Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII

Posted on 03/12/202003/12/2020 By ປະກາດ Pakaad No Comments on ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະ ຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແສງນວນ ໄຊຍະລາດ, ຄະນະເລ ຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍ ຜູ້ນໍາພັກ-ລັດ, ຜູ້ແທນສົມບູນ 400 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ 227.718 ສະຫາຍ ໃນທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ຕົກລົງຫລາຍບັນຫາສໍາຄັນ ຄື: ຈະໄດ້ພ້ອມກັນສັງເກດຕີລາຄາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ພິຈະລານາ ແລະ ຮັບຮອງເອົາຮ່າງກົດລະ ບຽບສະຫະພັນກໍາມະບານລາວ ສະໄໝທີ VIII, ພິຈາລະ ນາ ແລະ ຮັບຮອງເອົາຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VII, ພ້ອມນີ້ ຜູ້ແທນສົມບູນຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະ ໄໝທີ VIII ເພື່ອຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ສະ ໄໝທີ VIII.

ນອກຈາກນີ້ ກອງປະຊຸມ ຍັງຈະໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານລາວໃນຕໍ່ໜ້າ ຈາກ ສະຫາຍ ແສງນວນ ໄຊຍະລາດ, ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.

ໃນໂອກາດຂຶ້ນຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມຄັ້ງນີ້ ສະຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນກໍາ ມະບານລາວ ທົ່ວປະເທດ ຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ, ເຫັນວ່າມີຫລາຍວຍກງານໄດ້ຮັບຜົນສໍາເລັດເຮັດໃຫ້ ລະບົບການຈັດຕັ້ງຂອງສະຫະພັນກໍາມະບານແຕ່ສູນກາງຮອດຮາກຖານ ໄດ້ຮັບການປັບ ປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ຈໍານວນສະມາຊິກກໍາມະບານ ແລະ ຮາກຖານ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນ ສະຫະພັນກໍາມະບານລາວ ມີ 39 ສະຫະພັນກໍາ ມະບານກະຊວງ ແລະ ອົງການ, ມີ 18 ສະຫະພັນກໍາມະບານແຂວງ ແລະ ນະຄອນຫລວງວຽງຈັນ, ມີ 3 ສະຫະພັນກໍາມະບານນະຄອນ, ມີ 145 ສະຫະພັນກໍາມະບານເມືອງ ແລະ ມີກໍາມະບານຮາກຖານ 5.259 ຮາກຖານ, ທຽບໃສ່ປີ 2015 ເພີ່ມຂຶ້ນ 1.462 ຮາກຖານ ເທົ່າກັບ 38,5%. ທົ່ວປະເທດ ມີສະມາຊິກກໍາມະບານທັງໝົດ 227.718 ສະຫາຍ, ຍິງ 103.696 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ 43.404 ສະຫາຍ. ສະຫະພັນກໍາມະບານແຕ່ລະຂັ້ນ ໄດ້ຊຸກຍູ້, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການບໍາລຸງ-ກໍ່ສ້າງ ແລະ ຍົກລະດັບພະນັກງານກໍາມະບານອາຊີບ ແລະ ສະມາຊິກກໍາມະບານດ້ວຍຫລາຍຮູບ ການ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ແນໃສ່ກໍ່ສ້າງພະນັກງານກຳມະບານໃນແຕ່ ລະຂັ້ນໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ, ຮຽນຢູ່ພາຍໃນປະເທດ ລວມມີ 430 ຄົນ, ຍິງ 199 ຄົນ, ຮຽນຢູ່ຕ່າງປະເທດ 516 ຄົນ ເຮັດໃຫ້ການຈັດຕັ້ງ ແລະ ຖັນ ແຖວພະນັກງານກໍາມະບານມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສະຫະພັນກໍາ ມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ສະເໜີ ແລະ ຕິດຕາມການປະຕິບັດນະໂຍບາຍຕໍ່ພະນັກງານສະມາຊິກກໍາມະບານຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ແລະ ລະບຽບການຂອງສະຫະພັນກໍາມະບານລາວວາງອອກ ເປັນຕົ້ນ: ການເລື່ອນຕໍາແໜ່ງບໍລິຫານ, ເລື່ອນຊັ້ນ-ເລື່ອນຂັ້ນເງິນເດືອນ, ການບັນຈຸຊັບຊ້ອນຕໍາແໜ່ງານ ແລະ ອື່ນຯ.

ສໍາລັບວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ອອແຮງງານ ພົ້ນເດັ່ນກວ່າໝູ່ແມ່ນໄດ້ເປັນເຈົ້າການຄົ້ນຄ້ວາສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກໍາມະກອນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ, ຕິດຕາມ ແລະ ຊຸກຍູ້ການປະຕິບັດ, ການສ້າງສັນຍາແຮງງານບຸກຄົນ ແລະ ລວມໝູ່, ເຂົ້າຮ່ວມປຶກສາຫາລືແກ້ ໄຂຂໍ້ຂັດແຍ່ງແຮງງານ, ທວງຄ່າແຮງງານໃຫ້ກໍາມະກອນ ແລະ ເປີດນໍາໃຊ້ບໍລິການໂທລະສັບສາຍດ່ວນ 1512.

ວຽກງານຂະບວນການ ໄດ້ປັບປຸງເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ມາເປັນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອໃຫ້ສະຫະພັນກໍາມະບານແຕ່ລະຂັ້ນໄດ້ເຊື່ອມຊຶມ ແລະ ຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນນີ້ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະຕິບັດໜ້າທີ່ວິຊາສະເພາະເພື່ອແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມ, ຂະ ບວນການແກ້ໄຂຄວາມທຸກຍາກທີ່ຄະນະພັກ, ອົງການປົກຄອງຂັ້ນຂອງຕົນວາງອອກໃນແຕ່ລະໄລຍະ. ສະຫະພັນກໍາມະບານແຕ່ຂັ້ນ ໄດ້ຕັ້ງໜ້າຂະຫຍາຍກອງທຶນຊ່ວຍ ເຫລືອເຊີ່ງກັນ ແລະ ກັນ ຕາມກົດລະບຽບກອງທຶນຂອງແຕ່ລະສະຫະພັນກໍາມະບານວາງອອກ ເຮັດໃຫ້ປັດຈຸບັນ ທົ່ວປະເທດມີສະມາຊິກກອງທຶນ 151.500 ຄົນ ມີເງິນໝູນວຽນ 147 ຕື້ກວ່າກີບ.

ນອກຈາກນີ້ ສະຫາຍປະທານສູນກາງສະຫະພັນກໍາ ມະບານລາວ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດພົ້ນເດັ່ນໃນອີກຫລາຍດ້ານ, ລວມເຖີງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນສໍາເລັດ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ, ລວມເຖີງ ທິດທາງແຜນ ການເຄື່ອນໄຫວວຽກງານໃນ 5 ປີຕໍ່ໜ້າ (2021-2025) ຂອງສູນກາງສະຫະພັນກໍາມະບານລາວ ຕື່ມອີກ.

ສໍາລັບກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດຄັ້ງທີ VIII ຈະດໍາເນີນໄປຮອດວັນທີ 4 ທັນວາ 2020 ຈິ່ງຈະສໍາເລັດ.

Cr: ບຸນຕຽງຈັນທະວົງ

Featured, ລັດຖະບານ

Post navigation

Previous Post: ງານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈະມີຜົນສຳເລັດຢ່າງຍິ່ງໃຫຍ່
Next Post: ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII

Related Posts

ມາດຕະການສະບັບໃໝ່ຂອງແຂວງຈໍາປາສັກ Featured
ອາກາດໜາວເຢັນແລ້ວໂດຍສະເພາະພາກເໜືອ Featured
ຮ້ອນໝົດມື້ ແຕ່ບາງເຂດຈະມີຝົນແລະລົມ Featured
ຈັບແກ້ງຄ້າຢາທີ່ບ້ານດອນໜູນໄດ້ 4 ຄົນ ພ້ອມຍຶດຊັບຈໍານວນຫຼາຍ Featured
ປາຕິໂທຕິດໃໝ່ສູງທີ່ສຸດ 1898 ຄົນ ເສຍຊີວິດ 5 Featured
ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme