Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອົງການອາຫານໂລກ ສະໜັບສະໜູນການກຽມພ້ອມ ເພື່ອຮັບມືກັບເຫດການສຸກເສີນໃຫ້ແກ່ ສປປ ລາວ ມູນຄ່າ 542 ລ້ານກວ່າກີບ

Posted on 14/09/202014/09/2020 By ປະກາດ Pakaad No Comments on ອົງການອາຫານໂລກ ສະໜັບສະໜູນການກຽມພ້ອມ ເພື່ອຮັບມືກັບເຫດການສຸກເສີນໃຫ້ແກ່ ສປປ ລາວ ມູນຄ່າ 542 ລ້ານກວ່າກີບ

ນະຄອນຫຼວງວຽງຈັນ: ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ, ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ ສາງເຄື່ອນທີ່ເຫລົ່ານີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ສາງເຄື່ອນເຫລົ່ານີ້ສາມາດ ສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.


ຕາງໜ້າມອບສາງຄັ້ງນີ້ໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍທ່ານ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິໄລພົງ ກ່າວວ່າ: ສາງດັ່ງກ່າວນີ້ ຈະມີອຸປະກອນທີ່ອຳນວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ທັງນີ້ກໍ່ຕ້ອງຂໍຂອບໃຈທາງອົງການອາຫານໂລກ ທີ່ໄດ້ໃຫ້ການສະໜັບສະໜູນສາງເຄື່ອນທີ່ຈຳນວນ 4 ຊຸດ ເພື່ອນຳໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານນະການສຸກເສີນຕ່າງໆ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດຂອງພວກເຮົາ. ເຕັ້ນສາງເຄື່ອນທີ່ຈຳນວນດັ່ງກ່າວນີ້ ແມ່ນການຊ່ວຍເຫລືອເພີ່ມເຕີມ, ຊຶ່ງຜ່ານມາ ທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ທີ່ແຂວງ ອັດຕະປື, ເຊກອງ, ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດເປັນ 8 ຊຸດ ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບ ລັດຖະບານ ສປປ ລາວ.


ທ່ານ ຢານ ເດວບາເລີ ກ່າວວ່າ: ການກຽມຄວາມພ້ອມແມ່ນສິ່ງທີ່ສຳຄັນຫລາຍ ໂດຍສະເພາະກັບສະຖານະການທີ່ບໍ່ສາມາດຄາດເດົາໄດ້ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ໃນໄລຍະທີ່ຜ່ານມາ, ເຕັ້ນສາງເຄື່ອນທີ່ແມ່ນມີຄວາມສຳຄັນຫລາຍ ໂດຍສະເພາະໃນໄລຍະທີ່ມີໄພນໍ້າຖ້ວມຢູ່ ສປປ ລາວ, ເພື່ອໃຫ້ແນ່ໃຈວ່າເຄື່ອງມື ແລະ ອຸປະກອນບັນເທົາທຸກເຫລົ່ານັ້ນ ສາມາດສົ່ງໄປຍັງຜູ້ທີ່ໄດ້ຮັບຜົນກະທົບຢູ່ພື້ນທີ່ທັນກັບເວລາ. ຂ້າພະເຈົ້າມີຄວາມດີໃຈຫລາຍທີ່ການຮ່ວມມືກັບ ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຄວາມເກີດດອກອອກຜົນທີ່ດີ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສ້າງລາຍ 70 ລ້ານກີບຕໍ່ປີ ຈາກການປູກຜັກອິນຊີ
Next Post: ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ

Related Posts

ແຈ້ງການດ່ວນ! ຫ້າມບຸກຄົນ ເຂົ້າ-ອອກ ເທດສະບານເມືອງທ່າແຂກເດັດຂາດ Featured
ນັກຮຽນ ມສ ວຽງຈັນ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ ຂ່າວສານບ້ານເມືອງ
ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured
ລັດຖະບານໄຟຂຽວການນໍາເຂົ້າ-ການຜະລິດ ແລະ ນໍາໃຊ້ລົດໄຟຟ້າໃນປະເທດ Featured
ອາກາດຈະເຢັນລົງທຸກພາກຂອງປະເທດເຮົາຂໍໃຫ້ຮັກສາສຸຂະພາບ Featured
ອີຊູຊຸສະຫຼອງຍອດຈອງ 10 ວັນ 100 ຄັນ ຢືນຢັນໃຫ້ເຫັນຄວາມເປັນຜູ້ນໍາແຫ່ງໂລກກະບະຕົວຈິງ ຂອງລົດກະບະລຸ່ນໃໝ່! “All-New Isuzu D-Max” Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme