Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການແລ້ວ

Posted on 08/09/202008/09/2020 By ປະກາດ Pakaad No Comments on ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການແລ້ວ

ໄຊຍະບູລີ: ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກແຂວງໄຊຍະບູລີ,ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 08 ກັນຍາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ,

ໂດຍການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມເປັນກຽດມີສະຫາຍ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີໜ່ວຍປະຕິບັດງານຈາກສູນກາງ, ພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກກອງພົນທະຫານຮາບທີ 2, ທີ 3,ເຂົ້າຮ່ວມ 300 ກວ່າຄົນ, ໃນນັ້ນຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວແຂວງ 297 ສະຫາຍ, ຍິງ 57 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 19,568 ສະຫາຍ.

ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ VI ໃນ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານອີກ 5 ປີຂ້າງໜ້າ, ກອງປະຊຸມຈະໄດ້ພ້ອມກັນຄົ້ນຄົ້ວ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກແຂວງ, ເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດທີ VII ແລະ ຕົວແທນໃຫ້ແກ່ອົງຄະນະພັກໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ,ໂອກາດດັ່ງກ່າວ ສະຫາຍ ພົງສະຫວັນ ສິດທະວົງ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,

ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຈາກການຊີ້ນໍາໆພາຂອງອົງຄະນະພັກແຂວງໄຊຍະບູລີ ໃນໄລຍະ 5 ປີຜ່ານມາ, ໂດຍລວມແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ, ການຂະຫຍາຍຕົວເສດຖະກິດສະເລ່ຍຢູ່ໃນລະດັບ 6,7 % ຕໍ່ປີ, ມູນຄ່າການລົງທຶນພາກເອກະຊົນເພີີ່ມຂຶ້ນ,ໂຄງປະກອບເສດຖະກິດຍັງສືບຕໍໍ່ຫັນປ່ຽນຕາມທິດທີີ່ຕັັ້ງໜ້າ, ລາຍໄດ້ທັງໝົດບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 3.031 ໂດລາ ຕໍ່ຄົນຕໍ່ປີ, ການເກັບລາຍຮັບງົບປະມານສະເລ່ຍບັນລຸ 3.697,1 ຕື້ກີບ, ກວມເອົາ 9,7 % ຂອງGDP,

ການປູກພືດເປັນສິນຄ້າໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ກວ້າງຂວາງ, ພື້ນຖານໂຄງລ່າງແມ່ນໄດ້ຮັບການຍົກລະດັບ ແລະ ກໍ່ສ້າງຂົວ-ທາງຈາກຕົວເມືອງລົງສູ່ບັນດາເມືອງ ແລະ ບ້ານ, ອັດຕາການຊົມໃຊ້ໄຟຟ້າໃນລະບົບກວມ 98,6%,ການສຶກສາ-ກິລາກາຍະກຳໄດ້ຮັບການປັບປຸງ, ນັກຮຽນໃນຕົວເມືອງ-ຊົນນະບົດໄດ້ເຂົ້າຮຽນຢ່າງທົ່ວເຖິງ, ປະຊາຊົນໄດ້ຮັບການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ຄອບຄົວທຸກຍາກຕາມດໍາລັດ 384/ລບ ເທົ່າກັບ 7,8 % ຂອງຄອບຄົວທັງໝົດ,ຈາກນັ້ນສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມຍັງຈະໄດ້ຮັບຟັງການການປະກອບຄໍາຄິດ-ຄໍາເຫັນຈາກບັນດາພະແນກການ, ເມືອງ, ຕົວແບບດ້ານຕ່າງໆ, ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສອນໄຊ ສີພັນດອນ ແລະ ຈະໄດ້ດຳເນີນໄປເປັນເວລາ 02 ວັນຈຶ່ງຈະສຳເລັດ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ

ຂ່າວສານບ້ານເມືອງ

Post navigation

Previous Post: ບັນຍາກາດ ໂຄງການສົ່ງເສີມການຂາຍແລະ ເຈລະຈາ ທຸລະກິດອອນໄລ ໄທ-ລາວ ຈັດຂຶ້ນລະຫວ່າງວັນທີ 1 ກໍລະກົດ – 31 ສິງຫາ 2020
Next Post: ປີນີ້ ເມືອງລະຄອນເພັງ ປະເຊີນໄພແຫ້ງແລ້ງຫຼາຍສົມຄວນ

Related Posts

ການພັດທະນາວຽກງານສຶກສາຢູ່ແຂວງຫຼວງພະບາງ ມີຫລາຍຢ່າງຕ້ອງໄດ້ປັບປຸງໃຫ້ດີຂຶ້ນ ການສຶກສາ
ຂ່າວດ່ວນ! ແຈ້ງປ່ອຍນໍ້າອອກເຂື່ອນນໍ້າລີກ 1 ແລະ 2 Featured
ການຈັ້ງຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີ 4.094 ເລື່ອງ ຈັບຜູ້ຖືກຫາໄດ້ 5.818 ຄົນແລ້ວ Featured
ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023 Featured
ອົດທົນນໍາກັນເດີພີ່ນ້ອງສືບຕໍ່ມາດຕະການໄປອີກ15ວັນ Featured
ກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການກະກຽມປ້ອງກັນ ແລະ ຮັບມືໄພພິບັດ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme