Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ

Posted on 23/10/202023/10/2020 By ປະກາດ Pakaad No Comments on ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ

ທ່ານນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມຜູ້ປະສົບໄພນ້ຳຖ້ວມຢູ່ເຊໂປນ ພ້ອມມອບເງິນສົດ 500,000,000 ກີບ ແລະ ເຄື່ອງບັນເທົາທຸກລວມມູນຄ່າກວ່າ 809,000,500 ກີບ.

ຕອນເຊົ້າວັນທີ່ 23 ຕຸລາ 2020 ຢູ່ເດີ່ນບໍລິສັດຊັນເປເປິໂຮນດິ່ງລາວຈຳກັດບັນດາການນຳຂັ້ນເມືອງເຊໂປນ,ປະທານບໍລິສັດຊັນເປເປິໂຮນດິ່ງລາວຈຳກັດພ້ອມດ້ວຍພະນັກງານພາຍໃນເມືອງ ແລະ ພະນັກງານພາຍໃນບໍລິສັດໄດ້ຕ້ອນຮັບຄະນະທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມລັດຖະມົນຕີ, ຄະນະລັດຖະມົນຕີກະຊວງຕ່າງໆທີ່ໄດ້ເດີທາງມາຢ້ຽມຢາມເມືອງເຊໂປນ ແລະ ໄດ້ລົງພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມເຊິ່ງທ່ານກໍ່ໄດ້ເດີນທາງໄປພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານແກ້ງຫົວປາ ( ຄຸ້ມວັງຄົດ ) ເຊິ່ງທ່ານກໍ່ໄດ້ຖາມຂ່າວພໍ່ແມ່ປະຊາຊົນ ແລະ ລົງ ເບິ່ງພື້ນທີ່ເສຍຫາຍຂອງບ້ານດັ່ງກ່າວ,ຫຼັງຈາກນັ້ນຂະບວນກໍ່ໄດ້ເດີນທາງມາພົບປະໂອ້ລົມພະນັກງານ ແລະ ພໍ່ແມ່ປະຊາຊົນບ້ານເທດສະບານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ,

ໃນນັ້ນທ່ານວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນກໍ່ໄດ້ ຂື້ນລາຍງານຜົນເສຍຫາຍ ແລະ ວາງທິດທາງໃນການແກ້ໄຂສະພາບຄວາມເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮົນກະທົບຈາກໄພພິບັດໃນຄັ້ງນີ້, ພ້ອມສະເໜີຕໍ່ທີ່ປະຊຸມກ່ຽວກັບງົບປະມານໃນການບູລະນະພື້ນຖານໂຄງລ່າງທີ່ໄດ້ເປ້ເພເສຍຫາຍບໍ່ວ່າຈະເປັນ ເຮືອນທີ່ ເປ່ເພ, ເສັ້ນທາງຄົມມະນາຄົມ, ໄຟຟ້າ, ເຮື່ອທີ່ຈະຕ້ອງໃຊ້ໃນເວລາສຸກເສີນ ແລະ ອື່ນໆ

ຈາກນັ້ນທ່ານນາຍົກລັດທະມົນຕີກໍ່ໄດ້ໃຫ້ກຽດໂອ້ລົມໃນການເປັນຫວ່າງເປັນໄຍພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້, ທ້າຍພິທີພະນະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍທ່ານວຽງ ທະວີສອນ ເທບພະຈັນ ກຳມະການປະຈຳພັກແຂວງສະຫວັນນະເຂດກໍ່ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ 04 ຕົວເມືອງເຊິ່ງມີເມືອງເຊໂປນ, ເມືອງນອງ, ເມືອງວິລະບູລີ ແລະ ເມືອງພີນ ແລະ ເຄື່ອງທີ່ນຳມາມອບຈຳນວນເງິນສົດ 500,000,000 ກີບ, ເຂົ້າສານ 20 ໂຕນໄດ້ແບ່ງໃຫ້ເມືອງເຊໂປນ 18 ໂຕ້ນ, ເມືອງນອງ,ວິລະບູລີ ແລະ ເມືອງພີນເມືອງລະ 14 ໂຕ້ນ, ນໍ້າດື່ມຈໍານວນ 1,116 ແຟັກ ໄດ້ແບ່ງໃຫ້ເມືອງເຊໂປນ 336 ແຟັກ, ເມືອງນອງ, ວິລະບູລີ ແລະ ເມືອງພີນ ເມືອງລະ 250 ແຟັກ, ມີ່ສຳເລັດຮູບແກັດນ້ອຍ 27 ມັດ, ແບ່ງໃຫ້ເມືອງເຊໂປນ 09 ມັດ, ເມືອງນອງ, ວິລະບູລີ ແລະ ເມືອງພີນ ເມືອງລະ 06 ມັດ, ມີ່ສຳເລັດຮູບແກັດໃຫຍ່ 40 ມັດ ແບ່ງໃຫ້ 04 ຕົວເມືອງ, ເມືອງລະ 10 ມັດ, ປາກະປ໋ອງ (ແກັດໃຫຍ່) 20 ແກັດ ໃຫ້ 04 ຕົວເມືອງ, ເມືອງ ລະ 05 ແກັດ ແລະ ເຄື່ອງນຸ່ງຮົ່ມ 60 ແກັດ ແບ່ງໃຫ້ເມືອງເຊໂປນ 18 ແກັດ, ອີກ 03 ເມືອງແມ່ນເມືອງລະ 14 ແກັດ ລວມມູນຄ່າເຄື່ອງທີ່ນຳມາມອບແມ່ນ 809,005,000 ກີບ ( ແປດຮ້ອຍເກົ້າລ້ານ ຫ້າພັນກີບ ) ໂດຍເປັນກຽດມອບຂອງທ່ານທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ຮັບໂດຍທ່ານວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນພ້ອມດ້ວຍການນຳຂອງ 04 ຕົວເມືອງຊ້ອງໜ້າບັນດາພະນັກງານພາພໍ່ແມ່ປະຊາຊົນເປັນສັກຂີພະຍານໃນການມອບເຄື່ອງໃນເທື່ອນີ້.

ພາບແລະຂ່າວຈາກ : ຫ້ອງການ ຖວທ ເມືອງເຊໂປນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກຽມຮັບມື ພາຍຸໄຕ້ຝຸ່ນ ໂຊເດວ ວັນທີ 25-27 ຕຸລາ 2020
Next Post: ບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງເໜືອນທຸກປີຜ່ານມາ ລວມທັງເຂົ້າຫຼາມປິ້ງໄກ່

Related Posts

ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 304 Featured
ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ Featured
ລາຍລະອຽດ ບຸນນະມັດສະການ ພຣະທາດສີໂຄດຕະບອງ 2022 Featured
ບໍລິຄຳໄຊ ອານຸຍາດ ໃຫ້ຜູ້ຕິດເຊື້ອໂຄວິດສາມາດປົວຕົນເອງຢູ່ເຮືອນ Featured
ບອກຕໍ່ໆກັນແດ່! ເສັ້ນທາງແຕ່ຫລັງຄັງ-ບົວລະພາ ຍັງບໍ່ສາມາດສັນຈອນໄປໄດ້ Featured
ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme