Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາຄາໄຂ່ຈະກັບມາສູ່ສະພາບປົກກະຕິໃນອີກ 2-3 ເດືອນຂ້າງໜ້າ

Posted on 29/07/202129/07/2021 By ປະກາດ Pakaad No Comments on ລາຄາໄຂ່ຈະກັບມາສູ່ສະພາບປົກກະຕິໃນອີກ 2-3 ເດືອນຂ້າງໜ້າ

ຂ່າວສານປະເທດລາວ ໄດ້ສໍາພາດ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ກະສິການ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໃນວັນທີ 28 ກໍລະກົດ 2021 ກ່ຽວກັບສະພາບການເໜັງຕີງຂອງລາຄາໄຂ່ໄກ່ ຢູ່ນະຄອນຫລວງວຽງຈັນວ່າ: ປັດຈຸບັນນີ້, ສະພາບການເໜັງຕີງຂອງລາຄາສິນຄ້າ ເຫັນວ່າມີການເພີ່ມຂຶ້ນປະມານ 1.000 ຫາ 2.000 ກີບ ຈາກລາຄາປົກ ກະຕິ ໂດຍສະເພາະລາຄາໄຂ່ໄກ່.

ອີງຕາມສະຖິຕິຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນ ຫລວງວຽງຈັນ ໄດ້ລາຍງານວ່າ ຢູ່ນະຄອນຫລວງວຽງຈັນ ມີຟາມລ້ຽງໄກ່ພັນໄຂ່ທັງໝົດ 198 ຟາມ ສ່ວນໃຫຍ່ກໍເປັນຟາມຂອງຜູ້ປະກອບການຄົນລາວ ເປັນຜູ້ລົງທຶນ ແລະ ເປັນຜູ້ລ້ຽງ ແລະ ມີພຽງ 1 ຟາມເທົ່ານັ້ນທີ່ເປັນຂອງຕ່າງປະເທດ ກໍຄືຟາມລ້ຽງໄກ່ພັນໄຂ່ຂອງບໍລິສັດຊີພີ, ເຊິ່ງມີໄກ່ພັນໄຂ່ທັງໝົດ 866.115 ໂຕ (2 ແສນໂຕ ແມ່ນຂອງບໍລິສັດຊີພີ), ເຊິ່ງມື້ໜຶ່ງສາມາດຜະລິດໄຂ່ໄດ້ 6 ແສນກວ່າໜ່ວຍ ແລະ ໄດ້ສົ່ງອອກຂາຍຢູ່ພາຍໃນນະຄອນຫລວງວຽງຈັນ, ອີກສ່ວນໜຶ່ງແມ່ນໄດ້ສົ່ງອອກຕ່າງແຂວງ. ຄາດວ່າປະມານທ້າຍເດືອນກັນຍາ ຫລື 2-3 ເດືອນຂ້າງນີ້ ລາຄາໄຂ່ໄກ່ກໍຈະກັບຄືສູ່ສະພາບປົກກະຕິ.

ເນື່ອງຈາກວ່າປັດຈຸບັນ, ລາຄາໄຂ່ໄກ່ຕາມທ້ອງຕະຫລາດ ໄດ້ເປັນບັນຫາທີ່ພົ້ນເດັ່ນຢູ່ໃນສັງ ຄົມ ໂດຍສະເພາະລາຄາສູງຂຶ້ນ ເຊິ່ງນັບແຕ່ກາງເດືອນກໍລະກົດ ເປັນຕົ້ນມາ ລາຄາໄຂ່ໄກ່ ຂາຍຢູ່ໜ້າ ຟາມ 910 ກີບຕໍ່ 1 ໜ່ວຍ ຫລື 27.300 ກີບຕໍ່ 1 ແຕະ. ສຳລັບລາຄາສົ່ງຮອດຕະຫລາດ (ລາຄາຕົວຈິງ ໃນປັດຈຸບັນ) 29.000-30.000 ກີບຕໍ່ແຕະ. ສ່ວນລາຄາຂາຍຍ່ອຍ 32.000-34.000 ກີບຕໍ່ແຕະ ຫລື ຂາຍເປັນໜ່ວຍ 1.500 ກີບຕໍ່ໜ່ວຍ, ເຊິ່ງສາເຫດທີ່ເຮັດໃຫ້ລາຄາໄຂ່ປັບຂຶ້ນ ແມ່ນມາຈາກ ລາຄາແນວພັນໄກ່ພັນໄຂ່ ແລະ ລາຄາອາຫານມີການເໜັງຕີງ ຕາມການເໜັງຕີງຂອງອັດຕາແລກປ່ຽນເງິນຕາ, ໂດຍສະເພາະຕະກຸນເງິນບາດ (ໄກ່ພັນໄຂ່ແມ່ນນຳເຂົ້າ 100%, ຫົວອາຫານນຳເຂົ້າປະມານ 20%, ສ່ວນປະສົມອາຫານ ແລະ ວັດຖຸດິບຈຳນວນໜຶ່ງກໍນຳເຂົ້າ), ຄ່າໄຟຟ້າ ແລະ ນ້ຳມັນເຊື້ອໄຟເພີ່ມຂຶ້ນ ເຮັດໃຫ້ຄ່າຂົນສົ່ງກໍເພີ່ມຂຶ້ນ ເຊັ່ນ: ໄກ່ແມ່ສາວໃນ 6 ເດືອນຕົ້ນປີ 2021 ລາຄາ 65.000 ກີບ/ໂຕ, ປັດຈຸບັນ 70.000 ກີບ/ໂຕ ແລະ ລາຄາອາຫານໄກ່ ມີການເໜັງຕີງຢ່າງຕໍ່ເນື່ອງຈາກ 96.000 ກີບ/ເປົາ ມາເປັນ 125.000-135.000 ກີບ/ເປົາ.

ນອກຈາກນີ້, ຄວາມຕ້ອງການບໍລິໂພກໄຂ່ໄກ່ຢູ່ນະຄອນຫລວງວຽງຈັນ, ຕ່າງແຂວງ ກໍມີຈຳນວນຫລາຍຂຶ້ນ ເຮັດໃຫ້ການຜະລິດໄຂ່ໄກ່ບໍ່ພຽງ ພໍກັບຄວາມຕ້ອງການຂອງຕະຫລາດ ແລະ ໃນໄລຍະນີ້ ອາກາດຮ້ອນອົບເອົ້າເຮັດໃຫ້ໄກ່ໄຂ່ໜ້ອຍລົງ ແລະ ຄາດວ່າປະມານທ້າຍເດືອນກັນຍາ ຫລື 2-3 ເດືອນຂ້າງນີ້ ລາຄາໄຂ່ໄກ່ກໍຈະກັບຄືສູ່ສະພາບປົກກະຕິ, ເຖິງຢ່າງໃດກໍຕາມ ພວກເຮົາກໍບໍ່ໄດ້ລົດລະ ແລະ ໄດ້ພະຍາຍາມ ເພື່ອຊອກຫາວິທີແກ້ໄຂ ບັນຫາດັ່ງກ່າວ, ເຊິ່ງພວກເຮົາກໍໄດ້ປຶກສາຫາລື, ຄົ້ນຄວ້າພິຈາລະນາ ແລະ ເກັບກຳຂໍ້ມູນ ກັບຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນການກຳນົດລາຍລະອຽດຂອງຕົ້ນທຶນການຜະລິດໄຂ່ ເນື່ອງຈາກ ພວກເຮົາຍັງບໍ່ທັນເຮັດໂຄງປະກອບທາງດ້ານລາຄາຂອງໄຂ່ໄກ່ໄດ້ເທື່ອ. ສະນັ້ນ, ມີພຽງແຕ່ກຳນົດລາຄາຕົ້ນທຶນເທົ່ານັ້ນ. ສໍາລັບໂຄງປະກອບດ້ານລາຄາ ທີ່ໄດ້ເອົາເຂົ້າໃນບັນຊີຄວບຄຸມມີພຽງ 8 ປະເພດສິນຄ້າເທົ່ານັ້ນ ເຊັ່ນ: ນ້ຳມັນເຊື້ອໄຟທຸກຊະນິດ, ເຂົ້າກິນທຸກຊະນິດ, ປະເພດຊີ້ນໝູ-ງົວ, ປະເພດປາ, ປະເພດອາຍແກ໊ດ, ຊີມັງ, ເຫລັກເສັ້ນ ແລະ ປະເພດໄກ່ປອກ. ສ່ວນໄຂ່ໄກ່ແມ່ນນອນ ຢູ່ໃນບັນຊີຕິດຕາມ ໃນການເໜັງຕີງຂອງລາຄາໃນແຕ່ລະໄລຍະ.

ຂ່າວ-ຮູບ: ມະນີທອນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຫຼວງນໍ້າທາເສຍຫາຍໜັກຈາກນໍ້າຖ້ວມ ທາງການເລັ່ງຊ່ວຍເຫຼືອ
Next Post: ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ

Related Posts

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ Featured
ປກສ ເມືອງຄູນຄໍາ ປະກາດຫາເຈົ້າຂອງລົດຈັກຈໍານວນ 24 ຄັນດ່ວນ Featured
ເໜືອໜາວໃຕ້ເຢັນເດີພີ່ນ້ອງ Featured
ພະຍາກອນອາກາດ ວັນທີ 16 ກໍລະກົດ 2021 ເວລາ 12:00 ໂມງ Featured
ຊາປະນະກິດ ຜູ້ເສຍຊິວິດຈາກ ໂຄວິດ-19 ຄົນທີ 4! ສະແດງຄວາມເສຍໃຈມາຍັງຄອບຄົວຜູ້ກ່ຽວ Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme