Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ

Posted on 05/10/202005/10/2020 By ປະກາດ Pakaad No Comments on ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 5 -6 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ.

ໂອກາດນີ້ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ໄດ້ລາຍງານໂດຍຫຍໍ້ໃນການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຊຶ່ງອົງຄະນະພັກແຂວງໄດ້ເປັນເຈົ້າ ການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນຳ-ນຳພາ ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ່ I ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ເປັນຕົ້ນ ແມ່ນການກະ ກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຂະບວນ ການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ.

ຈາກນັ້ນ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ ໄດ້ຜ່ານບົດສະຫລວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ. ໃນໂອກາດນີ້ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຊີ້ນຳຕໍ່ບັ້ນດຳເນີນຊີວິດການເມືອງ ຄະນະບໍລິຫານງານພັກແຂວງ ໃນຄັ້ງນີ້ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ບັນດາຄະນະບໍລິຫານງານພັກແຂວງ ຈົ່ງຍົກສູງຄວາມຮັບຜິດ ຊອບ, ຄວາມເປັນເຈົ້າການບຸກທະລຸ ເສີມຂະຫຍາຍຫົວ ຄິດປະດິດສ້າງຂອງໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກ

ພ້ອມທັງ ສ້າງພະນັກງານຫລັກແຫລ່ງ ເປັນຕົ້ນແມ່ນພະງານໜຸ່ມ, ເພດຍິງ ແລະ ເຜົ່າ ເພື່ອສ້າງພະນັກງານສືບທອດ ການສຳຫລວດບັນດາສະຫາຍສະມາຊິກພັກໃຫ້ສຸມໃສ່ ຕີລາຄາຄຸນທາດການເມືອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ແບບແຜນ ແລະ ດິທີເຮັດວຽກ ພ້ອມທັງ ຕີລາ ຄາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ ພ້ອມກັນນັ້ນ ບັນດາສະຫາຍຕ້ອງມີຄວາມຕັດສິນໃຈສູງ, ມີຄວາມຈິງໃຈ ໃນການຕິຊົມຕົນເອງ ແລະ ໝູ່ຄະ ນະກໍຕ້ອງມີຄວາມຈິງໃຈໃນການຕຳນິສົ່ງຂ່າວ, ຊ່ວຍ ເຫລືອຊຶ່ງກັນ ແລະ ກັນ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນປະກອບຄຳຄິດຄຳເຫັນໃສ່ບົດສຳຫລວດການນຳພາລວມ ດ້ວຍຄວາມຮັບຜິດຊອບສູງ. ພ້ອມນີ້ກອງປະຊຸມ ຍັງຈະໄດ້ຮັບຟັງການຜ່ານບົດສຳຫລວດບຸກຄົນ ຕື່ມອີກ ເພື່ອເປັນການສຳ ຫລວດກວດກາ ຕີລາຄຄວາມຮັບຜິດຊອບລວມຂອງຄະ ນະພັກ ແລະ ຄວາມຮັບຜິດລວມການຈັດຕັ້ງພັກ, ຂອງຄະນະພັກ ແລະ ສະມາຊິກພັກແຕ່ລະສະຫາຍ ພ້ອມທັງ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ທັງເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ທີ່ດີເດັ່ນ ເພື່ອປະກອບສ່ວນເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ໃຫ້ໄດ້ຕາມມາດ ຖານທີ່ວາງໄວ້.

Cr: ພຸດທະສອນ ເວດສະພົງ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ
Next Post: ພິທີ ມອບ-ຮັບ ໂຄງການບູຣະນະ-ປະຕິສັງຂອນ ອາຮາມວັດວິຊຸນນະຣາຊ (ສີມ) ແລະ ພຣະທາດໝາກໂມ

Related Posts

ຕິດເຊື້ອໃໝ່ສູງເຖິງ 1341 ຄົນ ເສຍຊີວິດໃໝ່ 4 ຄົນ Featured
ສະພາບໂຄວິດມື້ນີ້ຕິດເພີ່ມ 916 ເສຍຊີວິດ 7 Featured
ສປປລາວ ມີຍອດສະສົມຄົນຕິດເຊື້ອກາຍສອງແສນຄົນແລ້ວ Featured
ແຈ້ງການເລື່ອນງານ Vangvieng Fest 6 ຢ່າງເປັນທາງການ Featured
ຊົມເຊີຍ! ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76 Featured
ເສຍຊີວິດໃໝ່ 11 ຕິດເຊື້ອເພີ່ມ 641 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme