Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊົມເຊີຍອາສາກູ້ໄພ 1623 ໃນພາລະກິດ ສູ້ໄພໂຄວິດ-19

Posted on 20/09/202120/09/2021 By ປະກາດ Pakaad No Comments on ຊົມເຊີຍອາສາກູ້ໄພ 1623 ໃນພາລະກິດ ສູ້ໄພໂຄວິດ-19

ທຸກທ່ານຄົງຈະຮູ້ດີວ່າການລະບາດຂອງພະຍາດໂຄວິດ19 ໃນປະເທດເຮົາຍັງມີໂຕເລກເພີ່ມຂຶ້ນນັບຕັ້ງແຕ່ການລະບາດໃຫມ່ໆຈົນຮອດປະຈຸບັນ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂອງພວກເຮົາກໍແມ່ນທີມຫນຶ່ງທີ່ໄດ້ຮັບຫນ້າທີ່ມອບຫມາຍມາຈາກກະຊວງສາທາລະນະສຸກໄປເປັນແນວຫນ້າແລະແຂ່ງກັບເວລາໃນການອອກຮັບສົ່ງຜູ້ຕິດເຊື້ອໄປຮັບການປິ່ນປົວຢູ່ໂຮງຫມໍແລະສູນປິ່ນປົວຕ່າງໆຕະຫລອດ 24 ຊົ່ວໂມງ.

ພວກເຮົາຂໍເປັນອີກແຮງຫນຶ່ງໃນການສະກັດກັ້ນພະຍາດໂຄວິດ19 ແລະ ຂໍໃຫ້ປະຊາຊົນລາວຂອງພວກເຮົາເປັນເຈົ້າການນຳກັນໃນການສະກັດກັ້ນເຊື້ອພະຍາດນີ້ເພື່ອໃຫ້ຫາຍອອກໄປຈາກປະເທດເຮົາໂດຍການໃສ່ຜ້າປິດປາກ, ຮັກສາໄລຍະຫ່າງ, ບໍ່ຕັ້ງວົງຊຸມແຊວພ້ອມທັງຢູ່ບ້ານເພື່ອໃຫ້ເປັນການຢຸດເຊື້ອເພື່ອຊາດ.

ຖ້າປະຊາຊົນ,ບໍລິສັດ,ຫ້າງຮ້ານແລະຫົວຫນ່ວຍທຸລະກິດຕ່າງໆຫາກຢາກປະກອບສ່ວນສຸກຍູ້ບໍ່ວ່າຈະເປັນນ້ຳມັນລົດສຸກເສີນອາຫານການກິນໃຫ້ກຳລັງອາສາກູ້ໄພພວກເຮົາກໍສາມາດຕິດຕໍ່ທີ່ເບີໂທສຸກເສີນ 1623 ຕະຫລອດ 24 ຊົ່ວໂມງ ຫລື ທ່ານວາມາດເຂົ້າໄປບໍລິຈາກໄດ້ຢູ່ 4 ຈຸດປະຈຳການຄື: ຈຸດດົງໂດກ, ຈຸດຫນອງບອນ, ຈຸດຫນອງໄຮ ແລະ ຈຸດນາເລົ່າ.

ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ: 092-12-00-01026649-001 LAK.

ບາດເຈັບສຸກເສີນໂທເບີ 1623 ຕະຫລອດ 24 ຊົ່ວໂມງ.

.

.

.

.

.

.

.

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ລາຍລະອຽດ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021!
Next Post: ພະຍາດທີ່ມັກພົບໃນເດັກນ້ອຍ

Related Posts

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2021 Featured
ທົ່ວປະເທດຕິດເພີ່ມ 1.466 ເສຍຊີວິດ 6 Featured
ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19 Featured
ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1 Featured
ອຢ ແຈ້ງໃຫ້ລະວັງສິນຄ້າບໍ່ໄດ້ມາດຕະຖານ Featured
ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme