Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

Meta ເປີດໂຕແຄມເປນ ເຮືອນຂອງຂ້ອຍ (Your Profile, Your Home’) ທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ

Posted on 23/09/202223/09/2022 By ປະກາດ Pakaad No Comments on Meta ເປີດໂຕແຄມເປນ ເຮືອນຂອງຂ້ອຍ (Your Profile, Your Home’) ທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ

Meta ເປີດໂຕແຄມເປນ #ເຮືອນຂອງຂ້ອຍ (Your Profile, Your Home’) ເຊິ່ງເປັນແຄມເປນແບບປະສົມປະສານອອບລາຍ-ອອນລາຍທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ ເພື່ອຊ່ວຍໃຫ້ຄົນລາວສາມາດຄວບຄຸມການຕັ້ງຄ່າຄວາມເປັນສ່ວນຕົວໄດ້

ວັນທີ 22 ກັນຍາ 2022 – Meta ໄດ້ເປີດໂຕແຄມເປນໃໝ່ຫຼ້າສຸດ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ຫຼື #ເຮືອນຂອງຂ້ອຍ, ປະສົບການຄວາມຮູ້ແບບໃໝ່ທີ່ຊ່ວຍໃຫ້ຜູ້ຄົນສາມາດຮຽນຮູ້ໄດ້ຫຼາຍຂຶ້ນຜ່ານການຫຼິ້ນ ແລະ ສຶກສາດ້ວຍຕົວເອງກ່ຽວກັບວິທີການກຳນົດຕົວຕົນເທິງໂລກອອນລາຍ ໂດຍຜ່ານການຕັ້ງຄ່າ ແລະ ຄວບຄຸມຄວາມເປັນສ່ວນຕົວ.

ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ແຄມເປນ #ເຮືອນຂອງຂ້ອຍ ເຊິ່ງເປັນປະສົບການທາງດິຈີຕອນທີ່ທຸກຄົນສາມາດສຳຜັດໄດ້ ຈະເປີດໃຫ້ນຳໃຊ້ໄດ້ແລ້ວ ຜ່ານເວັບໄຊທ໌ທີ່ເປັນພາສາລາວ yourhome.fb.com/Laos. ຜູ້ຊົມໃຊ້ຈະໄດ້ສຳຜັດປະສົບການດັ່ງກ່າວຜ່ານການຫຼິ້ນ, ປັບແຕ່ງເຮືອນແບບອອນລາຍຂອງຕົນເອງ ເຊິ່ງປຽບເໝືອນປະສົບການຄວາມເປັນສ່ວນຕົວຂອງພວກເຂົາ ໃນຂະນະທີ່ພວກເຂົາໄດ້ເຂົ້າມາທົດລອງຮຽນຮູ້ເວັບໄຊທ໌. ເພື່ອນຳເອົາປະສົບການການຮຽນຮູ້ດັ່ງກ່າວໃຫ້ເກີດປະໂຫຍດ ແລະ ລະອຽດຂຶ້ນກວ່າເກົ່າ, ທ່ານສາມາດເຂົ້າມາຢ້ຽມຢາມບູດ໌ຂອງແຄມເປນ #ເຮືອນຂອງຂ້ອຍ ເພື່ອຮຽນຮູ້ເພີ່ມເຕີມກັບພວກເຮົາ ແລະ ທ່ານຍັງຈະໄດ້ຮັບຂອງທີ່ລະນຶກຈາກ Meta ອີກດ້ວຍ. (ເຄື່ອງມີຈຳນວນຈຳກັດ). ຢ່າລືມມາຢ້ຽມຢາມບູດ໌ #ເຮືອນຂອງຂ້ອຍ ທີ່ຈັດຂຶ້ນໂດຍ Meta, ເຊິ່ງຈະເປີດຕັ້ງແຕ່ວັນທີ 22-23 ກັນຍາ (ວັນພະຫັດ – ວັນສຸກ) ນີ້ທີ່ ສູນການຄ້າ ພາກຊັນ, ຊັ້ນ 1.

ແຄມເປນສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ Meta ເພື່ອເພີ່ມຄວາມຮູ້ທາງດ້ານດິຈີຕອນໃຫ້ຊາວລາວ ແລະ ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ນການສະໜອງຄວາມສາມາດໃນການຄວບຄຸມສິ່ງທີ່ພວກເຂົາແບ່ງປັນ, ຮຽນຮູ້ວິທີໃຊ້ເຄື່ອງມື ແລະ ຄຸນສົມບັດໃນການຕັ້ງຄ່າຄວາມເປັນສ່ວນຕົວ, ປັບແຕ່ງໂຄສະນາທີ່ພວກເຂົາເຫັນ, ຕະຫຼອດເຖິງການຮັກສາບັນຊີຂອງພວກເຂົາໃຫ້ປອດໄພເທິງແພັດຟອມຕ່າງໆຂອງ Meta.

ເປັນກຽດກ່າວເປີດແຄມເປນໂດຍ ທ່ານນາງ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈໍາອາຊີ-ປາຊີຟິກ ກ່າວວ່າ: “ສ່ວນໜຶ່ງຂອງພາລະກິດຫຼັກຂອງພວກເຮົາ ແມ່ນການສ້າງຄວາມເຂັ້ມແຂງໃຫ້ຜູ້ຊົມໃຊ້ໃນລາວດ້ວຍຄວາມຮູ້ ແລະ ເຄື່ອງມືທີ່ຈຳເປັນເພື່ອຮັກສາຂໍ້ມູນອອນລາຍຂອງພວກເຂົາ, ພວກເຮົາ ຕື່ນເຕັ້ນຫຼາຍທີ່ຈະເປີດຕົວປະສົບການການຮຽນຮູ້ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ໃນມື້ນີ້. ຄວາມເຂົ້າໃຈໃນສິ່ງທີ່ພວກເຮົາແບ່ງປັນທາງອອນລາຍເປັນສິ່ງສໍາຄັນສຳລັບທຸກຄົນ ແລະ ພວກເຮົາຕ້ອງການສະໜອງວິທີການຕ່າງໆໃຫ້ແກ່ຜູ້ຊົມໃຊ້ໃນລາວໄດ້ຮຽນຮູ້ວິທີການຄວບຄຸມ ແລະ ໃຫ້ຄວາມໂປ່ງໃສໃນຂໍ້ມູນທີ່ພວກເຂົາແບ່ງປັນ.”

ນອກຈາກນີ້, ໃກ້ກຽດເຂົ້າຮ່ວມງານດັ່ງກ່າວຍັງມີ ທ່ານ Pheakdey Heng, ຜູ້ຈັດການດ້ານນະໂຍບາຍສາທາລະນະຂອງ Meta ປະຈຳປະເທດລາວ ແລະ ກຳປູເຈຍ ກ່າວວ່າ: “ການຊ່ວຍເຫຼືອຊາວລາວໃນການສ້າງປະສົບການອອນລາຍທີ່ປອດໄພ ແລະເປັນໄປໃນທາງບວກ ແມ່ນໜຶ່ງໃນບຸລິມະສິດຫຼັກຂອງພວກເຮົາທີ່ເປັນຂັ້ນໄດສູ່ ເປົ້າຫມາຍຂອງພວກເຮົາເພື່ອເສີມຂະຫຍາຍຄວາມຮູ້ທາງດ້ານດິຈີຕອນສໍາລັບຊຸມຊົນທ້ອງຖິ່ນ. ພວກເຮົາມີຄວາມຊາບຊຶ້ງທີ່ສາມາດນໍາເອົາປະສົບການທີ່ດີມາສູ່ປະເທດລາວ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທ້ອງຖິ່ນເຊັ່ນ: ຜູ້ສ້າງເນື້ອຫາທາງດ້ານເຕັກໂນໂລຊີໃນລາວເພື່ອສົ່ງຈຸດປະສົງຂອງພວກເຮົາ. ພວກເຮົາຂໍເຊີນຊວນທ່ານມາລອງໃຊ້ເວັບໄຊທ໌ #ເຮືອນຂອງຂ້ອຍ ໄດ້ແລ້ວມື້ນີ້ ທີ່ບູດທ໌ພາກຊັນ ເພື່ອມາຮຽນຮູ້ ແລະ ຮ່ວມມ່ວນຊື່ນກັບພວກເຮົາ.”

ແຄມເປນ #ເຮືອນຂອງຂ້ອຍ ມີການຮ່ວມມືກັບຜູ້ສ້າງເນື້ອຫາທີ່ມີຊື່ສຽງໃນປະເທດ ແລະ ຜູ້ມີຊື່ສຽງດ້ານເຕັກໂນໂລຊີຊັ້ນນໍາລວມມີ Sky Thakhek, Tam Jai Fan, Info, It’s Awesome ແລະ Jipnoii ທີ່ຈະມາແບ່ງປັນປະສົບການຂອງພວກເຂົາພ້ອມເຄັດລັບໃນການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ. ມາພົບກັບພວກເຂົາໄດ້ໃນຊ່ວງການສົນທະນາທີ່ຈະຈັດຂຶ້ນຕັ້ງແຕ່ເວລາ 17:00 -17:30 ໂມງແລງໃນວັນພະຫັດ ແລະ ວັນສຸກທີ່ສູນການຄ້າ ພາກຊັນ.

ທ່ານສາມາດເຂົ້າໄປທົດລອງເວັບໄຊທ໌ຂອງແຄມເປນ #ເຮືອນຂອງຂ້ອຍ ແລະ ສ້າງເຮືອນຂອງທ່ານໄດ້ທີ່ yourhome.fb.com/laos, ແລະ ຍັງສາມາດຢ້ຽມຢາມບູດ໌ ຂອງເຮົາໄດ້ທີ່ສູນການຄ້າ ພາກຊັນ ຕັ້ງແຕ່ເວລາ 12 ໂມງ, ວັນພະຫັດ ທີ 22 ກັນຍາ ຈົນຮອດ 7 ໂມງແລງ ວັນສຸກ ທີ 23 ກັນຍາ. ມາຮຽນຮູ້ກັບພວກເຮົາ ແລະ ພົບກັບນັກສ້າງເນື້ອຫາທີ່ທ່ານມັກ ເພື່ອຮັບຂອງທີ່ລະນຶກຈາກ Meta (ເຄື່ອງມີຈຳນວນຈຳກັດ). ແລ້ວພົບກັນເດີ້!

ທ່ານສາມາດຕິດຕາມກິດຈະກໍາ ແລະ ແຄມເປນພິເສດອື່ນໆໄດ້ທີ່ InsideLaos Facebook page! https://www.facebook.com/InsideLaos

Featured, ຂ່າວສານບ້ານເມືອງ, ທຸລະກິດ

Post navigation

Previous Post: ນໍ້າຖ້ວມໜັກຫຼາຍເຂດ ນໍ້າຍູ້ນອງ ທີ່ເມືອງເມີງ
Next Post: ຜົນກອງປະຊຸມລັດຖະບານ ປະຈໍາເດືອນ ກັນຍາ 2022

Related Posts

ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເສຍຊີວິດ 700 ຄົນແລ້ວ Featured
ລົດຂອງລັດ ຫ້າມເອົາໄປເປັນຂອງບຸກຄົນ Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ປະທານອົງການກາແດງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23 Featured
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊື່ອມຕໍ່ລະບົບການຊຳລະ ລະຫວ່າງ ທະນາຄານ ບີ ໄອ ຊີ ລາວ ຈຳກັດ ແລະ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ Featured
ໄຟໄໝ້ກຸຕິວັດ ຈົວມໍລະນະພາບ 3 ອົງ ທີ່ ເມືອງຫົງສາ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme