Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອີຊູຊຸສະຫຼອງຍອດຈອງ 10 ວັນ 100 ຄັນ ຢືນຢັນໃຫ້ເຫັນຄວາມເປັນຜູ້ນໍາແຫ່ງໂລກກະບະຕົວຈິງ ຂອງລົດກະບະລຸ່ນໃໝ່! “All-New Isuzu D-Max”

Posted on 09/10/202009/10/2020 By ປະກາດ Pakaad No Comments on ອີຊູຊຸສະຫຼອງຍອດຈອງ 10 ວັນ 100 ຄັນ ຢືນຢັນໃຫ້ເຫັນຄວາມເປັນຜູ້ນໍາແຫ່ງໂລກກະບະຕົວຈິງ ຂອງລົດກະບະລຸ່ນໃໝ່! “All-New Isuzu D-Max”

ນະຄອນຫຼວງວຽງຈັນ: ຫຼັງຈາກເປີດໂຕແນະນໍາລົດຢ່າງເປັນທາງການເມື່ອວັນເສົາທີ 26 ກັນຍາ 2020 ທີ່ຜ່ານມາ ລົດກະບະລຸ່ນໃໝ່! “All-New Isuzu D-Max…ຜູ້ນໍາແຫ່ງໂລກກະບະໂຕຈິງ” ໄດ້ຮັບຄວາມສົນໃຈຈາກລູກຄ້າເປັນຈໍານວນຫຼວງຫຼາຍທີ່ລໍຖ້າເບິ່ງລົດຕົວຈິງ ທີ່ຫ້ອງວາງສະແດງລົດອີຊູຊຸ ແລະ ຊ່ອງທາງສື່ອອນໄລ ໂດຍສາມາດໄດ້ຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະພຽງ 10ວັນ ຫຼັງຈາກການເປີດໂຕ ເຊີ່ງເປັນການຢືນຢັນ ຄວາມເປັນຜູ້ນໍາແຫ່ງລົດກະບະທີ່ສົມບູນແບບຢ່າງແທ້ຈິງ

ກຸ່ມຕຣີເພຊ ໂດຍ ມີສເຕີ ໂທຊິອາກິ ມາເອຕາວະ (Toshiaki Maekawa) ປະທານ ບໍລິສັດ ຕຣີເພຊ ອີຊູຊຸເຊວ໌ ຈຳກັດ ຜູ້ຈັດຈຳໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸ ມິວ-ເອັກ ໃນ ສປປ ລາວ ໄດ້ກ່າວວ່າ

“ອີຊູຊຸຮູ້ສຶກພູມໃຈທີລົດກະບະລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະຕົວຈິງ” ເປັນລົດກະບະທີ່ຖືກໃຈປະຊາຊົນລາວ ໂດຍໄດ້ຮັບສຽງຊື່ນຊົມຈາກລູກຄ້າໃນເລື້ອງຮູບໂສມທີ່ສວຍງາມ ພາຍໃນຫຼູຫຼາບໍ່ຄືກັບວ່າເປັນລົດກະບະເລີຍ ລວມທັງເຕັກໂນໂລຊີຕ່າງໆທີ່ອີຊູຊຸຈັດມາໃຫ້ຢ່າງຄົບຄັນ ສົມກັບເປັນ “ຜູ້ນຳແຫ່ງໂລກກະບະໂຕຈິງ” ແລະຍັງນຳສະເໜີໃນລາຄາທີ່ຄຸ້ມຄ່າເມື່ອທຽບກັບອັອບຊັ່ນທີ່ອີຊູຊຸຈັດໃຫ້ເຕັມທີ 24,900 USD ຈື່ງສົ່ງຜົນໃຫ້ຍອດຈອງທະລຸ 100 ຄັນ ໃນໄລຍະເວລາອັນສັ້ນພຽງ 10 ວັນເທົ່ານັ້ນ ອີຊູຊຸຂໍຂອບໃຈຜູ້ໃຊ້ລົດປະຊາຊົນ ສປປ ລາວ ຢ່າງສູງທີ່ໄວ້ວາງໃຈ ເລືອກໃຊ້ລົດອີຊູຊຸ ແລະ ຈະພະຍາຍາມສົ່ງມອບລົດໃຫ້ລູກຄ້າຢ່າງໄວ້ທີ່ສຸດທີ່ເຮົາຈະເຮັດໄດ້”

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ ລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ພ້ອມເປັນເຈົ້າຂອງກ່ອນໃຜກັບຂໍ້ສະເໜີສຸດພິເສດ ສາມາດຕິດຕໍ່ຫ້ອງສະແດງສີນຄ້າອີຊູຊຸທຸກສາຂາໄດ້ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ບໍລິສັດ ​ອີ​ຊູ​ຊຸ ລາວ ບໍລິການ ຈຳກັດຜູ້ດຽວ (ISUZU LAO SERVICES SOLE CO., LTD.)
ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ
ຫຼັກ 8 ຖະໜົນຫຼວງພະບາງ (13 ເໜືອ) ບ້ານນາເລົ່າ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: (021) 613 141-3

ສາຂາ ແຂວງຈຳປາສັກ
ຖະໜົນ 13 ໃຕ້, ບ້ານແກ້ວສໍາພັນ, ນະຄອນປາກເຊ, ແຂວງຈໍາປາສັກ
ໂທ: (031) 212 667

ບໍລິສັດ ​ອີ​ຊູ​ຊຸ ລາວ ວີເອັສເອ ຈຳກັດ (ISUZU LAO VSA CO., LTD.)
ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ
307 ຖະໜົນອາຊຽນ (T2), ບ້ານໜອງດ້ວງເໜືອ, ເມືອງ ສີໂຄດຕະບອງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ໂທສາຍດ່ວນ: 1402 ໂທ: (021) 213 705 – 6

ສາຂາ ແຂວງຈຳປາສັກ
ຫລັກ 3 ຖະໜົນ 13 ໃຕ້, ບ້ານ ໂຊກອຳນວຍ, ເມືອງ ປາກເຊ, ແຂວງ ຈຳປາສັກ
ໂທ: (031) 215 157- 8

ຝ່າຍປະຊາສຳພັນ
ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ, ບໍລິສັດ ຕຮີເພຊອີຊູຊຸເຊວຊ໌ ຈຳກັດ
ໂທ. 021 417 387 ແຟັກ: 021 417 386

Featured, ທຸລະກິດ

Post navigation

Previous Post: ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ
Next Post: ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ

Related Posts

ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້ Featured
ເພີ່ມຫຼາຍກວ່າເກົ່່າ 1378 ຄົນ ເສຍຊີວິດ 4 Featured
ລະບາດຫຼາຍເຂດ! ຕົວເລກມື້ນີ້ເພີ່ມ 222 ຄົນ Featured
ໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ຫຼາຍເຂດແຂວງ Featured
ມາດຕະການສະບັບໃໝ່ແຂວງຫຼວງນໍ້າທາ Featured
ສະຫວັນນະເຂດໜັກສຸດ ຕິດໃນຊຸມຊົນ +551 ຄົນ (ທົ່ວປະເທດ ສະຖິຕິໃໝ່ +952) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme