Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມທາງໄກຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 17

Posted on 24/09/202024/09/2020 By ປະກາດ Pakaad No Comments on ກອງປະຊຸມທາງໄກຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 17


ກອງທັບ: ໃນວັນທີ 22 ກັນຍາ 2020, ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ພົນຕີ ທອງວັນ ຈັນທະວົງ, ຫົວໜ້າກົມ 213 ຮ່ວມກັບບັນດາ ຫົວໜ້າກົມສືບຂ່າວຂອງປະເທດ ສະມາຊິກອາຊຽນ ໄດ້ເຂົ້າຮ່ວມ ກອງປະຊຸມທາງໄກຫົວໜ້າສືບ ຂ່າວທະຫານອາຊຽນ ຄັ້ງທີ 17 (ASEAN Military Intelligence Meeting) ພາຍໃຕ້ ການເປັນປະທານຂອງ ທ່ານ ພົນໂທ ຟາມ ຫງ໋ອກ ຮຸງ, ຫົວໜ້າ ກົມໃຫຍ່ສືບຂ່າວທະຫານກອງ ທັບປະຊາຊົນ ຫວຽດນາມ.

ກອງ ປະຊຸມໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາສິ່ງທ້າທາຍທີ່ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນ ຄົງ ໂດຍສະເພາະແມ່ນສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນ ທາງການທະຫານ ທີ່ນັບມື້ນັບ ເພີ່ມທະວີຄວາມສະຫຼັບສັບຊ້ອນແລະ ຍາກທີ່ຈະຄາດຄະເນ ໄດ້ ເປັນຕົ້ນແມ່ນ: ອາຊະຍາກຳຂ້າມ ຊາດ, ການກໍ່ການຮ້າຍ, ຄວາມ ໝັ້ນຄົງທາງທະເລ, ຄວາມໝັ້ນ ຄົງທາງລະບົບຄອມພິວເຕີ ແລະ ບັນຫາພະຍາດລະບາດ ໂຄວິດ-19 ກໍເປັນອີກບັນຫາໜຶ່ງ ທີ່ບັນ ດາປະເທດເຂົ້າຮ່ວມໃຫ້ຄວາມ ສຳຄັນ ເນື່ອງຈາກວ່າການແຜ່ລະ ບາດຂອງພະຍາດດັ່ງກ່າວ ໄດ້ສົ່ງ ຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລວມທັງການສູນເສຍຊີວິດຂອງ ມວນມະນຸດ ຢ່າງຫຼວງຫຼາຍ ເຊິ່ງ ມາເຖິງປັດຈຸບັນຕົວເລກຂອງຜູ້ ຕິດເຊື້ອ ແລະ ເສຍຊີວິດຍັງເພີ່ມ ຂຶ້ນຢ່າງຕໍ່ເນື່ອງ.

ຕໍ່ກັບບັນຫາດັ່ງ ກ່າວ, ກອງທັບຂອງບັນດາປະ ເທດສະມາຊິກອາຊຽນ ໄດ້ມີບົດ ບາດອັນສຳຄັນ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ວຽກ ງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19. ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ໄດ້ກ່າວມານັ້ນ, ກອງປະຊຸມໄດ້ ຮຽກຮ້ອງໃຫ້ ບັນດາກອງທັບ ປະເທດສະມາຊິກອາຊຽນຕ້ອງ ໄດ້ເພີ່ມທະວີຮ່ວມມືກັນ, ສົ່ງເສີມ ຄວາມສາມັກຄີ, ສ້າງຄວາມເຊື່ອ ໝັ້ນ ແລະ ໄວ້ວາງໃຈ ເຊິ່ງກັນ ແລະ ກັນ ເພື່ອຊ່ວຍກັນແກ້ໄຂ ຢ່າງຈິງຈັງ ໂດຍສະເພາະໃຫ້ມີການແລກປ່ຽນທາງດ້ານຂໍ້ມູນຂ່າວສານນຳກັນຢ່າງຕໍ່ເນື່ອງ, ວ່ອງໄວ ແລະ ທັນການ.

ນອກຈາກນີ້, ກອງປະຊຸມຍັງ ໄດ້ຄົ້ນຄ້ວາພິຈາລະນາຢ່າງກົງ ໄປກົງມາກ່ຽວກັບບົດແນວ ຄວາມຄິດວ່າດ້ວຍການສ້າງຕັ້ງ ປະຊາຄົມສືບຂ່າວທະຫານອາ ຊຽນ, ໂດຍພື້ນຖານແລ້ວບັນດາ ປະເທດສະມາຊິກອາຊຽນ ແມ່ນ ເຫັນດີໃນດ້ານຫລັກການຕໍ່ກັບ ແນວຄວາມຄິດດັ່ງກ່າວ, ແຕ່ສະ ເໜີໃຫ້ນຳເອົາບັນຫານີ້ ໄປປຶກ ສາຫາລືກັນຕື່ມໃນກອງປະຊຸມ ວິຊາການໃນຄັ້ງຕໍ່ໄປ ໂດຍສະ ເພາະແມ່ນ ການສ້າງເອກະສານ ຂໍ້ກຳນົດລະອຽດ ແລ້ວຈຶ່ງນຳສະ ເໜີຕໍ່ກອງປະຊຸມຫົວໜ້າສືບ ຂ່າວທະຫານອາຊຽນ ຄັ້ງຕໍ່ໄປ ພິຈາລະນາຮັບຮອງ.

ຫຼັງຈາກນັ້ນ ກອງປະຊຸມໄດ້ປຶກສາຫາລືກ່ຽວ ກັບ ຮ່າງຖະແຫຼງການຮ່ວມ ເຊິ່ງ ຈະໄດ້ຮັບຮອງເອົາໃນກອງປະ ຊຸມທາງໄກຜູ້ບັນຊາການທະ ຫານ ສູງສຸດຄັ້ງທີ 17 (ASEAN Chiefs of Defence Forces Meeting) ເຊິ່ງຈະຈັດຂຶ້ນໃນ ວັນທີ 24 ກັນຍາ 2020.

ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີມອບໂອນການເປັນ ປະທານກອງປະຊຸມຫົວໜ້າສືບ ຂ່າວທະຫານອາຊຽນ ຈາກ ສສ ຫວຽດນາມ ໃຫ້ແກ່ ບຣູໄນ ເພື່ອ ທີ່ຈະເປັນເຈົ້າພາບຈັດກອງປະ ຊຸມດັ່ງກ່າວໃນປີຕໍ່ໄປ ໃນຖານະ ທີ່ຈະເປັນປະທານກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາ ຊຽນ, ອາຊຽນ-ບວກ ແລະ ກອງ ປະຊຸມຜູ້ບັນຊາການທະຫານສູງ ສຸດ ໃນປີ 2021.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບທີ III
Next Post: ໄຂກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ

Related Posts

ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ ຂ່າວສານບ້ານເມືອງ
ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured
ເປີດໂຄງການຜະລິດກະສິກໍາແບບຍືນຍົງຂອງກຸ່ມຜະລິດບ້ານດອນເງິນ ຂ່າວສານບ້ານເມືອງ
ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ Featured
ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme