Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ ລົງນາມ ເຊື່ອມຕໍ່ລະບົບການຊຳລະຜ່ານ ເອັມ ມັນນີ

Posted on 17/03/202117/03/2021 By ປະກາດ Pakaad No Comments on ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ ລົງນາມ ເຊື່ອມຕໍ່ລະບົບການຊຳລະຜ່ານ ເອັມ ມັນນີ

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ

ໃນຕອນເຊົ້າ ຂອງ ວັນທີ 17 ມີນາ 2021 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈຳກັດ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ທຳນອງ ພົນທອງມາກ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີ.ພີ.ລາວ ຈໍາກັດ.

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 02 ບໍລິສັດດ້ວຍກັນ ແລະ ເປັນກຽດ ລົງນາມໂດຍ:
1) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ
2) ທ່ານ ທຳນອງ ພົນທອງມາກ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີ.ພີ.ລາວ ຈຳກັດ

ນອກຈາກນີ້ເຂົ້າຮ່ວມໃນພິທີ ຍັງມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ຄະນະຜູ້ບໍລິຫານ ບໍລິສັດ ຊີ.ພີ.ລາວ ຈຳກັດ ພ້ອມດ້ວຍສື່ມວນຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ເພື່ອເກັບກຳຂ່າວໃນຄັ້ງນີ້ດ້ວຍ.

ຈຸດປະສົງຂອງການຈັດພິທີເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດກັບ ບໍລິສັດ ບໍລິສັດ ຊີ.ພີ.ລາວ ຈຳກັດ ຢ່າງເປັນທາງການ ໃນການໃຫ້ບໍລິການ ການເງິນດິຈິຕ້ອນເທີງມືຖື M Money ເພື່ອເປັນທາງເລືອກໃຫ້ສາມາດ ຊຳລະສິນຄ້າ ແລະ ບໍລິການພາຍໃນຮ້ານ ໂດຍຜ່ານກະເປົາເງິນດິຈິຕ້ອນ M Money ເພື່ອແນ່ໃສ່ການສ້າງຄວາມສະດວກ ສະບາຍ ວ່ອງໄວ ໃຫ້ກັບລູກຄ້າ ແລະ ເປັນການເພີ້ມຊ່ອງທາງໃນການຊຳລະເງິນໃຫ້ສະດວກຍິ່ງຂຶ້ນ ແລະ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ.


ບໍລິການ ຂອງ ບໍລິສັດ ຊີ.ພີ.ລາວ ຈຳກັດ ເພື່ອເປັນຄູ່ຮ່ວມທຸລະກິດທີ່ຮັບຊຳລະ ສິນຄ້າ, ບໍລິການ ພາຍໃນຮ້ານ ແລະ ບໍລິການໃຫ້ ບໍລິສັດ ຊີ.ພີ.ລາວ ຈຳກັດ ລວມເຖິງລູກຄ້າຂອງຮ້ານ CP Pork Shop ທຸກສາຂາ ໂດຍຜ່ານກະເປົາເງິນດິຈິຕ້ອນ M Money.

ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ

Featured, ທຸລະກິດ

Post navigation

Previous Post: ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money
Next Post: ຊົມເຊີຍເຈົ້າໜ້າທີ່ໃຊ້ເວລາພຽງ 1 ວັນ ຈັບຜູ້ກໍເຫດລັກລົດວີໂກ້

Related Posts

ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ Featured
ມົນສະເໜ່ ແຄມຂອງທ່າວັດຈັນຍາມແລງ Featured
ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money Featured
ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15 Featured
ວິທີການເຮັດໃບຢັ້ງຢືນສັກວັກຊິນເພຶ່ອໄປຕ່າງປະເທດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme