Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໂທສາຍປຶກສາຫາລືວຽກງານ

Posted on 10/11/202010/11/2020 By ປະກາດ Pakaad No Comments on ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໂທສາຍປຶກສາຫາລືວຽກງານ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຕອນບ່າຍ, ວັນທີ 10 ພະຈິກ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະຫນັບສະຫນູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄື ສືບຕໍ່ສົ່ງເສີມ ແລະ ຮັດແຫນ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກ.

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ. ພ້ອມທັງ, ສະແດງຄວາມຊົມເຊີຍ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ໃນປີ 2020. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວເປັນຢ່າງດີໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ກໍ່ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດີເຊັ່ນກັນ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ການນຳພັກ-ລັດ ກໍຄື ປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳ ພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ.

ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເຖິງວ່າມີສະພາບການລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ເຊິ່ງສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດຍັງມີການໄປມາຫາສູ່ກັນແລະ ພົບປະແລກປ່ຽນໃນຮູບແບບທາງໄກ ຮ່ວມກັນຢ່າງເປັນປົກກະຕິ. ສອງຝ່າຍ ຍັງໄດ້ຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍ ໃຫ້ສຳເລັດຕາມແຜນການ ແລະ ຮ່ວມມືກັນເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ເປັນຕົ້ນແມ່ນການເພີ້ມທະວີການຄ້າ ແລະ ການລົງທຶນຮ່ວມກັນ, ການພິຈາລະນາເປີດສາຍການບິນຄືນໃໝ່ ກໍຄືການອໍານວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.

ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມ ໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະ ຄວາມເຂັ້ມແຂງຂອງອາຊຽນ. ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫຼືອຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.

ໂດຍ: Lao National Radio

Featured, ລັດຖະບານ

Post navigation

Previous Post: ການອອກໃບຕາດິນໃຫ້ແກ່ ບຸກຄົນ ນິຕິບຸກຄົນ ຕາມຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ
Next Post: ສສຊ ພິຈາລະນາຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ຊາວໜຸ່ມລາວ

Related Posts

ປັບໃໝໜັກ ໃຜລັກຕໍ່ໄຟຟ້າ ຫຼື ດັດແປງໝໍ້ນັບໄຟ Featured
ສອງມື້ຜ່ານມາ ຕິດເຊື້ອທັງໝົດ 245 ຄົນ Featured
ສະມາຄົມສຽງແຄນລາວ ສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ Featured
ແຂວງຜົ້ງສາລີເຄັ່ງຄັດມາດຕະການຮອດ 31 ຕຸລາ 2021 Featured
ກຽມຍົກລະດັບທາງສີໃຄຫາສີເກີດໃຫ້ກວ້າງອອກ Featured
ຕຣີເພຊອີຊູຊຸສົ່ງລົດລຸ້ນໃໝ່!“All-New Isuzu MU-X” ມາລາວ ເປັນປະເທດທຳອິດ!! ພ້ອມຂາຍແລ້ວມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme