Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ

Posted on 29/11/202129/11/2021 By ປະກາດ Pakaad No Comments on ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ

ໃນມື້ນີ້ 29 ພະຈິກ 2021 ທີ່ກະຊວງສາທາລະນະສຸກ, ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ 600,000 ກ່ວາໂດສ໌ ໂດຍຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX.

ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ປະກອບມີວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility, ເຊິ່ງປະກອບມີ 100,800 ໂດສ໌ ຈາກປະເທດຟິນແລນ, 199,200 ໂດສ໌ ຈາກປະເທດສວີເດນ ແລະ 199,200 ໂດສ໌ ຈາກປະເທດເນເທີແລນ.

ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍິນດີຕ້ອນຮັບການຈັດສັນວັກຊີນຊຸດໃໝ່ນີ້ຈາກ COVAX Facility ແລະ ຂໍສະເເດງຄວາມຂອບໃຈຕໍ່ລັດຖະບານເເຫ່ງ ຟິນແລນ, ສະວີເດັນ ແລະ ເນເທີແລນ ທີ່ໄດ້ໃຫ້ການປະກອບສ່ວນອັນລໍ້າຄ່າຢ່າງສູງນີ້ແກ່ ສປປ ລາວ ໃນຂະບວນການສັກວັກຊີນກັນພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ໂດຍສະເພາະໃນປັດຈຸບັນນີ້ທີ່ພວກເຮົາໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້”.

ວັກຊີນເຫຼົ່ານີ້ເເມ່ນຈະໄດ້ນໍາໃຊ້ເປັນຕົ້ນເພື່ອໃຫ້ການປ້ອງກັນເເກ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບເຂັມເທື່ອ. ກຸ່ມບູລິມະສິດສຳລັບການສັກວັກຊີນກັນພະຍາດ ໂຄວິດ-19 ເເມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ.

Featured, ການກຸສົນ, ລັດຖະບານ, ໂຄວິດ-19

Post navigation

Previous Post: ເສຍຊີວິດໃໝ່ 7 ຄົນ ຕິດໃໝ່ 929 ຄົນ
Next Post: ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ

Related Posts

ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ Featured
ແດດແຕ່ເຊົ້າ ອາກາດມື້ນີ້ອຸ່ນຂຶ້ນ Featured
3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ເນື່ອງໃນໂອກາດ ວັນກໍາມະກອນສາກົນ Featured
ປກສ ເມືອງໄຊເສດຖາ ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນປີ 2021 ລັດຖະບານ
ອາກາດຍັງໜາວເຢັນຫາໜາວເຢັນຫລາຍຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ Featured
ພະຍາກອນອາກາດ 25 ກໍລະກົດ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme