ບົດປາໄສ ຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ວັນທີ່ 25 ກັນຍາ 2021, ທີ່ ນິວຢອກ
ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ອັບດູລາ ຊາຮິດ (Abdulla Shahid), ທີ່ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍປະສົບການທາງການທູດອັນອຸດົມຮັ່ງມີຂອງທ່ານ, ທ່ານ ຈະສາມາດນໍາພາກອງປະຊຸມສະໄຫມນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມດຽວກັນນີ້, ຂ້າພະເຈົ້າ ຂໍຊົມເຊີຍ ພະນະທ່ານ ໂວລກັນ ໂບສ໌ເກຍ (Volkan Bozkir) ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ດ້ວຍຜົນສໍາເລັດອັນຈົບງາມ.
ເກືອບ 02 ປີແລ້ວ ທີ່ ພວກເຮົາໄດ້ຮຽນຮູ້ ແລະ ດໍາລົງຊີວິດໃນສະພາບຂອງການແຜ່ລະບາດພະຍາດໂຄວິດ-19 ທີ່ໄດ້ຂ້າຊີວິດຄົນເຮົາໃນທົ່ວໂລກຫລາຍກວ່າ 4,5 ລ້ານຄົນ, ສ້າງຄວາມກົດດັນຕໍ່ລະບົບສາທາລະນະສຸກ ຂອງ ພວກເຮົາ ຢ່າງໜັກໜ່ວງ ດັ່ງທີ່ບໍ່ເຄີຍມີມາກ່ອນ; ໄດ້ທໍາລາຍລະບົບຕ່ອງໂສ້ຂອງເສດຖະກິດຂອງໂລກ, ເຮັດໃຫ້ມີຄົນທຸກຍາກນັບມື້ນັບເພີ່ມຂື້ນ, ຕັດວົງຈອນການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງຄົນ ກັບ ຄົນ, ສ້າງຄວາມວຸ້ນວາຍໃນສັງຄົມ ກໍ່ຄືຄວາມລະແວງສົງໄສ ເຊິ່ງກັນ ແລະ ກັນໃນທຸກຮູບແບບໃນສັງຄົມພວກເຮົາ.
ເຖິງແມ່ນວ່າ ເຫດການ ແລະ ສະພາບການດັ່ງກ່າວ ຈະເຄີຍເກີດຂື້ນໃນປະຫວັດສາດຂອງມວນມະນຸດມາແລ້ວກໍ່ຕາມ, ແຕ່ສິ່ງທີ່ພວກເຮົາປະເຊີນໃນປັດຈຸບັນນີ້ ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ ແລະ ຍາກທີ່ຈະຄາດຄະເນ ໄດ້ວ່າອີກດົນປານໃດ ພວກເຮົາຈຶ່ງຈະສາມາດຜ່ານພົ້ນສະພາບວິກິດດັ່ງກ່າວນີ້ໄດ້. ເຖິງແນວໃດກໍ່ຕາມ, ຕະຫຼອດໄລຍະ 02 ປີທີ່ຜ່ານມາ, ໄດ້ສອນບົດຮຽນໃຫ້ພວກເຮົາຮັບຮູ້ຫຼາຍຢ່າງ. ໃນນີ້, ບົດຮຽນທີ່ສໍາຄັນຍິ່ງ ແມ່ນການຮ່ວມມືຢ່າງແທ້ຈິງຮອບດ້ານຈາກທຸກພາກສ່ວນໃນວົງຄະນະຍາດສາກົນຂອງພວກເຮົາ. ຄວາມແຕກແຍກ, ຄວາມອັກຄະຕິ ແລະ ຕໍ່ຕ້ານເຊິ່ງກັນ ແລະ ກັນ ບໍ່ພຽງແຕ່ຈະເຮັດໃຫ້ພວກເຮົາປະລາໄຊໃຫ້ກັບພະຍາດໂຄວິດ-19, ແຕ່ຍິ່ງຈະນໍາໄປສູ່ຄວາມຫາຍານະຂອງມວນມະນຸດໃນໂລກອີກ. ບົດຮຽນການຕ້ານການແຜ່ລະບາດພະຍາດໂຄວິດ-19 ຢູ່ແຕ່ລະບ່ອນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງແລ້ວວ່າ ບ່ອນໃດສັງຄົມມີຄວາມສາມັກຄີກັນ, ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ, ບ່ອນນັ້ນ ແມ່ນສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ດີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ ເຫັນວ່າ ຕະຫຼອດໄລຍະຂອງການແຜ່ລະບາດພະຍາດໂຄວິດ-19, ວົງຄະນະຍາດສາກົນໄດ້ເອົາໃຈໃສ່ ແລະ ມີຄວາມຕັດສິນໃຈສູງໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຊຶ່ງ ບັນຫາການຕ້ານ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ກາຍເປັນ ວາລະອັນດັບໜື່ງ ຂອງໂລກ ບໍ່ວ່າຈະແມ່ນໃນເວທີປຶກສາຫາລືໃນລະດັບສອງຝ່າຍ ຫຼື ຫຼາຍຝ່າຍ ກໍ່ລ້ວນແລ້ວແຕ່ໄດ້ຍົກເອົາບັນຫາດັ່ງກ່າວ ມາເປັນຫົວຂໍ້ປຶກສາຫາລື ແລະ ວາງມາດຕະການແກ້ໄຂຮ່ວມກັນ. ອັນນີ້ ແມ່ນເປັນສິ່ງທີ່ເຮັດໃຫ້ພວກເຮົາມີກຳລັງໃຈ ແລະ ມີຄວາມຫວັງທີ່ຈະສາມາດເອົາຊະນະພະຍາດໂຄວິດ-19 ນີ້ ໄປດ້ວຍກັນ. ຄວາມຕັດສິນໃຈໃນການເພີ່ມທະວີການຮ່ວມມືຂອງວົງຄະນະຍາດສາກົນ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ໃນການກະທໍາຕົວຈິງ, ເປັນຕົ້ນແມ່ນ ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19, ມາດຕະການປ້ອງກັນຕ່າງໆ ລວມທັງການຊ່ວຍເຫຼືອກັນດ້ານການແພດ, ການສະໜອງຢາວັກແຊັງ, ຢາປິ່ນປົວຜູ້ຕິດເຊື້ອທັງມາດຕະການໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມຈາກການແຜ່ລະບາດຂອງພະຍາດດັ່ງກ່າວ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ, ປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນແຕ່ລະດ້ານ, ອັນໄດ້ເຮັດໃຫ້ພວກຂ້າພະເຈົ້າ ສາມາດສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ໃຫ້ຢູ່ໃນວົງແຄບ. ອັນນີ້ ເປັນການສະແດງໃຫ້ເຫັນ ເຖິງ ປະສິດຕິຜົນຂອງ ການຊ່ວຍເຫຼືອ ແລະ ການຮ່ວມມືທີ່ແທ້ຈິງຂອງວົງຄະນະຍາດສາກົນ ແລະ ຂ້າພະເຈົ້າ ກໍ່ເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວນີ້ຕໍ່ໄປອີກ.
ເຖິງແມ່ນວ່າ ການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຢູ່ຫຼາຍບ່ອນ ຈະມີທ່ວງທ່າທີ່ດີຂື້ນ ກໍ່ຕາມແຕ່ຖ້າພວກເຮົາ ບໍ່ສືບຕໍ່ ເພີ່ມທະວີການຮ່ວມມືກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າໃນລະດັບການເມືອງ ຫຼື ລະດັບເຕັກນິກວິທະຍາສາດ, ພວກເຮົາ ກໍ່ ຈະ ຜ່ານຜ່າ ວິກິດນີ້ ໄປໄດ້ຍາກ. ບົນຈິດໃຈດັ່ງກ່າວນີ້, ພວກຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງວົງຄະນະຍາດສາກົນ, ລວມທັງບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດການແພດ, ນັກຄົ້ນຄວ້ານັກວິທະຍາສາດໃນທົ່ວໂລກ ຈົ່ງເພີ່ມທະວີການສຶກສາຄົ້ນຄວ້າມາດຕະການຕອບໂຕ້ຮ່ວມກັນ ເປັນຕົ້ນ ແມ່ນການຄົ້ນຄວ້າພັດທະນາ ແລະ ຜະລິດຢາວັກແຊັງ, ຢາປິ່ນປົວ ຕະຫຼອດຮອດ ການຊອກຄົ້ນຫາ ຕົ້ນກຳເນີດ ແລະ ສາເຫດຂອງໂຄວິດ-19.
ພວກເຮົາ ຄວນຫຼີກລ້ຽງການເອົາບັນຫາດັ່ງກ່າວເຫຼົ່ານີ້ມາເປັນບັນຫາໂຈມຕີກັນ ຫຼື ເປັນຂໍ້ອ້າງໃນການສ້າງຄວາມຂັດແຍ້ງໃນບັນຫາການເມືອງລະຫວ່າງກັນ. ພວກເຮົາ ມີຄວາມຕັ້ງໃຈທີ່ຢາກເຫັນນັກວິທະຍາສາດການແພດໃນທົ່ວໂລກ ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ແນໃສ່ຊອກຫາວິທີ ເພື່ອປົກປ້ອງຊີວິດຄົນໃນທົ່ວໂລກ ໂດຍບໍ່ມີການຈຳແນກ ເຊິ່ງກັນ ແລະ ກັນ.
ອີກປະການຫນຶ່ງ, ຕະຫຼອດໄລຍະ 02 ປີທີ່ຜ່ານມານີ້, ໂຄວິດ-19 ໄດ້ທໍາລາຍລະບົບຕ່ອງໂສ້ ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກປະເຊີນກັບເສດຖະກິດທີ່ຖົດຖອຍ ແລະ ຢຸດສະງັກ, ເຊິ່ງອັນນີ້ ໄດ້ສ້າງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງທຸກປະເທດໃນໂລກ, ໂດຍສະເພາະ ແມ່ນ ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ຊຶ່ງ ກໍມີ ສປປລາວ ຢູ່ໃນນັ້ນ. ຜົນສໍາເລັດໃນການຈັດຕັ້ງປະຕິບັດພັນທະສາກົນ ກໍ່ຄືການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເຊັ່ນ: SDG ແລະ ອື່ນໆ ທີ່ຍາດມາໄດ້ກ່ອນໄລຍະເກີດພະຍາດໂຄວິດ-19 ແມ່ນໄດ້ສູນຫາຍໄປ. ຍິ່ງໄປກວ່ານັ້ນ, ເງື່ອນໄຂ ແລະ ຄວາມສາມາດທີ່ປະເທດເຫຼົ່ານັ້ນ ຈະສາມາດຟື້ນຕົວໄດ້ນັ້ນ ແມ່ນ ຕົກຕໍ່າທີ່ສຸດ.
ບົນຈິດໃຈດັ່ງກ່າວນີ້, ຂໍ ຮຽກຮ້ອງ ໃຫ້ ວົງຄະນະຍາດສາກົນ, ໂດຍສະເພາະປະເທດພັດທະນາແລ້ວ ຈົ່ງໄດ້ໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ໃນ ການເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາ ສາມາດແກ້ໄຂຜົນກະທົບ ຈາກ ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ນີ້ໃຫ້ໄດ້.
ດັ່ງທີ່ກ່າວໄປແລ້ວ ຂ້າງເທິງ, ສປປ ລາວ, ເໝືອນກັບປະເທດອື່ນ, ແມ່ນໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການຂະຫຍາຍຕົວ ຂອງ ເສດຖະກິດແຫ່ງຊາດ ກໍຄື ໝາກຜົນ ແລະ ຄວາມຄືບໜ້າ ຂອງ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແມ່ນໄດ້ຫຼຸດລົງ ຢ່າງຫຼວງຫຼາຍ ເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ເອົາໃຈໃສ່ ແລະ ວາງມາດຕະການໄລຍະສັ້ນ ແລະ ໄລຍະຍາວກໍ່ຕາມ ເປັນຕົ້ນການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ກໍ່ຄືຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030.
ພ້ອມດຽວກັນນີ້, ກໍ່ໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານ ອິສຕັນບູນ ວ່າດ້ວຍ ປະເທດດ້ອຍພັດທະນາ ໂດຍມີເປົ້າໝາຍສູ້ຊົນໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໂດຍໄວ. ເຖິງແມ່ນວ່າ ສປປ ລາວ ຈະສາມາດປະຕິບັດໄດ້ 03 ເງື່ອນໄຂທີ່ຢັ້ງຢືນວ່າ ສປປ ລາວ ສາມາດຫຼຸດພົ້ນ ອອກຈາກສະຖານະພາບດ້ອຍພັດທະນາໄດ້ພາຍຫຼັງການທົບທວນຄັ້ງທີ 02 ໃນເດືອນກຸມພາ 2021 ທີ່ຜ່ານມານີ້ແລ້ວກໍ່ຕາມ, ແຕ່ພວກຂ້າພະເຈົ້າ ກໍ່ຍັງມີຄວາມເປັນຫ່ວງຕໍ່ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງອາດຈະເຮັດໃຫ້ ສປປ ລາວ ບໍ່ສາມາດຮັກສາໄວ້ລະດັບມາດຖານ ຂອງ ທັງ 03 ເງື່ອນໄຂ ທີ່ ກໍານົດໄວ້ນັ້ນ.
ຕໍ່ໜ້າສະພາບການທີ່ຫຍຸ້ງຍາກ ແລະ ສິ່ງທ້າທາຍ ດັ່ງກ່າວມານີ້, ລັດຖະບານລາວ ບໍ່ໄດ້ລົດລະຄວາມພະຍາຍາມຂອງຕົນ ໃນການຕັ້ງຫນ້າປະຕິບັດໃຫ້ໄດ້ແຜນພັດທະນາເສດຖະກິດ-ສັງຄົມ 05 ປີຄັ້ງທີ 9 (2021-2025) ທີ່ ສະພາແຫ່ງຊາດລາວ ໄດ້ຮັບຮອງໃນຕົ້ນປີນີ້ ໂດຍທີ່ ລັດຖະບານ ໄດ້ຍົກເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເປັນວາລະແຫ່ງຊາດ ເຊິ່ງຮຽກຮ້ອງໃຫ້ທຸກຊັ້ນຄົນໃນທົ່ວປະເທດພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຢ່າງມີປະສິດທິພາບ ແລະ ສຳເລັດຜົນ.
ໂອກາດນີ້, ຂ້າພະເຈົ້າ ຈຶ່ງສະເໜີມາຍັງວົງຄະນະຍາດສາກົນ ຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ກໍ່ຄືວາລະແຫ່ງຊາດທີ່ລັດຖະບານໄດ້ຮັບຮອງໄປແລ້ວນັ້ນ.
ໃນຂອບການຮ່ວມມືພາກພື້ນ, ສປປ ລາວ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຕໍ່ຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ, ໂດຍສະເພາະການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຮ່ວມມືເພື່ອການພັດທະນາຂອງບັນດາປະເທດສະມາຊິກອາຊຽນ. ພ້ອມນັ້ນ, ອາຊຽນ ໄດ້ຖືສໍາຄັນການຮ່ວມມືເພື່ອຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດຫຼັງໂຄວິດ-19 ແນໃສ່ສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ ໂດຍຍຶດໝັ້ນໃນບັນດາຫຼັກການທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ ໃນສະພາບທີ່ໂລກມີການເຊື່ອມໂຍງ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນຫຼາຍຂຶ້ນ.
ພ້ອມດຽວກັນນັ້ນ, ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ການເຊື່ອມຈອດພາຍໃນບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ພາກພື້ນອື່ນ, ໂດຍໄດ້ສຸມທຸກຄວາມພະຍາຍາມເພື່ອໝູນໃຊ້ທ່າແຮງທີ່ມີຢູ່ໃນພາກພື້ນ ບວກກັບ ທ່າແຮງຈາກພາຍນອກ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ IV ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025, ແນໃສ່ສ້າງໂອກາດ ເພື່ອສົ່ງເສີມການພັດທະນາພື້ນຖານໂຄງລ່າງ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການພັດທະນາທີ່ຍືນຍົງໃນພາກພື້ນ. ໃນນັ້ນ, ສປປ ລາວ ກໍໄດ້ສືບຕໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ອະນຸພາກພື້ນ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ໂດຍຜ່ານຂອບການຮ່ວມມືຕ່າງໆ. ເຫດການສໍາຄັນອັນໜຶ່ງ ຈະມີການເປີດນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ2021 ນີ້ ຊຶ່ງເປັນເສັ້ນທາງລົດໄຟສາຍທຳອິດຂອງ ສປປ ລາວ ແລະ ຈະເປັນການໄຂສັງກາດໃໝ່ ພາຍໃຕ້ວິໄສທັດ ການສ້າງປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເພື່ອການສົ່ງເສີມການພົວພັນຄ້າຂາຍໃນພາກພື້ນໃຫ້ມີຄວາມສະດວກວ່ອງໄວຂື້ນກວ່າເກົ່າ.
ໃນທ່າມກາງສະພາບການຂອງໂລກ ທີ່ມີຄວາມສັບສົນ ແລະ ເຕັມໄປດ້ວຍຄວາມຂັດແຍ່ງ ແລະ ມີທັດສະນະແຕກຕ່າງກັນນັ້ນ, ສປປ ລາວ ຍາມໃດ ກໍ່ຍຶດໝັ້ນໃນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ກໍ່ຄືຫຼັກການແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນ ແລະ ກັນ, ເວລາໃດກໍ່ເຊື່ອໝັ້ນວ່າ ສັນຕິພາບ ແລະ ຄວາມໝັ້ນຄົງ ຍັງແມ່ນບູລິມະສິດສູງສຸດ ແລະ ເປັນປັດໄຈພື້ນຖານ ຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ທຸກປະເທດ.
ສະນັ້ນ, ການເຈລະຈາດ້ວຍສັນຕິວິທີ ແລະ ຫັນໜ້າເຂົ້າຫາກັນດ້ວຍຄວາມຈິງໃຈ ຈຶ່ງກາຍເປັນປັດໃຈຕົ້ນຕໍຂອງການຮັບປະກັນສັນຕິພາບ ແລະ ການຮ່ວມມື. ການໂດດດ່ຽວ, ການປະເຊີນໜ້າ ແລະ ນໍາໃຊ້ມາດຕະການຂວໍ້າບາດຝ່າຍດຽວຕໍ່ປະເທດໃດໜຶ່ງ ຍິ່ງຈະບໍ່ນໍາຜົນປະໂຫຍດໃດໆ ມາສູ່ປະເທດທີ່ກ່ຽວຂ້ອງ ກໍຄື ວົງຄະນະຍາດສາກົນໂດຍລວມ. ພວກຂ້າພະເຈົ້າ, ໂດຍສືບຕໍ່ຮ່ວມກັບປະຊາຄົມໂລກ, ຮຽກຮ້ອງໃຫ້ມີການຍົກເລີກການຂວໍ້າບາດ ຕໍ່ ສາທາລະນະລັດ ກູບາ ເພື່ອເຮັດໃຫ້ປະເທດດັ່ງກ່າວ ສາມາດຮັບມືກັບການລະບາດຂອງພະຍາດໂຄວິດ-19 ແລະ ພັດທະນາຕົນເອງໄດ້ຢ່າງຍືນຍົງ, ສາມາດພົວພັນທາງເສດຖະກິດ, ການຄ້າ ແລະ ການລົງທຶນ ກັບປະເທດຕ່າງໆຢ່າງມີອິດສະຫລະ ເພື່ອນໍາເອົາຜົນປະໂຫຍດອັນຊອບທຳແທ້ຈິງ ມາສູ່ປະຊາຊົນ ຢູ່ໃນປະເທດ ແລະ ພາກພື້ນດັ່ງກ່າວ.
ບັນຫາຂໍ້ຂັດແຍ່ງ ລະຫວ່າງ ອິດສະລາແອນ ແລະ ປາແລັດສະຕິນ ທີ່ແກ່ຍາວມາຫຼາຍທົດສະວັດ ໄດ້ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈໍານວນຫຼວງຫລາຍແກ່ປະຊາຊົນຊາວປາແລັດສະຕິນ ແລະ ອິດສະລາແອນ, ເຊິ່ງຄວນໄດ້ຮັບການແກ້ໄຂໂດຍສັນຕິ. ສປປ ລາວ ອີກເທື່ອໜຶ່ງ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ພະຍາຍາມຫັນໜ້າເຂົ້າຫາກັນ ເພື່ອປຶກສາຫາລື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ໃນການແກ້ໄຂບັນຫາດັ່ງກ່າວ ແນໃສ່ບັນລຸການສ້າງຕັ້ງສອງລັດເອກະລາດ, ປາແລັດສະຕິນ ແລະ ອິດສະຣາແອນ, ທີ່ດໍາລົງຢູ່ຮ່ວມກັນຢ່າງສັນຕິ ໂດຍສອດຄ່ອງກັບບັນດາຍັດຕິທີ່ກ່ຽວຂ້ອງ ຂອງ ສປຊ.
ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການແກ້ໄຂ ການປ່ຽນແປງດິນຟ້າອາກາດ ໂດຍໄດ້ຜັນຂະຫຍາຍເອົາບັນດາເປົ້າໝາຍຂອງ ສັນຍາ ປາຣີ ເຂົ້າໃນ ແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ ແລະ ຍຸດທະສາດແຫ່ງຊາດວ່າດ້ວຍການເຕີບໂຕສີຂຽວ. ນັບແຕ່ ປີ 2000 ຫາ 2020, ສປປ ລາວ ສາມາດຫລຸດປະລິມານການປ່ອຍທາດເຮືອນແກ້ວໄດ້ເຖິງ 34 % ທຽບໃສ່ການປ່ອຍທຽບຖານ. ຍິ່ງໄປກວ່ານັ້ນ, ລັດຖະບານຍັງໄດ້ ສະເຫນີ ແຜນງານແຫ່ງຊາດ ກ່ຽວກັບການປະກອບສ່ວນແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ (NDC) ໄປໃຫ້ ອົງການການສະຫະປະຊາຊາດ ຊຶ່ງໄດ້ວາງຄາດຫຼຸດປະລິມານການປ່ອຍທາດເຮືອນແກ້ວ ເຖິງ 60 % ພາຍໃນ ປີ 2030. ນີ້ ແມ່ນ ອີກບາດກ້າວໜື່ງທີ່ສໍາຄັນຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ກໍ່ຄືການປະຕິບັັດພັນທະສາກົນຂອງ ສປປ ລາວ ບົນພື້ນຖານສັນຍາປາຣີ. ສະນັ້ນ, ສປປ ລາວ ຈຶ່ງຮຽກຮ້ອງມາຍັງທຸກປະເທດໃນໂລກຈົ່ງເພີ່ມທະວີການຈັດຕັ້ງປະຕິບັດ ບັນດາເປົ້າໝາຍຂອງສັນຍາປາຣີ ໃຫ້ປະກົດຜົນເປັນຈິງ ແນໃສ່ສະກັດກັ້ນ ແລະ ຫລຸດຜ່ອນການເກີດໄພທໍາມະຊາດທີ່ຮ້າຍແຮງ ທີ່ເກີດຂຶ້ນ ແລະ ສ້າງຜົນກະທົບທີ່ໜັກໜ່ວງຕໍ່ໂລກຂອງພວກເຮົາໃນປັດຈຸບັນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຍົກສູງການຮ່ວມມືຫຼາຍຝ່າຍ, ແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ການຮ່ວມມືເພື່ອການພັດທະນາ ພາຍໃຕ້ກົດບັດ ສປຊ ຍັງເປັນກົນໄກ ທີ່ຖືກຕ້ອງ ແລະ ສອດຄ່ອງທີ່ສຸດ ສໍາລັບພວກເຮົາ ໃນການແກ້ໄຂ ແລະ ປະເຊີນກັບວິກິດການຕ່າງໆ ທີ່ໂລກຂອງພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ແນໃສ່ ກ້າວໄປສູ່ການບັນລຸຄວາມມຸ້ງຫວັງຂອງມວນມະນຸດຊາດ ທີ່ ຢາກໃຫ້ທຸກຄົນໃນໂລກນີ້ ດຳລົງຊິວິດຢູ່ໃນທ່າມກາງສັນຕິພາບ ແລະ ຄວາມຮຸ່ງເຮືອງສີວິໄລ. ສປປ ລາວ ພວກຂ້າພະເຈົ້າ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມຂອບການຮ່ວມມືພາຍໃຕ້ອົງການ ສປຊ. ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າ ຂໍຢໍ້າຄືນອີກເທື່ອໜຶ່ງວ່າ ສປປ ລາວ ໄດ້ສະໝັກເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສຳລັບສົກປີ 2023-2025, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖີງຄວາມຕັດສິນໃຈສູງ ແລະ ຄວາມພ້ອມ ຂອງ ສປປ ລາວ ໃນການປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ຂອງຕົນ ເຂົ້າໃນພາລະກິດອັນມີກຽດຂອງອົງການ ສປຊ. ສະນັ້ນ, ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ ຕໍ່ກັບການສະໝັກໃນຄັ້ງນີ້ຂອງ ສປປ ລາວ ເພື່ອຈະໄດ້ຮັບໂອກາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງອົງກອນດັ່ງກ່າວ ຂອງ ສປຊ.