Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ

Posted on 15/09/202015/09/2020 By ປະກາດ Pakaad No Comments on ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 15 ກັນຍາ 2020 ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສິດພະໄຊກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການ ທຫລ ແລະ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ພະນັກງານປະຕິວັດອາວຸໂສບຳນານ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ບັນດາຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກ ທຫລ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ສອນໄຊ ສິດພະໄຊ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ຮ່າງບົດສຳຫລວດການນຳພາຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ຮ່າງບົດລາຍງານການເມືອງ ຢ່າງກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກອງປະຊຸມ ໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ III ຕໍ່ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງ ທຫລ.

ຈາກນັ້ນ, ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ທຫລ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 19 ສະຫາຍແລະ ໄດ້ເລືອກເອົາ 15 ສະຫາຍ ເປັນຄະນະບໍລິຫານງານພັກ ທຫລ ເພື່ອເປັນຫລັກແຫລ່ງນຳພາ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນເອກະພາບພາຍໃນຂະແໜງການທະນາຄານ, ປັບປຸງກໍ່ສ້າງສ້າງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກ ທຫລ.

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ສອນໄຊ ສິດພະໄຊ ເປັນເລຂາຄະນະພັກ, ສະຫາຍ ຄຳວົງ ທິບພະວົງ ເປັນຮອງເລຂາ, ສະຫາຍ ນາງ ວັດທະນາ ດາລາລອຍ ເປັນປະທານກວດກາ, ຮອງປະທານກວດກາ 2 ສະຫາຍຄື: ສະຫາຍວຽງສະຫວັນ ໄຊຍະວົງ ແລະ ສະຫາຍ ອາລຸນ ບຸນຍົງ. ພ້ອມນີ້, ກອງປະຊຸມຍັງໄດ້ ປ່ອນບັດເອົາຜູ້ແທນສົມບູນ ແລະສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ໃນນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກ ທຫລສະໄໝທີ III ໃນຕະຫລອດ 5 ປີຜ່ານ ມາສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ,

ພ້ອມທັງເນັ້ນໃຫ້ເຊີດຊູຄວາມຮັບຜິດຊອບ, ຕິດຕາມກວດກາຢ່າງໃກ້ຊິດວິໄນການເງິນບໍ່ໃຫ້ເກີດມີຊ່ອງຫວ່າງ; ສືບຕໍ່ເສີມຂະຫຍາຍຜົນງານດ້ານຕັ້ງໜ້າ ແລະ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາ ເປັນຕົ້ນ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ບັນດາໜ່ວຍພັກ-ຮາກຖານພັກໃຫ້ຫລຸດລົງເທື່ອລະກ້າວ; ຮຽກຮ້ອງມາຍັງຄະນະບໍລິຫານງານພັກ ທຫລ ຊຸດໃໝ່ ຈົ່ງເອົາໃຈໃສ່ໃນການສ້າງ ແລະ ປັບປຸງພັກ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ດີຂຶ້ນກ່ວ່າເກົ່າ ໂດຍສະເພາະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ການສົ່ງເສີມການນຳໃຊ້ເງິນກີບ; ປັບປຸງ 3 ທະນາຄານລັດ ຢ່າງຮີບດ່ວນ; ການປ່ອຍສິນເຊື່ອຕ້ອງຕິດພັນກັບການຜະລິດທີ່ມີຄຸນນະພາບໃນນີ້ສິນເຊື່ອໃນພາກ SM ໃນດອກເບ້ຍຕ່ຳ, ໄວ ແລະ ໃຫ້ທັນສະພາບຂອງຜູ້ປະກອບການ;

ແກ້ໄຂຂອດຂັ້ນການໃຫ້ສິນເຊື່ອ, ການໃຫ້ຄວາມຮູ້ກໍຄວນງ່າຍດາຍ ແລະ ປະຕິບັດນະໂຍບາຍເງິນຕາໃຫ້ແທດເຖິງຕົວຈິງ, ກົມກຽວດ້ວຍມານະຈິດປະຕິວັດ ແລະ ບຸກທະລຸ ແລະ ຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມ, ຕັ້ງໜ້າປຸກລະດົມຖັນແຖວສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທົ່ວຂະແໜງການທະນາຄານ ເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ: ຣັດສະໝີ ດວງສັດຈະ
ພາບ: ອ່າຍຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການອາຫານໂລກ ສະໜັບສະໜູນການກຽມພ້ອມ ເພື່ອຮັບມືກັບເຫດການສຸກເສີນໃຫ້ແກ່ ສປປ ລາວ ມູນຄ່າ 542 ລ້ານກວ່າກີບ
Next Post: ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ

Related Posts

ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022 Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ແຜນການສາມໄລຍະປາບຢາເສບຕິດທົ່ວແຂວງບໍ່ແກ້ວຕາມເປົ້າໝາຍວາລະແຫ່ງຊາດ Featured
ໝາກຜົນຂອງການເປັນຄຸ່ຮ່ວມມືແບບກວມລວມ ສະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ Featured
ຄໍາຊີ້ແຈງຈາກບໍລິສັດເບຍລາວກໍລະນີລົດຂົນລັງເບຍເປົ່າຍັດຢາຈໍານວນມະຫາສານ Featured
ລົດຈັກ 16 ຄັນຂອງໃຜ? ກວດເບິ່ງເລກຈັກເລກຖັງດ່ວນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme