Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່

Posted on 22/06/202028/06/2020 By ປະກາດ Pakaad No Comments on ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່

ສະຫວັນນະເຂດ: ເມື່ອວັນທີ 21/06/2020 ທີພຣະທາດບ້ານບຶງຊ້າງ, ເມືອງຊົນນະບູລີ, ແຂວງສະຫວັນນະເຂດ ເຈົ້າເມືອງຊົນບູລີ ພ້ອມດ້ວຍຫົວຫນ້າຫ້ອງການຖະແຫລງຂ່າວແລະວັດທະນະທັມເມືອງ , ນາຍບ້ານ ເຖົ້າແກ່ແນວໂຮມ ພ້ອມດ້ວຍຜູ້ຊົງຄຸນນະວຸດທີທັງຫລາຍ ໄດ້ມີການລົງໄປຕິດຕາມກວດກາ ແລະເກັບຂໍ້ມູນຂອງອົງພຣະທາຕຸບ້ານບຶງຊ້າງ ເພື່ອກະກຽມບູຣະນະປະຕິສັງຂອນ ໃຫ້ແຂງແຮງ ແລະ ງົດງາມຂຶ້ນກວ່າເກົ່າ

ເພື່ອເປັນການອະນຸລັກ-ຮັກສາບູຮານສະຖານ ຂອງທ້ອງຖິນກ່ຄືຂອງຊາດ ອີກທັງເມື່ອມີການບູຣະນະປະຕິສັງຂອນແລ້ວ ຄົງຈະເປັນບ່ອນທີຜູ້ຄົນຈະໄປເບິ່ງ-ໄປຊົມ ເປັນແຫລ່ງທ່ອງທ່ຽວດ້ານວັດທະນະທັມແລະສຶກສາ ອີກແຫລ່ງຫນຶ່ງຂອງແຂວງສະຫວັນະເຂດໄປຕົວ

ຜູ້ໃດມີເງື່ອນໄຂ ທີຈະປະກອບສ່ວນ ດ້ານຂໍ້ມູນ ຫລືປັດໄຈໃນການບູຣະນະ ທັງວັດຖຸ ແລະເງິນຄຳ ແລະອື່ນໆ ກໍ່ຂໍຄວາມກະຣຸນາຕິດຕໍ່ປະສານງານທ່ານ ຄຳບໍ. ຫົວຫນ້າຫ້ອງການ ຖວທ ເມືອງຊົນນະບູລີ,ແຂວງສະຫວັນນະເຂດ ເບີໂທ : 020-92991035

ທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ແຂວງສະຫວັນນະເຂດ

ທາຕຸດອນກາງ ຕັ້ງຢູ່ທີ່ ບ້ານບືງຊ້າງ ເມືອງຊົນນະບູລີ ເເຂວງສະຫວັນນະເຂດ ເປັນທາຕຸທີ່ມີຮູບລັກສະນະທີນິຍົມສ້າງແບບ 4 ຫລ່ຽມທີຊ້ອນກັນ 3 ຊັ້ນ ໃນດິນແດນແຖວບໍລິເວນນີ້ ເຊິ່ງຖືວ່າເປັນທາຕຸທີງົດງາມ ແລະເປັນສະຖານທີ່ສຳຄັນຂອງຊາວເມືອງຊົນນະບູລີ ກໍ່ຄືບ້ານບຶງຊ້າງ ເຊິ່ງທາຕຸອົງນີ້ ຍັງຂາດການປະຕິສັງຂອນ ຖານລຸ່ມທາຕຸມີຄວາມສ່ຽງໃນການລົ້ມລົງຫລາຍ ຫນ່ວຍງານທີຮັບຜິດຊອບທາງດ້ານນີ້ຫລືໃຜ ມີແຮງໃຈສັດທາ ກໍ່ຂໍມາປະຕິສັງຂອນພຣະທາຕຸອົງນີ້ ໃຫ້ແຂງແຮງກວ່າເກົ່າຂຶ້ນອີກ ຄົງຈະມີບຸນບາຣະມີເພິ່ມຂຶ້ນມະຫາສານ

ປັດຈຸບັນນີ້ ການນຳເມືອງະຊົນນະບູລີ ແລະຫ້ອງການ ຖວທ ເມືອງ ແລະພາກສວ່ນທີ່ກ່ຽວຂ້ອງ ກຳລັງດຳເນີນການຂຸ້ນຂ້ຽວ ເພື່ອຫາທາງບູຣະນະປະຕິສັງຂອນແລ້ວ ( ຕາມເພິ່ນແຈ້ງມາໃຫ້ຊາບ )

ຕາມຂໍ້ມູນຂັ້ນຕົ້ນກ່າວວ່າ ທາຕຸຫນອງບຶງຊ້າງ ອົງນີ້ແມ່ນສ້າງຂຶ້ນ ໂດຍພຣະຄູຕົ້ນ ເປັນຜູ້ນຳພາພຸທທະບໍລິສັດທັງຫລາຍແຖວນັ້ນເພື່ອສ້າງຂຶ້ນ ເພື່ອເປັນສະຖານທີພຸທທະບູຊາ ຣະນຶກເຖິງອົງສົມເດັດສັມມາສັມພຸທທະເຈົ້າ ເມື່ອປີ ຄສ 1945 ແລະສ້າງສຳເລັດແລ້ວ ເມື່ອປີ ຄສ 1947
( ໃຜມີຂໍ້ມູນເພິ່ມຕື່ມ ຫລືຜູ້ໃດທີ່ຮູ້ກໍ່ຂໍຄວາມກະຣຸນາບອກແດ່ ເພື່ອຈະໄດ້ບັນທຶກໃຫ້ຮູ້ເພື່ອເປັນປະຫວັດຂອງທາຕຸອົງນີ້ຕໍ່ໄປ )

ຂອບໃຈຮູບພາບຈາກ : ທັມມະທັມໂມ Dhammadhammo

.

.

.

.

Cr: Art and Culture of Laos

ການສຶກສາ, ຂ່າວສານບ້ານເມືອງ, ວັດທະນະທໍາ

Post navigation

Previous Post: ຖໍ້າກອງລໍ ສາຍນໍ້າຫີນບູນ ໄຫຼຜ່ານອຸໂມງທີ່ງົດງາມ
Next Post: ງົດງາມ ຍົກຍອດຂຶ້ນແລ້ວ ຫໍພຣະເມນ ເພື່ອຖວານພຣະເພີງ ແດ່ ມະຫາງ່ອນ ດໍາລົງບຸນ (ຊົມຄລິບ)

Related Posts

ມາດຕະການສະບັບໃໝ່ຂອງແຂວງຈໍາປາສັກ Featured
ຝົນຈະຕົກຄ່ອຍຫາປານກາງ ຢູ່ທົ່ວທຸກພາກ ມື້ນີ້ 2/9/2021 Featured
ຈັບໄດ້ອີກແລ້ວ 55.664.000 ເມັດ Featured
ສະເຫລີມສະຫລອງ ວັນເຄື່ອນຍ້າຍແຮງງານສາກົນ ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 Featured
ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme