Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ

Posted on 16/09/2020 By ປະກາດ Pakaad No Comments on ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ

ກະສິກໍາ: ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ.

ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ.

ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ຕໍ່ 1 ຄອບຄົວ.

ສ່ວນການນຳເຂົ້າເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫລື ສະຫະກອນ ແມ່ນໃຫ້ສະເໜີຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫລວງວຽງຈັນ ເປັນຜູ້ພິຈາລະນາຈຳນວນຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ; ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫລ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານ ສາກົນເທົ່ານັ້ນ.

ສຳລັບການອອກໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ຫລວງວຽງຈັນ ໂດຍແມ່ນຂະແໜງນຳເຂົ້າ ແລະ ສົ່ງອອກເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດເໝາຍ. ສ່ວນຄ່າທຳນຽມ ແລະ ຄ່າບໍລິການທີ່ຕິດພັນກັບການອອກໃບອະນຸຍາດດຳເນີນກິດຈະການ ແລະ ໃບຢັ້ງຢືນຕ່າງໆແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ ແລະ ລະບຽບການທີ່ວາງອອກໃນແຕ່ລະໄລຍະ.

ຂ່າວ: ມະນີທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ
Next Post: ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ

Related Posts

ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ Featured
ບອກຕໍ່ໆກັນແດ່ແຂວງຄຳມ່ວນກຳນົດຈຸດບໍລິການວັກຊິນ Featured
ນະຄອນຫຼວງວຽງຈັນແລະຫຼວງພະບາງໜັກກວ່າໝູ່ Featured
ດ່ວນທີ່ສຸດ! ສັ່ງປິດການສັນຈອນພາຍໃນເທດສະບານ ເມືອງຮຸນ ແລະ ປາກແບງ ແຂວງອຸດົມໄຊ Featured
ສະແດງຄວາມເສຍໃຈນໍາການສູນເສຍຄັ້ງນີ້ ຂ່າວສານບ້ານເມືອງ
ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme