Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສ້າງລາຍ 70 ລ້ານກີບຕໍ່ປີ ຈາກການປູກຜັກອິນຊີ

Posted on 14/09/202014/09/2020 By ປະກາດ Pakaad No Comments on ສ້າງລາຍ 70 ລ້ານກີບຕໍ່ປີ ຈາກການປູກຜັກອິນຊີ

ບລິຄໍາໄຊ: ທ່ານ ຄໍາມູນ ສີຄໍາພອນ ຫົວໜ້າກຸ່ມປູກຜັກອິນຊີ ບ້ານຫົວນາ ໄດ້ໃຫ້ສຳພາດວ່າ: ປະຊາຊົນຢູ່ພາຍໃນບ້ານ ແມ່ນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການປູກຝັງ ແລະ ລ້ຽງສັດ ສືບທອດກັນເຊັ່ນຕໍ່ເຊັ່ນຈົນເຖີງປະຈຸບັນ ແລະ ການປູກຜັກອິນຊີນີ້ ແມ່ນເຄີຍປູກມາໂດຍຕະຫຼອດ, ພໍແຕ່ກ້າວເຂົ້າສູ່ຍຸກແຫ່ງການພັດທະນາ ທຸກຄົນກໍ່ມີການແຂ່ງຂັນທາງດ້ານຜົນຜະລິດ ນຳໃຊ້ສານເຄມີບາງຢ່າງເຂົ້າຊ່ວຍ ໂດຍສະເພາະແມ່ນປຸຍ ແລະ ຢາຂ້າແມງໄມ້ ເພື່ອຫວັງຜົນຕອບແທນທາງດ້ານການຜະລິດ ໂດຍບໍ່ຄຳນຶງເຖີງຜົນກະທົບຈະຕາມມາ ດ້ວຍເຫດນັ້ນ ແນວຄິດລີ່ເລີ່ມການປູກຜັກປອດສານພິດກໍ່ໄດ້ມີຈຸດເລີ່ມຕົ້ນ ແຕ່ທາງດ້ານວິຊາການ ປະຊາຊົນພັດບໍ່ມີປະສົບການ ເພື່ອຈະນຳໃຊ້ເຕັກນິກການປູກໃຫ້ໄດ້ຮັບຜົນສູງ ມາຮອດປີ 2014 ໄດ້ມີທີມງານຈາກຫອ້ງການກະສິກໍາ ແລະ ປ່າໄມ້ເມືອງບໍລິຄັນ ລົງມາຊຸກຍູ້ສົ່ງເສີມການປູກຜັກອິນຊີໃນເຮືອນຮົ່ມ ແລະ ໄດ້ນໍາພາໄປທັດສະນະສຶກສາເບິ່ງ ການປູກຜັກອິນຊີໃນເຮືອນຮົ່ມຢູ່ບ້ານທ່າຊ້າງ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ,

ບ້ານຫົວນາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນບ້ານໜື່ງ ທີ່ໃຫ້ຄວາມສຳຄັນແກ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນການເຮັດສວນປູກພືດ, ການລ້ຽງສັດ ແລະ ການເຮັດນາປູກເຂົ້າ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂື້ນ ແຕ່ການຜະລິດນັ້ນຍັງບໍ່ທັນມີຈຸດສູມ ແລະ ອັນຮອງຮັບຢ່າງໝັ້ນຄົງເທື່ອ ເລີ່ມແຕ່ຕົ້ນປີ 2000 ເປັນຕົ້ນມາ ພາຍຫຼັງອຳນາດການປົກຄອງເມືອງ ໄດ້ມີທິດຫັນປ່ຽນເຂົ້າສູ່ການຜະລະລິດ ແບບຈຸດສູມ ມີຜູ້ບໍລິໂພກທີ່ແນ່ນອນ ການປູກຜັກອິນຊີ ກໍ່ແມ່ນຮູບແບບໜື່ງ ທີ່ປັດສະຈາກການນຳໃຊ້ສານເຄມີທຸກຮູບແບບເຂົ້າສູ່ການຜະລິດ ເພື່ອຍົກສູງຄຸນນະພາບຊີວິດຂອງຜູ້ບໍລິໂພກນັ້ນ ບໍ່ໃຫ້ໄດ້ຮັບສານເຄມີຕົກຄ້າງໃນອາຫານ ດ້ວຍເຫດນັ້ນ ອຳນາດການປົກຄອງບ້ານຫົວນາ ກໍ່ໄດ້ເປັນເຈົ້າການສັນຫາວິທີການເຂົ້າສູ່ການຜະລິດທີ່ແທ້ຈິງໃນການປູກຜັກອິນຊີ.

ຫຼັງຈາກນັ້ນ ຈຶ່ງໄດ້ມາຈັດຕັ້ງເປັນກຸ່ມການຜະລິດ, ໃນເບື້ອງຕົ້ນມີ 6 ຄອບຄົວ, ມີ 35 ເຮືອນຮົ່ມ, ເນື້ອທີ່ 3 ໄລ່ ເຊິ່ງໄດ້ຮັບທຶນຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈໍານວນ 12 ລ້ານກີບ, ຕໍ່ມາປີ 2015 ໄດ້ຮັບທຶນຈາກກອງທຶນປ່າຜະລິດ ຈໍານວນ 32 ລ້ານກີບ, ປີ 2017 ໄດ້ຮັບທຶນຈາກໂຄງການ ອຸດຕຸການກະເສດຈໍານວນ 12 ລ້ານກີບ, ມາຮອດປະຈຸບັນ ໄດ້ມີສຳມະຊິກກຸ່ມທັງໝົດ 7 ຄອບຄົວ ໄດ້ດຳເນີນການຜະລິດຈໍາໜ່າຍໃຫ້ສັງຄົມຕະຫຼອດມາ ແລະ ສາມາດສ້າງລາຍຮັບໂດຍສະເລ່ຍຄອບຄົວໜື່ງໄດ້ 12 ລ້ານກ່ວາກີບຕໍ່ເດືອນ, ສະເລ່ຍລວມ ໄດ້ປະມານ 1 ຕື້ກ່ວາກີບ ຕໍ່ປີ.

ຜ່ານການປະເມີນຜົນຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງບໍລິຄັນ ແລະ ພະແນກກະສິກຳ-ປ່າໄມ້ແຂວງບໍລິຄຳໄຊ ເຫັນວ່າ ກຸ່ມການຜະລິດຜັກອິນຊິບ້ານຫົວນາ ໄດ້ດຳເນີນຕາມລະບຽບການ ແລະ ຖືກຕ້ອງຕາມຂໍ້ກະນົດວ່າດ້ວຍການປູກຜັກອິນຊີຂອງກະຊວງກະສິກຳ – ປ່າໄມ້ວາງອອກ, ດັ່ງນັ້ນ, ກົມປູກຝັງ ຈຶ່ງອອກໃບຢັ້ງຢືນການຜະລິດຜັກອິນຊີ ບ້ານຫົວນາຂອງພວກເຮົາຢ່າງສົມກຽດ ແລະ ໄດ້ຈັດພິທີປະກາດເປັນກຸ່ມປູກຜັກອິນຊີໃນວັນທີ 26 ມິຖຸນາ 2018.

ທ່ານ ຄຳມູນ ສີຄຳພອນ ໄດ້ເວົ້າຕື່ມອີກວ່າ ສະເພາະຄອບຄົວຂອງເພີ່ນ ເລີ່ມຕົ້ນມີ 3 ເຮືອນຮົ່ມ, ສາມາດສ້າງລາຍຮັບໄດ້ພຽງ 20 ລ້ານກີບຕໍ່ປີ, ມາຮອດປີ 2018 ເຫັນວ່າຄວາມຕ້ອງການຂອງຕະຫລາດເພີ່ມຂຶ້ນ ຈຶ່ງຂະຫຍາຍ ການຜະລິດອອກເປັນ 17 ເຮືອນຮົ່ມ ເພື່ອສະຫນອງໃຫ້ແກ່ຕະຫຼາດ ແລະ ສ້າງລາຍຮັບ ສະເລ່ຍໄດ້ 70 ລ້ານກ່ວາກີບຕໍ່ປີ, ໃນປະຈຸບັນເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ມີເຮືອນຢູ່ແຫນ້ນຫນ້າຖາວອນ 1 ຫຼັງ, ລົດໃຫຍ່ 1 ຄັນ, ລົດໄຖນາເດີນຕາມ 1 ຄັນ, ລົດຈັກ 3 ຄັນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັດທະນາດີຂື້ນ.

ທ່ານ ຄຳມູນ ສີຄຳພອນ ໄດ້ໃຫ້ຮູ້ຕື່ມອີກວ່າ: ການປູກຜັກອິນຊີ ເຫັນວ່າມີລາຍໄດ້ດີພໍສົມຄວນ ສາມາດແກ້ໄຂຊີວິດການເປັນຢູ່ດີຂື້ນເປັນກ້າວໆ, ສະເພາະແຜນການໃນຕໍ່ຫນ້າ ແມ່ນຈະສືບຕໍ່ຜະລິດພືດຜັກໃຫ້ໄດ້ຫຼາຍຊະນິດ ສາມາດ ຕອບສະຫນອງຄວາມຕ້ອງການຂອງຕະຫຼາດ ແລະ ຈະຍົກສະມັດຕະພາບຂອງຜົນຜະລິດໃຫ້ດີຂື້ນກວ່າເກົ່າ ພ້ອມກັນນັ້ນຈະສ້າງເຮືອນຜະລິດຝຸ່ນຊີວະພາບສະຫນອງໃຫ້ແກ່ການຜະລິດ ແລະ ຈໍາຫນ່າຍໃຫ້ແກ່ສັງຄົມ.

ພາບແລະຂ່າວ: Media Laos

Featured, ທຸລະກິດ

Post navigation

Previous Post: ປີນີ້ ເມືອງລະຄອນເພັງ ປະເຊີນໄພແຫ້ງແລ້ງຫຼາຍສົມຄວນ
Next Post: ອົງການອາຫານໂລກ ສະໜັບສະໜູນການກຽມພ້ອມ ເພື່ອຮັບມືກັບເຫດການສຸກເສີນໃຫ້ແກ່ ສປປ ລາວ ມູນຄ່າ 542 ລ້ານກວ່າກີບ

Related Posts

ສະຫວັນນະເຂດຕົວເລກຕິດເຊື້ອສູງທີ່ສຸດມື້ນີ້ Featured
ແຈ້ງການເປີດນຳໃຊ້ໂທລະສັບສາຍດ່ວນ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໝາຍເລກ 1525 Featured
Nissan ALMERA – ຍອດຂາຍກວ່າ 20 ລ້ານຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ Featured
ຄ້າຍຄຸມຂັງແລະໂຮງງານສອງຈຸດລະບາດໜັກຂອງນະຄອນຫຼວງວຽງຈັນ Featured
ລາຍລະອຽດ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021! Featured
ພາກເໜືອໜາວເຢັນພາກກາງພາກໃຕ້ອາກາດເຢັນສະບາຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme