Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮີບຟ້າວລົງທະບຽນ! ເລີ່ມສັກວັກຊິນ J&J 2 ສິງຫາ ເປັນຕົ້ນໄປ

Posted on 27/07/202127/07/2021 By ປະກາດ Pakaad No Comments on ຮີບຟ້າວລົງທະບຽນ! ເລີ່ມສັກວັກຊິນ J&J 2 ສິງຫາ ເປັນຕົ້ນໄປ

ວັກຊິນຈອນສັນ ແອນຈອນສັນ ມີກໍານົດສັກພ້ອມກັນທົ່ວປະເທດ ວັນທີ 2 ສິງຫາ2021

ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ ໂອກາດຖະແຫລງຂ່າວຮ່ວມຕອນເຊົ້າວັນທີ 27 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກວ່າ:

ລັດຖະບານ ສປປ ລາວ ມີຄວາມມຸ່ງໝັ້ນຈະສັກວັກຊິນໃຫ້ປະຊາຊົນລາວ ໃຫ້ໄດ້ 50% ໃນທ້າຍປີ2021 ຂອງຜູ້ມີອາຍຸແຕ່ 18 ປີຂຶ້ນໄປ, ເພື່ອຍົກລະດັບພູມຄຸ້ມກັນ ຂອງປະຊາຊົນ ໃຫ້ສູງຂຶ້ນຕື່ມ ເຊິ່ງໃນອາທິດໜ້ານີ້ ເລີ່ມແຕ່ວັນທີ 2 ສິງຫາ 2021ເປັນຕົ້ນໄປໃນຂອບເຂດທົ່ວປະເທດ ຈະໄດ້ສັກວັກຊິນ ຈອນສັນ ແອນຈອນສັນ ຈໍານວນ 1.008.000 ໂດສ ເຊິ່ງວັກຊິນຊະນິດນີ້ສັກພຽງເຂັມດຽວແມ່ນສາມາດສ້າງພູມຄຸ້ມກັນໄດ້ຄົບຖ້ວນ, ເມື່ອສໍາເລັດສັກວັກຊິນຊະນິດດັ່ງກ່າວ ຄາດວ່າອັດຕາພູມຄຸ້ມກັນໃນປະຊາກອນຂອງລາວ ຈະກວມໄດ້ 29%,

ສະນັ້ນຂໍໃຫ້ປະຊາຊົນທຸກຊັ້ນຄົນ ຈົ່ງໄປລົງທະບຽນລ່ວງໜ້າ ເພື່ອເຂົ້າຮ່ວມສັກວັກຊິນ ໂດຍຜ່ານແອັບທີ່ທາງການກໍານົດໄວ້, ຫາກທ່ານໄດ້ລົງທະບຽນຈອງບັດຄິວໄວ້ແລ້ວ ຕ້ອງໄປຕາມການນັດໝາຍ ຕາມວັນ, ເວລາ ຂອງຕົນ ບໍ່ຕ້ອງໄປລໍຖ້າແອອັດຢູ່ສະຖານທີ່ສັກວັກຊິນ ເພື່ອຫລີກເວັ້ນຄວາມສ່ຽງ.

ສໍາລັບເປົ້າໝາຍທີ່ຈະໄດ້ວັກຊິນ ແມ່ນເລັງໃສ່ຜູ້ອາຍຸສູງ, ຜູ້ມີພະຍາດປະຈໍາຕົວ, ແລະພະນັກງານຢູ່ສູນຈໍາກັດບໍລິເວນ, ຜູ້ເຮັດວຽກຢູ່ຈຸດຜ່ານແດນ ຕາມແນວຊາຍແດນທີ່ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ19. ສ່ວນການແບ່ງປັນແມ່ນອີງໃສ່ 3ຫລັກການຄື: ເຂດທີ່ມີການລະບາດ, ເຂດທີ່ມີຄວາມສ່ຽງ ໂດຍສະເພາະແຂວງທີ່ມີຊາຍແດນຕິດກັບປະເທດທີມີການລະບາດ ແລະອີງໃສ່ຈໍານວນປະຊາກອນຂອງແຕ່ລະແຂວງ.

ມາຮອດປະຈບັນທົ່ວປະເທດມີຜູ້ສັກ ວັກຊິນເຂັມທີ 1ແລ້ວຈໍານວນ 1.070.856ຄົນ ເທົ່າກັບ 14,59% ແລະເຂັມທີ2 ຈໍານວນ 842.091ຄົນ ເທົ່າກັບ 11,48%, ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກ ຍັງບໍ່ມີຂໍ້ແນະນໍາໃຫ້ສັກວັກຊິນ 2ຊະນິດ ສະລັບກັນຕາມທີ່ເປັນຂ່າວລືຢູ່ບາງປະເທດ ເພາະວ່າສັກວັກຊິນເຂັມທີ 1 ຊະນິດໃດ ຂໍໃຫ້ສືບຕໍ່ສັກເຂັມທີ 2 ຊະນິດນັ້ນຈຶ່ງສາມາດສ້າງພູມຄຸມກັນທີ່ປອດໄພໄດ້.

ໂດຍ: ເຂີຍຫລ້າ Lao National Radio

Featured, ລັດຖະບານ, ແຈ້ງການ​

Post navigation

Previous Post: ຄະນະສະເພາະກິດແຈ້ງ ສປ ຈີນ ແລະ ອັງກິດ ຈະຊ່ວຍວັກຊິນແກ່ ສປປ ລາວ ອີກ 1.415.000 ໂດສ
Next Post: ຈັບຈອງເປັນເຈົ້າຂອງໄດ້ແລ້ວມື້ນີ້! OPPO Reno6 Z 5G

Related Posts

ຫ້າມຊື້ຂາຍດິນໃນເຂດເມືອງທັນສະໄໝຂອງນະຄອນຫຼວງວຽງຈັນ Featured
ລາຄາແອັດຊັງລົງ ແຕ່ກາຊວນຂຶ້ນ Featured
ເສຍຊີວິດໃໝ່ 1 ຕິດເຊື້ອເພີ່ມ 239 Featured
ເພີ່ມໃໝ່ມື້ນີ້ 873ຄົນ ປົວດີ 572ຄົນ Featured
ສະພາບໂຄວິດມື້ນີ້ ປົວດີ 169 ຕິດໃໝ່ 273 Featured
ຖວທ ແຈ້ງການ ຂໍ້ຫ້າມເດັດຂາດ 5-30 ເມສາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme