Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສອງກອງທັບ ລາວ-ຍີ່ປຸ່ນ ຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ

Posted on 22/08/202022/08/2020 By ປະກາດ Pakaad No Comments on ສອງກອງທັບ ລາວ-ຍີ່ປຸ່ນ ຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ

ວັນທີ 17 ສິງຫາ2020, ຢູ່ ທີ່ກົມພົວພັນຕ່າງປະເທດ ໄດ້ ເປີດກອງປະຊຸມທາງໄກລະ ຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນ ເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020.

ຝ່າຍລາວນຳໂດຍ ທ່ານ ພັນເອກ ປາດຖະໜາ ວຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະປະສານງານ ວຽກງານຄຸ້ມຄອງໄພພິບັດ ແລະ ຝ່າຍຢີ່ປຸ່ນນຳໂດຍ ທ່ານ ໂນໂຊມູ ຢາມາຊິຕາ ຫົວໜ້າຫ້ອງ ການເສີມສ້າງຂີດຄວາມອາດ ສາມາດ ພະແນກນະໂຍບາຍ ການຕ່າງປະເທດກະຊວງປ້ອງ ກັນປະເທດຢີ່ປຸ່ນ ພ້ອມດ້ວຍ ຄະນະວິຊາການທັງສອງຝ່າຍ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ທາງໄກຄັ້ງນີ້, ເພື່ອເອກະພາບ ດ້ານເວລາຮ່ວມກັນຕໍ່ການຈັດ ຕັ້ງຜັນຂະຫຍາຍແຜນຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດທີ່ໄດ້ເຊັນຮ່ວມກັນກ່ຽວ ກັບການສ້າງຂີດຄວາມອາດສາ ມາດດ້ານການຊ່ວຍເຫຼືອມະນຸດ ສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານນັກຮົບກອງທັບ ປະຊາຊົນລາວ ດ້ວຍການຮ່ວມມື ກັບກອງທັບຢີ່ປຸ່ນ ເຊິ່ງມີ 3 ໜ້າ ວຽກ ຄື:

1. ໂຄງການເຊື້ອເຊີນຄູ ເຝິກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງ ກອງທັບປະຊາຊົນລາວໄປທັດ ສະນະສຶກສາ ແລະ ຖອດຖອນ ບົດຮຽນວຽກງານໄພພິບັດຢູ່ ປະເທດຢີ່ປຸ່ນຕາມແຜນແມ່ນ ລະຫວ່າງວັນທີ 22-28/11/ 2020;

2. ໂຄງການເຝິກອົບ ຮົມວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນ ປະຈຳປີ ຢູ່ ສປປ ລາວ ຕາມ ແຜນແມ່ນລະຫວ່າງວັນທີ 12-20/12/2020;

3. ເຝິກອົບຮົມວິທີການນຳໃຊ້ເຄື່ອງກົນຈັກໜັກ ເຂົ້າໃນວຽກງານຊ່ວຍເຫຼືອມະ ນຸດສະທຳ ແລະ ບັນເທົາທຸກໄພ ພິບັດ ຢູ່ ສປປ ລາວ ຄາດກະວັນທີ 17/01-14/02/2121.

ອີງໃສ່ການແຜ່ລະບາດຂອງ ພະຍາດໂຄວິດ – 19 ຢູ່ບັນດາປະ ເທດຕ່າງໆໃນທົ່ວໂລກຍັງມີທ່າ ອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ປະເທດລາວເຮົາ ກໍຍັງໃຊ້ມາດ ຕະການການປິດ ເຂົ້າ-ອອກ ປະເທດຢູ່. ດັ່ງນັ້ນ, ວິຊາການທັງສອງຝ່າຍຈຶ່ງໄດ້ຕົກລົງຮ່ວມກັນ ເລື່ອນບັນດາກິດຈະກຳຕ່າງໆທີ່ ກ່າວມາຂ້າງເທິງນັ້ນອອກໄປ ຈົນ ກວ່າການລະບາດຂອງພະຍາດ ໂຄວິດ – 19 ສະຫງົບລົງ ແລະ ສາ ມາດຄວບຄຸ້ມໄດ້ຢ່າງແນ່ນອນ ຈຶ່ງຈະສືບຕໍ່ຈັດຕັ້ງປະຕິບັດແຜນ ການຮ່ວມມື.

ຂ່າວ: ກອງທັບ

ຂ່າວສານບ້ານເມືອງ

Post navigation

Previous Post: ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຮັດວຽກຢູ່ທະຫານແຂວງບໍ່ແກ້ວ
Next Post: ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກອງບັນຊາການທະຫານແຂວງສະຫວັນນະເຂດຄັ້ງທີ V

Related Posts

ສປ.ຈີນ ມອບວັກຊິນໃຫ້ ສປປ.ລາວອີກ 1 ລ້ານໂດສ Featured
ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ Featured
ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ Featured
ພົບຄົນຕິດເຊື້ອໃໝ່ 1 ຄົນ ລາຍງານ ວັນທີ 17 ມິຖຸນາ 2021 Featured
ໄປໃສ່ມອງເຈຍຢູ່ຖໍ້າ ພົບພຣະພຸດທະຮູບ ເກົ່າແກ່ຈໍານວນຫຼາຍ ຂ່າວສານບ້ານເມືອງ
ຊາວໜຸ່ມແຂວງຫລວງພະບາງ 124 ຄົນ ຖືກຄັດເລືອກໄປເປັນທະຫານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme