Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

SVA ຈັດຝຶກອົບຮົມຄວາມຮູ້ທັກສະການສອນຫ້ອງຄວບ ທີ່ຫລວງພະບາງ

Posted on 06/11/202006/11/2020 By ປະກາດ Pakaad No Comments on SVA ຈັດຝຶກອົບຮົມຄວາມຮູ້ທັກສະການສອນຫ້ອງຄວບ ທີ່ຫລວງພະບາງ

[English below] ກອງປະຊຸມຝຶກອົບຮົມຄູຝຶກສໍາລັບພະນັກງານສຶກສາທິການ ແລະ ກິລາເມືອງ ຂອງເມືອງເປົ້າໝາຍໂຄງການ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 26 – 30 ຕຸລາ 2020 ທີ່ ວິທະຍາໄລຄູ ຫຼວງພະບາງ, ໂດຍການຮ່ວມມືລະຫວ່າງ ອົງການພັດທະນາເດັກລາວ-ຍີ່ປຸ່ນ ແລະ ກະຊວງສຶກສາທິການ ແລະ ກິລາ.

ກອງປະຊຸມຝຶກອົບຮົມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ. ຫຸມພັນ ຄອນສະຫວັດ ອໍານວຍການ ວິທະຍາໄລຄູຫຼວງພະບາງ. ມີພະນັກງານຈາກ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ, ວິທະຍາໄລຄູ 3 ແຫ່ງ ພາກເໜືອ ເປັນຄູຝຶກໃຫ້ແກ່ ພະນັກງານເມືອງ 12 ທ່ານ ຈາກ 2 ເມືອງ.

ຈຸດປະສົງການຝຶກອົບຮົມຄັ້ງນີ້ກໍເພື່ອ ແນະນໍາຄືນບາງຄວາມຮູ້, ທັກສະການສອນຫ້ອງຄວບທີ່ຄູຈໍານວນຫຼາຍຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ ແລະ ເພື່ອແນະນໍາວິທີການຜະລິດ ແລະ ນໍາໃຊ້ ອຸປະກອນການສອນ.

ການຝຶກອົບຮົມດັ່ງກ່າວໄດ້ສໍາເລັດໄປດ້ວຍດີ, ນັກສໍາມະນາກອນເຂົ້າໃຈເນື້ອໃນຝຶກອົບຮົມໄດ້ດີ ໂດຍສະເພາະແມ່ນ: ເທັກນິກການສອນຫ້ອງຄວບ, ການແຕ່ງບົດສອນ ແລະ ວິທີການຜະລິດອຸປະກອນການສອນ.

ນອກຈາກນີ້ແລ້ວ ນັກສໍາມະນາກອນຍັງໄດ້ລົງສອນທົດລອງຢູ່ໂຮງຮຽນ.

The Training of trainer (TOT) workshop for District Education and Sport Bureau (DESB) staff at project target districts was organized during 26th-30th October, 2020 at Luangprabang Teacher Training College in cooperation between Shanti Volunteer Association and Ministry of Education and Sports. .

This training workshop was chaired by director of Luangprabang TTC, Mr. Houmphan KHONESAVATH, and officers from Ministry of Education, Luangprabang Provincial Education and Sports Service and three northern TTCs performed as master trainers for twelve DESB trainees in two districts.

The Workshop was to follow up multi-grade teaching knowledge and skills that many teachers have not fully understood yet, and practice to make and use handmade teaching materials. The workshop was successfully completed. The trainees understood training contents well such as MGT techniques, making MG lesson plan and understanding how to make teaching materials.

In addition, our trainees had chance to do mock lesson at schools as well.

By: SVA

Uncategorized

Post navigation

Previous Post: ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້
Next Post: ການອອກໃບຕາດິນໃຫ້ແກ່ ບຸກຄົນ ນິຕິບຸກຄົນ ຕາມຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ

Related Posts

ແມ່ລູກອ່ອນ ແຊຣປະສົບການລູກນ້ອຍ 10 ເດືອນຕິດໂຄວິດ Uncategorized
ລາຄານໍ້າມັນລົງ ເລີ່ມ 6 ກໍລະກົດ 2022 Uncategorized
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ Uncategorized
ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201 Uncategorized
Facebook ຈາກ Meta ສົ່ງເສີມທຸລະກິດຂະໜາດນ້ອຍແລະກາງໃນປະເທດລາວຜ່ານແຄມເປນ Uncategorized
ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme