ໃນວັນທີ 6 ຕຸລາ 2020 ບັນດາໂຮງຮຽນແຫ່ງຕ່າງໆທົ່ວເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ຈັດພິທີສະເຫລີມ, ສະຫລອງວັນຄູແຫ່ງຊາດ ຄົບຮອບ 26 ປີ (7/10/1994 – 7/10/2020) ເພື່ອປຸກລະດົມຈິດໃຈ ໃຫ້ທົ່ວສັງຄົມໄດ້ສະແດງ ອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີ ຂອງຄູ-ອາຈານ ໃຫ້ສູງຂຶ້ນ.
![](https://pakaad.com/wp-content/uploads/2020/10/fb_img_16020393932354667712350453040709.jpg)
ພ້ອມກັນນີ້, ເພື່ອເປັນການໂຄສະນາ ເຜີຍແຜ່ຜົນງານຄຸນງາມ ຄວາມດີຂອງຄູ-ອາຈານ ໃຫ້ທຸກຄົນໃນສັງຄົມ ໄດ້ຮັບຮູ້ເຖິງຜົນງານຂອງຄູ ພ້ອມທັງສະແດງອອກ ເຖິງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ ຄູ-ອາຈານ ທີ່ໄດ້ສິດສອນໃຫ້ຄວາມຮູ້ ນັບທັງອາດີດ ກໍຄື ປັດຈຸບັນເຊີ່ງປະກອບມີໂຮງຮຽນມ.ສປາກລາຍ,ໂຮງຮຽນມ.ຕົ້ນປາກລາຍ,ໂຮງຮຽນມ.ສບວມເລົາແລະໂຮງຮຽນແຫ່ງຕ່າງໆໃນທົ່ວເມືອງ ໂດຍການເຂົ້າຮ່ວມຂອງການນຳຂອງເມືອງ,ການນຳຂອງຫ້ອງການສືກສາທິການ ແລະ ກິລາເມືອງ ມີອະດີດການນໍາ, ພະນັກງານອາວຸໂສບໍານານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ, ນັກສຶກສາ ເຂົ້າຮ່ວມ.
![](https://pakaad.com/wp-content/uploads/2020/10/fb_img_16020393961794904124665464916869.jpg)
ເຊີງໃນພິທີແຕ່ລະແຫ່ງຕ່າງກໍ່ໄດ້ຮັບຟັງປະຫັວດ ແລະ ຄວາມເປັນມາຂອງຂອງວັນຄູແຫ່ງຊາດ,ຄົບຮອບ 26 ປີ (7/10/1994 – 7/10/2020) ໃຫ້ຮູ້ວ່າ: ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍທົ່ວປະເທດ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ພັກປະຊາຊົນປະຕິວັດລາວ ໄດ້ມີນະໂຍບາຍຕໍ່ການສຶກສາ ໂດຍໃຫ້ມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ, ຈຶ່ງເຮັດໃຫ້ການສຶກສາຂອງລາວ ໄດ້ຮັບການພັດທະນາ ຈາກຕົວເມືອງໄປສູ່ຊົນນະບົດ, ຖັນແຖວຄູ-ອາ ຈານ ໄດ້ເພີ່ມຂຶ້ນເປັນຈໍານວນ ຫລວງຫລາຍ ຄູ-ອາຈານ ເຫລົ່ານັ້ນ ໄດ້ປະກອບສ່ວນສ້າງຊັບພະຍາ ກອນມະນຸດທີ່ດີ, ມີຈິດໃຈຮັກຊາດ, ຮັກລະບອບໃໝ່ ທີ່ປະຕິບັດໜ້າທີ່ຢູ່ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ.
![](https://pakaad.com/wp-content/uploads/2020/10/fb_img_16020394052691475467561257271302.jpg)
ເມື່ອທົບທວນເບິ່ງແລ້ວ ຈະເຫັນວ່າພາລະໜ້າທີ່ຂອງຄູ ແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫລາຍ ໃນການດໍາເນີນພາລະກິດ ການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນ ຂະຫຍາຍແຜນພັດທະນາ ການສຶກສາ ແລະ ກິລາ ໂດຍສະເພາະ ແມ່ນການຮັບປະກັນການສະໜອງ ການສຶກສາໃຫ້ມີຄຸນນະພາບ ແລະ ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງ.
![](https://pakaad.com/wp-content/uploads/2020/10/fb_img_16020394009832846289819506403925.jpg)
ສຳລັບການສະເຫລີມ ສະຫລອງວັນຄູແຫ່ງຊາດ ປີ 2020 ນີ້ ສອດຄ່ອງກັບວັນຄູສາກົນ ຄືວັນທີ 5 ຕຸລາ 2020 ຊຶ່ງປີນີ້ໃສ່ຫົວຂໍ້ວ່າ “ຄູເປັນຜູ້ນຳພາຜ່ານຜ່າວິກິດ ພິຊິດອະນາຄົດທີ່ກ້າວໜ້າ” ຫລື ອົງການອຸຍແນັສໂກເວົ້າວ່າ ວັນຄູສາກົນປີນີ້ ເປັນໂອກາດສະເຫລີມ ສະຫລອງຜົນງານການສິດສອນ ຂອງຄູໃນທົ່ວໂລກ, ເປັນໂອກາດສັງລວມ ບັນດາຜົນສຳເລັດ ທີ່ປະຕິບັດໄດ້ດີໃນປີຜ່ານມາ ແລະ ເພີ່ມຄວາມເອົາໃຈໃສ່ ໃນການຮັບຟັງຄຳຄິດເຫັນຂອງຄູ ຜູ້ຊຶ່ງເປັນຫົວໃຈແຫ່ງຄວາມສຳເລັດ ຂອງເປົ້າໝາຍການສຶກສາ ໃນທົ່ວໂລກ.
![](https://pakaad.com/wp-content/uploads/2020/10/fb_img_1602039398598429568139880995952.jpg)
ໃນໄລຍະ 26 ປີ ທີ່ຜ່ານມາ ເຖິງວ່າສະພາບເສດຖະກິດ ໄດ້ພົບກັບຄວາມຫຍຸ້ງຍາກ ຫລາຍປະການ ສະເພາະປີນີ້ ພັດມີການລະບາດ ຂອງເຊື້ອພະຍາດໂຄວິດ-19 ຊຶ່ງມີຜົນກະທົບໂດຍກົງ ຕໍ່ການຈັດການຮຽນ-ການສອນ. ແຕ່ດ້ວຍຄວາມເຊື່ອໝັ້ນ ຕໍ່ອຸດົມການຂອງພັກ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ຕໍ່ການປະຕິບັດໜ້າທີ່ການສອນ ຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາ ການສຶກສາໄດ້ຂະຫຍາຍຕົວ ນັບແຕ່ສູນກາງຮອດທ້ອງຖິ່ນ.
![](https://pakaad.com/wp-content/uploads/2020/10/fb_img_16020394032724727533083127261622.jpg)