Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ

Posted on 16/09/202016/09/2020 By ປະກາດ Pakaad No Comments on ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ

ຫຼວງພະບາງ: ວັນທີ່ 11 ກັນຍາ 2020 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢຽມຢາມ ແລະ ຊຸກຍູ້ວຽກງານທ່ອງທ່ຽວ ຢູ່ຕາດຮ້ອຍຄົວ ເມືອງຈອມເພັດ ແຂວງຫລວງພະບາງ.

ນໍ້າຕົກຕາດຮ້ອຍຄົວ ຕັ້ງຢູ່ບ້ານປາກຫຼຶງ ຫາງຈາກເທດສະ ບານເມືອງຈອມເພັດ ປະມານ 12 ກິໂລແມັດ ເປັນນໍ້າຕົກຕາດທີ່ມີຄວາມສວຍງາມ ແລະມີຕາດນ້ອຍຫຼາຍຊັ້ນ ທີ່ມີນໍ້າໃສ່ໄຫຼເຢັນຕະຫຼອດປີ ມີຄວາມສູງ 90 ແມັດ ຕົກລົງໃສ່ອ່າງເກັບນໍ້າທໍາມະຊາດທີ່ສະຫວັນສ້າງມາຢ່າງງາມຕາ, ມີເນືອທີ 20 ເຮັກຕາ ແລະເຕັມໄປດ້ວຍພູຜາ ປ່າໄມ້ທີ່ໃຫ້ຄວາມສົດຊື່ນເຢັນສະບາຍ.

ມາຮອດປີ 2015 ອົງການປົກຄອງເມືອງ ໄດ້ມອບໃຫ້ບໍລິສັດສໍາປະທານ ໂດຍໄດ້ປັບປຸງຫຼາຍກິດຈະກຳ ແນໃສ່ດຶງ ດູດເອົານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມຫຼາຍຂື້ນ ໃນນັ້ນ ໄດ້ປັບປຸງທາງຍ່າງ, ບໍລິ ການຮ້ານອາຫານ, ສວນດອກໄມ້, ກິດຈະກຳຍ່າງປ່າ, ຂີ່ສະລິງ ແລະອື່ນໆ, ມາຮອດທ້າຍປີ 2019 ເຖີງປະຈຸບັນ ຍ້ອນສະພາບການລະບາດຂອງພະຍາດ ໂຄວິດ 19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ແລະເຮັດໃຫ້ແຂກທີ່ເຂົ້າມາທ່ຽວຊົມນ້ຳຕົກຕາດຮ້ອຍຄົວ ນັບມື້ແມ່ນລຸດລົງ.

ໃນແຜນ ການຕໍ່ໜ້າຈະສືບຕໍ່ປັບປຸງ ແລະປົກປັກຮັກສາສະຖານທີ່ທ່ອງທ່ຽວແຫຼ່ງນີ້ ໃຫ້ມີຄວາມສວຍງາມ, ຍືນຍົງ ແລະສີຂຽວ ເພື່ອດຶງດູດເອົານັກທ່ອງທ່ຽວຄົນລາວມາທ່ຽວຕາມແຜນທີີ່ກະຊວງ ຖວທ ວາງໄວ້ຄື ລາວທ່ຽວລາວ.

ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ບໍລິສັດສຳປະທານ ສືບຕໍ່ປົກປັກຮັກສາປ່າໄມ້ ໃນແຫຼ່ງທ່ອງທ່ຽວຕາດຮ້ອຍຄົວ ໃຫ້ມີຄວາມຍືຍຍົງ, ສືບຕໍ່ປັບປຸງກິດຈະກໍາໃຫ້ສອດຄ່ອງຮັກສາໄດ້ຄວາມສວຍງາມ ທີ່ມີອາກາດສົດຊື່ນ ເພື່ອຮັບປະກັນເຮັດໃຫ້ການດຶງດູດເອົາ ນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນັບມື້ຫຼາຍຂື້ນ.

ລາຍງານໂດຍ: ແຫຼ້ ສຸລີນພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ
Next Post: ພິທີສະເຫຼີມສະຫຼອງ ວັນປະຖົມພະຍາບານໂລກ

Related Posts

ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured
ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ ການກຸສົນ
ງາມແທ້ໂອ້! ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ Featured
ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME Featured
ນະຄອນຫຼວງວຽງຈັນມີບ້ານແດງ115ບ້ານ Featured
ກູ້ໄພແຂວງສະຫວັນນະເຂດຂາດເຂີນ ຊຸດ PPE ແລະ ອຸປະກອນຈໍາເປັນ! ວອນຜູ້ໃຈບຸນຊ່ວຍແດ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme