Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຫາຍ ອາຄົມ ພົມມະຫານ ໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ

Posted on 20/10/202020/10/2020 By ປະກາດ Pakaad No Comments on ສະຫາຍ ອາຄົມ ພົມມະຫານ ໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ

ສຳເລັດກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ຄັ້ງທີ IV ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ຄັ້ງທີ IV ໄດ້ໄຂຂຶ້ນ ແລະ ອັດລົງໃນມື້ວັນທີ 16 ຕຸລາ 2020 ຢູ່ທີ່ໂຮງແຮມຫຼວງພະບາງ ວີວ. ໂດຍເປັນປະທານຂອງສະຫາຍ ຄັດຕະພອນ ພົມມະປັນຍາ ຄະນະປະຈຳຊາວໜຸ່ມແຂວງ, ປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ, ເປັນກຽດເຂົ້າຮ່ວມມີສະຫາຍ ມອນໄຊ ລາວມົວຊົ່ງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ປອ. ຄຳແສນ ສີສະວົງ ຮອງປະທານສະ ພາການຄ້າແຫ່ງຊາດ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ມີເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ແຂກ ຖຶກເຊີນ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງ ເຂົ້າຮ່ວມ 80 ກວ່າສະຫາຍ.


ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງພະບາງ. ສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ ໄດ້ສ້າງຕັ້ງຂື້ນໃນວັນທີ 18 ມັງກອນ 2008 ພາຍໃຕ້ການຊີ້ນຳນຳພາຂອງຄະນະບໍລິຫານງານຊາວໜຸ່ມແຂວງ. ມາຮອດປະຈຸບັນ ສະມາຄົມນັກທຸລະກິດໜຸ່ມທັງໝົດ 54 ສະຫາຍ, ຍິງ 2 ສະຫາຍ, ໃນນີ້ ມີສະມາຊິກຕ່າງແຂວງ ທີ່ມາຈາກນະຄອນຫຼວງວຽງຈັນ, ອຸດົມໄຊ ແລະ ບໍລິຄຳໄຊ ຈຳນວນ 3 ສະຫາຍ. ສະມາຄົມນັກທຸລະກິດໜຸ່ມ ແມ່ນປະກອບດ້ວຍນັກທຸລະກິດຜູ້ທີ່ໜຸ່ມນ້ອຍ, ມີຫ້າວຫັນຄວາມສະແຫວງຫາສິ່ງໃໝ່ໆ ພ້ອມທັງຍາດແຍ່ງການຮ່ວມມືກັບປະເທດເພື່ອນມິດ, ອາຊ່ຽນ ແລະ ພາກພື້ນສາກົນ ເພື່ອມາສ້າງສາພັດທະນາແຂວງຫຼວງພະບາງໃຫ້ຈະເລີນຂື້ນເປັນກ້າວໆ.

ບັນດາທຸລະກິດ-ກິດຈະກຳ ຂອງນັກທຸລະກິດໜຸ່ມແຂວງຫຼວງພະບາງ ປະກອບ 14 ຂະແໜງທຸລະກິດເປັນຕົ້ນແມ່ນ: ທຸລະກິດ ອະສັງຫາລິມະຊັບ, ທຸລະກິດ ວັດທະນະ ທຳ-ການທ່ອງທ່ຽວ, ທຸລະກິດ ໂຮງຈັກ-ໂຮງງານ, ທຸລະກິດ ກໍ່ສ້າງຂົວທາງ-ເຄຫະສະຖານ, ທຸລະກິດພະລັງງານ-ບໍ່ແຮ່, ທຸລະກິດ ເຕັກໂນໂລຊີ-ການສື່ສານ, ທຸລະກິດ ກະສິກຳ-ການແປຮູບ, ທຸລະກິດ ເງິນກູ້ມະຫາພາກ-ຈຸລະພາກ, ທຸລະກິດ ດ້ານການສຶກສາ, ທຸລະກິດ ດ້ານສາທາລະນະສຸກ, ທຸລະກິດ ເຄື່ອງຫັດຖະກິດ-ວັດຖຸມີຄ່າ, ທຸລະກິດຂົນສົ່ງ-ໂລຈິດສະຕິກ, ທຸລະກິດ ບ້ານພັກ-ໂຮງແຮມ, ທຸລະກິດ ຮ້ານອາຫານ, ທຸລະກິດ ການຄ້າຂາເຂົ້າ-ຂາອອກ ແລະ ອື່ນໆ.

ກອງປະຊຸມໄດ້ເອກະພາບຮັບເຮົາເອົາບົດລາຍການການເມືອງທັງສອງພາກ, ບົດສຳຫຼວດການນຳພາຂອງຄະນະຊຸດເກົ່າ ແລະ ໄດ້ປ່ອນບັດຄັດເລືອກເອົາຄະນະຊຸດໃຫມ່ ຈຳນວນ 15 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຕົກ ໄດ້ລົງເຫັນດີຮັບຮອງເອົາສະຫາຍ ອາຄົມ ພົມມະຫານ ເປັນປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ, ສະຫາຍ ອິນແຫຼງ ວົງສຸວັນ, ສະຫາຍ ວິລະເດດ ໂຄຕິເສນ, ສະຫາຍ ພະນົມໄຊ ພະການ ແລະ ສະຫາຍ ຄຳສີງ ຈັນທະວົງ ເປັນຮອງປະທານ,

ກອງປະຊຸມ ໄດ້ເລືອກເອົາສະຫາຍ ຄຳສິງ ຈັນທະວົງ ເປັນປະທານກວດກາ, ສະຫາຍ ສົມດີ ມິດເມືອງເໜືອ ແລະ ສະຫາຍ ຊ້າງກ້ອມ ພູດທະວົງ ເປັນຮອງປະທານກວດກາ ແລະ ໄດ້ເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມສະມາຄົມນັກທຸລະກິດແຫ່ງຊາດ ຈຳນວນ 16 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.

Featured, ຂ່າວສານບ້ານເມືອງ, ທຸລະກິດ

Post navigation

Previous Post: ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19
Next Post: ຖະແຫຼງຂ່າວການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII

Related Posts

ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ Featured
ດີໃຈບໍ່ ນະຄອນຫຼວງວຽງຈັນ ເປີດຂາຍນໍ້າມັນ 70 ປໍ້າມື້ນີ້ Featured
ແຂວງໄຊຍະບູລີ ອອກແຈ້ງການສະບັບໃໝ່ ເພື່ອຄວບຄຸມການລະບາດຂອງໂຄວິດ-19 Featured
Lao Telecom Market ຕະຫຼາດນັດຂອງຄົນຍຸກໃໝ່ ຄັ້ງທີ 6 ວັນທີ 12.12.2020 ນີ້ເດີ Featured
ປີ 2020 ນີ້ ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ Featured
ອາກາດຈະໜາວຫາໜາວເຢັນໃນແຕ່ລະພາກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme