ໃນພິທີ ພັທ ນ. ບົວລະພັນ ທິລະສັກ ກໍາມະການພັກ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ນວ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ນວ ສະບັບເລກທີ 664/ຄພ.ນວ, ລົງວັນທີ 11 ສິງຫາ 2020 ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ໂດຍໄດ້ຕົກລົງເຫັນດີຮັບຮອງເອົາ 39 ໜ່ວຍພັກ ທີ່ຂຶ້ນກັບກອງບັນຊາການ ປກສ ນວ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;

ໃນນີ້, ມີໜ່ວຍພັກທີ່ຂຶ້ນກັບຮາກຖານພັກຫ້ອງການກອງບັນຊາການ 4 ໜ່ວຍພັກ, ຮາກຖານພັກຫ້ອງການເມືອງ ມີ 6 ໜ່ວຍພັກ, ຮາກຖານພັກກອງພັນປ້ອງກັນເຄື່ອນທີ່ ມີ 3 ໜ່ວຍພັກ, ຮາກຖານພັກຫ້ອງສັນຕິບານ ມີ 8 ໜ່ວຍພັກ, ຮາກຖານພັກຫ້ອງຕໍາຫຼວດ ມີ 5 ໜ່ວຍພັກ, ຮາກຖານພັກຫ້ອງພະລາທິການ ມີ 4 ໜ່ວຍພັກ, ຮາກຖານພັກຫ້ອງຄຸ້ມຄອງສໍາມະໂນຄົວ ມີ 5 ໜ່ວຍພັກ ແລະ ຮາກຖານພັກຄ້າຍຄຸມຂັງດັດສ້າງ ມີ 4 ໜ່ວຍພັກ.

ໃນຕອນທ້າຍ ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ໄດ້ໂອ້ລົມໂດຍກ່າວເນັ້ນໃຫ້ 39 ໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອໜ່ວຍພັກເຂັ້ມແຂງ, ໜັກແໜ້ນ, ພ້ອມທັງ ເອົາໃຈໃສ່ພັດທະນາສະມາຊິກພັກພາຍໃນໜ່ວຍພັກຂອງຕົນ ໃຫ້ມີຄວາມຮູ້-ຄວາມສາມາດ ເພື່ອພັດທະນາວຽກງານໃນຂົງເຂດທີ່ຕົນຮັບຜິດຊອບ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ຂອງພັກ.

ລັດຖະບານ

Post navigation

Previous Post: ສສຊ ພິຈາລະນາຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ຊາວໜຸ່ມລາວ
Next Post: ບ້ານອຸດົມມີໄຊຈັດງານແຂ່ງຂັນຊ່ວງເຮືອປະຈຳປີຢ່າງຄຶກຄື້ນ

Related Posts

ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ Featured
ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ Featured
ດ່ວນ! ນາຍົກລັດຖະມົນຕີ ແຕ່ງຕັ້ງ ຄະນະ ແກ້ໄຂວິກິດ ນໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາ Featured
ແຂວງສາລະວັນສືບຕໍ່ມາດຕະການຮອດ 16/10/2021 Featured
ພົບຄວາມເສຍຫາຍ1860ຕື້ກວ່າກີບຈາກ39ເປົ້າໝາຍ Featured
ຄະນະສະເພາະກິດແຂວງຈໍາປາສັກ ອອກແຈ້ງການດ່ວນ ໃໝ່ຫຼ້າສຸດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme