Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເລຂາຄະນະພັກນະຄອນໂຮ່ຈີມິນ

Posted on 27/05/202227/05/2022 By ປະກາດ Pakaad No Comments on ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເລຂາຄະນະພັກນະຄອນໂຮ່ຈີມິນ

(ສພຊ) ໃນວັນທີ 26 ພຶດສະພາ 2022 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີມິນ, ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 25-27 ພຶດສະພານີ້.

ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງນະຄອນໂຮ່ຈີມິນ ສສ.ຫວຽດນາມ ເຊິ່ງການຢ້ຽມຢາມຄັ້ງນີ້ ເປັນການນຳເອົາໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງສະໜິດສະໜົມ ສະຫາຍອ້າຍນ້ອງມາສູ່ປະຊາຊົນລາວ ໃນໂອກາດປີສາມັກຄີມິດຕະພາບລາວ-ຫວຽດນາມ-ລາວ ໃນປີ 2022; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການພົບປະລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເຊິ່ງເຫັນວ່າເປັນໂອກາດດີໃນການຕີລາຄາຄືນການພົວພັນ ແລະ ການຮ່ວມມືນໍາກັນໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງຮ່ວມມືນຳກັນໃນຕໍ່ໜ້າ; ການມາຢ້ຽມຢາມຄັ້ງນີ້ ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ຫາຍາກ ລະຫວ່າງປະຊາຊົນ 2 ຊາດ ລາວ-ຫວຽດນາມ.

ຈາກນັ້ນ, ສະຫາຍ ຫງວຽນ ວັນ ເນນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ, ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມ ຢາມ ສປປລາວ ກໍຄືນະຄອນຫລວງວຽງຈັນໃນຄັ້ງນີ້. ພ້ອມໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການເຮັດວຽກຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ ທີ່ມີຫລາຍແຜນວຽກ ແລະ ຫລາຍກິດຈະກຳທີ່ສອງຝ່າຍໄດ້ຕົກລົງສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ນະຄອນຫລວງວຽງຈັນ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມຍິ່ງໆຂຶ້ນໄປ.

(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຜົນສໍາເລັດ ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
Next Post: ພະຍາກອນອາກາດ ປະຈໍາວັນທີ 27 ພຶດສະພາ 2022

Related Posts

ໂຄວິດມື້ນີ້ເພີ່ມ 467ຄົນ Featured
ອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ Featured
ດັ່ງແດນເທບນິຍາຍ ປ່າດົງດິບ ພູເບ້ຍ Featured
ຫຼວງພະບາງກັບມາອີກແລ້ວເພີ່ມ102ຄົນມື້ນີ້ Featured
ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ Featured
ສໍານັກງານນາຍົກລັດຖະມົນຕີອອກແຈ້ງການໃຫ້ກວດຄືນຄະດີບໍລິສັດພີເອັສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme