ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2021 ໄດ້ໄຂ ຂຶ້ນຢ່າງເປັນທາງການ
ໃນຕອນເຊົ້າຂອງວັນທີ 23 ທັນ ວາ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ລັດຖະ ບານ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປີ 2021, ໂດຍການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ບັນດາທ່ານລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນ ດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງຂອງພັກ, ອົງການຈັດມະ ຫາຊົນ, ອົງ ການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ແລະ ຕິດຕາມ ຜ່ານລະບົບກອງປະຊຸມທາງໄກ.

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ເພື່ອສຸມໃສ່ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນງານຂອງລັດ ຖະບານ ຊຸດທີ IX ໃນປີ 2021, ຜ່ານຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ການຜັນຂະຫຍາຍວຽກງານ 3 ສ້າງ ບົນຈິດໃຈສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກທີ່ກຳນົດໄວ້.
ກອງປະຊຸມ ໃນຄັັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ຄື: ວັນທີ 23-24 ທັນວາ 2021, ໃນນີ້ ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 03 ວາລະສໍາຄັນ ຄື:
- 1) ຜ່ານຮ່າງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2020; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ໜ້າ; ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ.
- 2) ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ເພື່ອເປັນການຜັນຂະຫຍາຍມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;
- 3) ສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດ ທາງແຜນການໃນຕໍ່ໜ້າ.

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນສະພາບການທີ່ພະຍາດໂຄວິດ-19 ຢູ່ປະເທດເຮົາ ຍັງສືບຕໍ່ແຜ່ລະບາດຢູ່ໃນຊຸມຊົນເປັນວົງກ້ວາງ, ດັ່ງນັ້ນ, ກອງປະຊຸມ ຈຶ່ງໄດ້ຈັດຂຶ້ນທັງໃນຮູບແບບເຊິ່ງໜ້າກັນສຳລັບສະມາຊິກລັດຖະບານ ແລະ ຜ່ານລະບົບກອງປະຊຸມທາງໄກ ສຳລັບຫົວໜ້າອົງການພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.
ລັດຖະບານ ຊຸດທີ IX, ພາຍຫຼັງໄດ້ຮັບໜ້າທີ່ຢ່າງເປັນທາງການ ໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ໂດຍໄດ້ຖືເອົາການກະກຽມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາ ລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ເປັນວຽກງານບູລິມະສິດຮີບດ່ວນ ເພື່ອແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ມີການຫັນປ່ຽນໃໝ່ ຊຶ່ງໄດ້ດໍາເນີນໄປໃນເງື່ອນໄຂສະ ພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ມີທັງຂໍ້ສະ ດວກ, ກາລະໂອກາດ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນສົງຄາມການຄ້າ ແລະ ເຕັກໂນໂລຊີ ຂອງບາງປະເທດ, ການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສັງຄົມມະນຸດ.

ຄຽງຄູ່ກັບການປະເຊີນກັບສິ່ງທ້າທາຍດັ່ງກ່າວ ໃນປີ 2021, ລັດຖະບານ ໄດ້ພະຍາຍາມປະຄັບປະຄອງໃນການແກ້ໄຂບັນຫາເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ ທັງໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອຢືນຕົວກ້າວຕໍ່ໄປ ໃນປີ 2022 ເຊັ່ນ: ການເປີດເສັ້ນທາງລົດໄຟລາວ-ຈີນ, ການເປີດນຳໃຊ້ໂຄງການທ່າບົກ-ທ່ານາແລ້ງ ໃນຕົ້ນເດືອນນີ້ ຊຶ່ງໄດ້ສ້າງກາລະໂອກາດ ແລະ ທ່າແຮງສໍາຄັນ ທີ່ຈະຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ຟື້ນຕົວຄືນ ໂດຍສະເພາະໃນຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ.
ສຳລັບການແຜ່ລະບາດຂອງພະຍາດໂຄວິດໃນຊຸມຊົນ ໃນໄລຍະທ້າຍປີ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ຄະນະຮັບຜິດຊອບສະເພາະກິດໂຄວິດ-19 ແຕ່ລະຂັ້ນ ລວມທັງ ປະຊາຊົນລາວຈໍານວນບໍ່ໜ້ອຍໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະໃໝ່ທີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ-19. ນອກຈາກນັ້ນ, ອັດຕາການສັກວັກຊີນ ຢູ່ພາຍໃນປະເທດ ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້ ກໍເປັນເງື່ອນໄຂເບື້ອງຕົ້ນທີ່ດີ ໃນການສຶກສາຄວາມເປັນໄປໄດ້ໃນການເປີດປະເທດ ໃນຕົ້ນປີ 2022 ເພື່ອຮອງຮັບການທ່ອງທ່ຽວ ແລະ ຟື້ນຟູເສດຖະກິດຂອງປະເທດ ໃຫ້ກັບສູ່ສະພາບປົກກະຕິ ໄປຄຽງຄູ່ກັບການຮັກສາສຸຂະພາບຂອງປະຊາຊົນລາວ.
ພ້ອມດຽວກັນນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ກໍຄື ບັນດາທ່ານ ທີ່ເຂົ້າຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.
ຂ່າວ ແລະ ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ