Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂທດສູງສຸດຕິດຄຸກຕະຫຼອດຊີວິດພ້ອມປັບໃໝ 150ລ້ານກີບ

Posted on 23/10/202123/10/2021 By ປະກາດ Pakaad No Comments on ໂທດສູງສຸດຕິດຄຸກຕະຫຼອດຊີວິດພ້ອມປັບໃໝ 150ລ້ານກີບ

ຕອນເຊົ້າຂອງວັນທີ 23 ຕຸລາ ທີ່ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະ 350 ແມັດ ສາຍໄຟຂອງລົດໄຟລາວ-ຈີນ ໄດ້ຖືກຕັດຂາດ 8 ຈຸດ ເຊິ່ງຄັ້ງນີ້ເປັນຄັ້ງທີ 5 ຢູ່ຈຸດດັ່ງກ່າວ.

ຫາກເກີດເຫດການແບບນີ້ຕໍ່ໄປນອກຈາກຈະສົ່ງຜົນກະທົບຕໍ່ການກວດກາເຕັກນິກລົດໄຟແບບເຄື່ອນທີ່ ແລະ ສົ່ງຜົນກະທົບເຖິງການເປີດດຳເນີນການໃນເດືອນ ທັນວາ ທີ່ຈະມາເຖິງແລ້ວ, ຍັງລວມໄປເຖິງຄວາມປອດໄພໃນການແລ່ນລົດ ແລະ ຄວາມປອດໄພຂອງປະຊາຊົນທຸກຄົນເອງ.

ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການຮ່ວມກັນ, ຊ່ວຍກັນເປັນຫູເປັນຕາ, ຖ້າພົບເຫັນຄົນໄປຕັດ, ລັກ ຫຼື ທຳລາຍສາຍໄຟຂອງທາງລົດໄຟໃຫ້ຊ່ວຍກັນແຈ້ງເຈົ້າໜ້າທີ່ໃກ້ຄຽງໃຫ້ໄວທີ່ສຸດ.

ປະຈຸບັນ, ເຫດການນີ້ໄດ້ຖືກແຈ້ງໃຫ້ເຈົ້າຫນ້າທີ່ທະຫານ, ຕຳຫລວດຮັບຊາບເປັນທີ່ຮຽບຮ້ອຍແລ້ວ. ຖ້າຜູ້ກຳທຳຜິດຖືກຈັບໄດ້ກໍຈະຖືກນຳມາປະຕິບັດໂທດຕາມລະບຽບກົດໝາຍ.

ທ່ານຮູ້ຫຼືຍັງ ການກະທຳທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ, ເຮືອບິນ, ກຳປັ່ນ, ລົດໄຟ,ລົດ,ສະໜາມບິນ,ທ່າກຳປັ່ນ, ສະຖານີລົດໄຟ ຫຼື ສະຖານີລົດ ຈະຖືກລົງໂທດສູງສຸດຕັດອິດສະລະພາບຕະຫຼອດຊີວິດ

.

Featured, ຂ່າວສານບ້ານເມືອງ, ລະບຽບກົດໝຍ, ເຕືອນໄພ

Post navigation

Previous Post: ໂຮງງານນໍ້າກ້ອນທ້າວໂບ້ພົບຜູ້ຕິດເຊື້ອ 6ຄົນ
Next Post: ເພີ່ມ 165ຄົນທີ່ແຂວງຫຼວງພະບາງ

Related Posts

ສະພາບອາກາດວັນທີ 13 ມັງກອນ 2022 Featured
ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍຮ້ອຍປີ Featured
ບໍລິຄຳໄຊ ອານຸຍາດ ໃຫ້ຜູ້ຕິດເຊື້ອໂຄວິດສາມາດປົວຕົນເອງຢູ່ເຮືອນ Featured
ສູງອີກແລ້ວເພີ່ມ 1323 ປົວດີ 795 Featured
ຝົນຍັງຕົກໃນທຸກພາກຂໍໃຫ້ລະມັດລະວັງ Featured
ແຈ້ງທຶນການສຶກສາ ຂອງລັດຖະບານໄທ ສົກປີ 2021-22 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme