Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບ້ານອຸດົມມີໄຊຈັດງານແຂ່ງຂັນຊ່ວງເຮືອປະຈຳປີຢ່າງຄຶກຄື້ນ

Posted on 16/11/202016/11/2020 By ປະກາດ Pakaad No Comments on ບ້ານອຸດົມມີໄຊຈັດງານແຂ່ງຂັນຊ່ວງເຮືອປະຈຳປີຢ່າງຄຶກຄື້ນ

ໃນວັນທີ 13 ພະຈິກ 2020 ທີ່ໜອງສະລວມ ບ້ານອຸດົມມີໄຊ ເມືອງອຸທຸມພອນ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈຳປີຂື້ນຢ່າງຄຶກຄື້ນມ່ວນຊື່ນ,ໂດຍການເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ.ພ້ອມດ້ວຍບັນດາທ່ານໃນຄະນະພັກ,ຄະນະປົກຄອງເມືອງອຳນາດການປົກຄອງບ້ານ,ຕະຫຼອດຮອດມວນຊົນພາຍໃນເມືອງ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ທ່ານ ດຣ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ,ທັງເປັນຜູ້ຊີ້ນຳກຸ່ມໄຊສົມບູນ ໄດ້ລາຍງານໃນການຫ້າງຫາກະກຽມຈັດງານວ່າ: ການແຂ່ງຂັນຊ່ວງເຮືອໃນປີນີ້ ກໍ່ຄືທຸກໆປີທີ່ຜ່ານມາ ໄດ້ສືບສານວັດທະນະທຳປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນ ອະນຸລັກ ປົກປັກຮັກສາ ໄວ້ໃຫ້ລູກ ໃຫ້ຫຼານສືບຕໍ່ໆກັນໄປ,ອີກຢ່າງກໍ່ເພື່ອສ້າງຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າໃຫ້ມີຄວາມແໜ້ນແຟ້ນ

ເຊິ່ງມີທີມນັກກິລາສີພາຍເຮືອຊ່ວງ ທີ່ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 17 ທີມ,ທີ່ມາຈາກເມືອງພະລານໄຊ, ຈຳພອນ ແລະ ເມືອງອຸທຸມພອນເຈົ້າພາບ,ການແຂ່ງຂັນແມ່ນເລີ່ມແຕ່ວັນທີ 13 – 14 ພະຈິກ 2020 ຈິ່ງສຳເລັດ,ໂດຍມີລາງວັນຕັ້ງໄວ້,ຖ້າທີມໃດໄດ້ທີໜຶ່ງແມ່ນໄດ້ຮັບເງິນ 1 ລ້ານກີບ,ທີສອງໄດ້ 7 ແສນກີບ ແລະ ທີສາມໄດ້ 5 ແສນ,ນອກຈາກນີ້ກໍ່ຍັງມີການຈັດແຂ່ງຂັນຂີ່ກະຊາມ ແລະ ຊົກມວຍຊົກມວຍເທິງໄມ້ລຳດຽວຕື່ມອີກ.

ນັກຂ່າວເມືອງອຸທຸມພອນ| ບຸນຊູ ພົພົມມະເທບ

ບຸນປະເພນີ

Post navigation

Previous Post: ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແກ່ 39 ໜ່ວຍພັກ ປກສ ນະຄອນຫລວງວຽງຈັນ
Next Post: ສະມາຄົມແພດເດັກລາວ ຫາລືແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ

Related Posts

ບຸນປີໃໝ່ລາວ ທີ່ ນະຄອນ ຫລວງພຣະບາງ ປີ 10-25 ເມສາ 2021 Featured
ປີນີ້ບຸນອອກພັນສາແລະໄຫຼເຮືອໄຟທີ່ຫຼວງພະບາງໂຈະກ່ອນເດີ Featured
ນາງສັງຂານປີນີ້ ຊົງຢືນຫຼັງພຣະຍາຊ້າງ ມີພຣະນາມວ່າ “ກິຣິນີເທວີ” Featured
ບຸນທາດຫຼວງປີນີ້ອານຸຍາດໃຫ້ຈັດສາມມື້ Featured
ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022 Featured
ປະທານປະເທດ ແຫ່ງ ສປປ ລາວ ສົ່ງຄໍາອວຍພອນປີໃໝ່ລາວ ຈ.ສ 1384 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme