ໜັງສືພິມກອງທັບປະຊາຊົນລາວ ແມ່ນພາກສ່ວນໜຶ່ງຂອງສື່ມວນຊົນປະຕິວັດລາວ ມີມູນເຊື້ອອັນສະຫງ່າລາສີ ໃນການເປັນເຄື່ອງມືໂຄສະນາ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ກໍ່ຄືປະຊາຊົນຊັ້ນຄົນຕ່າງໆ ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ແລະ ປຸກລະດົມມານະຈິດໃນການສູ້ຮົບ ຕໍ່ສູ້ກູ້ຊາດ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນເວລາຕໍ່ມາຢ່າງສົມກຽດ.
ທ່ານ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການ ໜັງສືພິມ ກອງທັບປະຊາຊົນລາວ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດວັນສ້າງຕັ້ງວັນສື່ມວນຊົນລາວ ຄົບຮອບ 70 ປີ ໃນວັນທີ 3 ສິງຫາ 2020 ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນຂອງວັນສ້າງຕັ້ງສື່ມວນຊົນລາວ, ເຊິ່ງສື່ມວນຊົນລາວ ເປັນກຳລັງ ແລະ ພາຫະນະຕົ້ນຕໍ, ມີບົດບາດສຳຄັນໃນສະໜາມຮົບການເມືອງແນວຄິດ ແລະ ວັດທະນະທຳ, ຕິດພັນກັບພາລະກິດປະຕິວັດຂອງພັກ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພັກເຮົາຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ວຽກງານສື່ມວນຊົນ ໃນການໂຄສະນາ, ສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍມະຫາຊົນ.
ຕະຫລອດໄລຍະທີ່ຜ່ານມາ ສື່ມວນຊົນໄດ້ກາຍເປັນກະບອກສຽງທີ່ສໍາຄັນ, ເປັນອາວຸດອັນແຫລມຄົມໃນວຽກງານແນວຄິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມ ຂອງການປະຕິວັດ ຕະຫລອດໄລຍະ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວຜ່ານມາ.
ໂດຍສະເພາະ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ສື່ມວນຊົນລາວ ໄດ້ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນຢ່າງແຂງແຮງ, ສຸມໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສື່ມວນຊົນມີບົດບາດສໍາຄັນໃນການກະຕຸກຊຸກຍູ້ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການຂະຫຍາຍເສດຖະກິດ-ສັງຄົມ, ສ່ອງແສງວຽກດີຄົນເດັ່ນ ວຽກຈິງຄົນແທ້, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຕອບໂຕ້ການໂຄສະນາບິດເບືອນ ໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ. ນອກນີ້, ສື່ມວນຊົນລາວເຮົາຍັງເປັນເວທີໃຫ້ແກ່ມະຫາຊົນ ໃນການສະແດງອອກເຖິງວິໄສທັດ ອັນມອງກວ້າງເຫັນໄກຂອງພັກ ຕໍ່ອະນາຄົດອັນໃສແຈ້ງຂອງປະເທດຊາດ, ເປັນແຫລ່ງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງແກ່ມະຫາຊົນ.
ສື່ມວນຊົນໃນຖານະເປັນເຄື່ອງມື, ເປັນອາວຸດອັນແຫລມຄົມຂອງພັກ ຕ້ອງຢຶດໝັ້ນໃນທັດສະນະຂອງພັກ, ຢຶດໝັ້ນໃນຄວາມເປັນຈິງ, ທັງເປັນນັກໂຄສະນາ ປຸກລະດົມຂົນຂວາຍປະຊາຊົນ, ເປັນເວທີແຫ່ງການເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
ດັ່ງນັ້ນ, ການນໍາສະເໜີຂ່າວຜ່ານສື່ຕ່າງໆ ຕ້ອງຮັບປະກັນດ້ານເນື້ອໃນທີ່ຖືກຕ້ອງຊັດເຈນ, ແຫລມຄົມ, ວ່ອງໄວ, ທັນເວລາ ແລະ ສາມາດຕີຖອຍບັນດາຂ່າວສານ ທີ່ເປັນພິດເປັນໄພ ຫລື ຂ່າວປອມ, ນັບທັງຖ້ອຍທໍານອງທີ່ບິດເບືອນ ໃສ່ຮ້າຍປ້າຍສີຂອງພວກຄົນບໍ່ຫວັງດີ ຕໍ່ແນວທາງ ນະໂຍບາຍຂອງພັກ.
ທ່ານ ພັນເອກ ຄຳສາວ ແກ້ວວິເສດ ຍັງໃຫ້ຮູ້ອີກວ່າ: ສຳລັບສື່ມວນຊົນກອງທັບ ໃນຖານະທີ່ເປັນກະບອກສຽງ ຂອງຄະນະພັກ ແລະ ກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ເກັບກຳ ຂໍ້ມູນຂ່າວສານ ການເຄື່ອນໄຫວຂອງຜູ້ນຳພັກ, ລັດ ແລະ ກອງທັບ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຕະຫລອດເຖິງການເຄື່ອນໄຫວ ປະຕິບັດໜ້າທີ່ຂອງ ບັນດາກົມກອງທະຫານ, ສຳນັກງານ, ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍົກເອົາບັນດາກົມກອງດີເດັ່ນ, ຄອບຄົວຕົວແບບ ແລະ ບຸກຄົນແບບຢ່າງ ມາຂຽນເປັນຂ່າວ, ບົດ ແລະ ຮູບພາບຕ່າງໆ ເພື່ອເຜີຍແຜ່ໂຄສະນາທາງໜ້າໜັງສືພິມ, ເວັບໄຊ, ວິທະຍຸ-ໂທລະພາບ ແລະ ວາລະສານກອງທັບ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ຫລາຍຮູບຫລາຍສີ.
ເປັນເຈົ້າການໂຄສະນາປຸກລະດົມ ຄວາມສາມັກຄີພາຍໃນສາມັກຄີ ລະຫວ່າງ ກອງທັບກັບປະຊາຊົນ ແລະ ສາມັກຄີເພື່ອນມິດສາກົນ. ເພື່ອເຮັດໃຫ້ວຽກງານສື່ມວນຊົນ ກອງທັບປະຊາຊົນລາວ ສາມາດປະຕິບັດພາລະບົດບາດ ແລະ ເຮັດສຳເລັດໜ້າທີ່ຂອງຕົນໄດ້ດີນັ້ນ, ໃນການຊີ້ນຳ-ນຳພາ ແລະ ຄຸ້ມຄອງສື່ມວນຊົນ ນັບທັງການກໍ່ສ້າງຖັນແຖວພະນັກງານສື່ມວນຊົນ ໃຫ້ມີຄຸນນະພາບນັ້ນ ກະຊວງປ້ອງກັນປະເທດ ເອົາໃຈໃສ່ຊີ້ນຳໃຫ້ຄະນະພັກ ຄະນະບັນຊາທຸກພາກສ່ວນກ່ຽວຂ້ອງ ທັງບັນດາກົມກອງ ທ້ອງຖີ່ນ ເອົາໃຈໃສ່ກໍ່ສ້າງຖັນແຖວນັກຂ່າວຢູ່ກົມກອງຂອງຕົນ ກາຍເປັນລະບົບຕາໜ່າງຂ່າວ ໃຫ້ແກ່ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ກາຍເປັນເຄື່ອງມືອັນແຫລມຄົມຂອງພັກ ມີໜ້າທີ່ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍ ຂອງລັດ ແລະ ການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກົມກອງທະຫານ ຢ່າງກວ້າງຂວາງ ແລະ ແຂງແຮງ.
ຂ່າວ-ຮູບ: ກິດຕາ